2 ໂຢຮັນ 1:7 - ພຣະຄຳພີສັກສິ7 ຜູ້ຫລອກລວງຫລາຍຄົນໄດ້ອອກໄປທົ່ວໂລກແລ້ວ ເປັນພວກທີ່ບໍ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດລົງມາຮັບຊາດເປັນມະນຸດ. ຄົນຢ່າງນັ້ນແຫຼະ ເປັນຜູ້ຫລອກລວງ ແລະເປັນສັດຕູຂອງພຣະຄຣິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ເຮົາກ່າວຢ່າງນີ້ກໍເພາະວ່າມີຜູ້ຫລອກລວງຫລາຍຄົນອອກໄປໃນໂລກ ພວກເຂົາບໍ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາເກີດເປັນມະນຸດ. ຄົນຢ່າງນີ້ເປັນຜູ້ຫລອກລວງ ແລະ ເປັນສັດຕູຂອງພຣະຄຣິດເຈົ້າ. Uka jalj uñjjattʼäta |
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.