Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:12 - ພຣະຄຳພີສັກສິ

12 ເຮົາ​ຍັງ​ມີ​ຫລາຍ​ຢ່າງ ທີ່​ຈະ​ຂຽນ​ມາ​ເຖິງ​ເຈົ້າ​ທັງຫຼາຍ ແຕ່​ເຮົາ​ບໍ່​ຢາກ​ໃຊ້​ເຈ້ຍ​ແລະ​ນໍ້າມຶກ ເຮົາ​ຫວັງ​ວ່າ​ຈະ​ມາ​ຫາ​ພວກເຈົ້າ ແລະ​ເວົ້າ​ກັນ​ປາກ​ຕໍ່​ປາກ ເພື່ອ​ຄວາມ​ຍິນດີ​ຈະ​ໄດ້​ມີ​ຢ່າງ​ເຕັມປ່ຽມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເຮົາ​ມີ​ຫລາຍ​ເລື່ອງ​ຈະ​ຂຽນ​ເຖິງ​ພວກເຈົ້າ​ແຕ່​ບໍ່​ຢາກ​ໃຊ້​ເຈ້ຍ ແລະ ນ້ຳມຶກ. ແຕ່​ເຮົາ​ຫວັງ​ຈະ​ມາ​ຢ້ຽມຢາມ ແລະ ເວົ້າ​ກັບ​ພວກເຈົ້າ​ແບບ​ໜ້າຕໍ່ໜ້າ​ເພື່ອ​ຄວາມຊື່ນຊົມຍິນດີ​ຂອງ​ພວກເຮົາ​ຈະ​ເຕັມບໍລິບູນ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:12
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເຮົາ​ຈຶ່ງ​ກ່າວ​ແກ່​ລາວ​ຕໍ່ໜ້າ​ຢ່າງ​ຈະແຈ້ງ​ແລະ​ຢ່າງ​ບໍ່ມີ​ບັນຫາ; ລາວ​ໄດ້​ເຫັນ​ແມ່ນແຕ່​ຮູບຮ່າງ​ຂອງ​ພຣະເຈົ້າຢາເວ ເຫດໃດ​ພວກເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່ສູ້​ໂມເຊ ຜູ້ຮັບໃຊ້​ຂອງເຮົາ?”


“ເຮົາ​ໄດ້​ບອກ​ຂໍ້​ຄວາມ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ຄວາມ​ຊົມຊື່ນ​ຍິນດີ​ຂອງເຮົາ​ຈະ​ໄດ້​ຢູ່​ໃນ​ພວກເຈົ້າ ແລະ​ເພື່ອ​ວ່າ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຈົ້າ​ຈະ​ໄດ້​ຄົບ​ເຕັມ​ບໍລິບູນ.


“ເຮົາ​ຍັງ​ມີ​ຫລາຍ​ເລື່ອງ​ທີ່​ຈະ​ບອກ​ພວກເຈົ້າ ແຕ່​ໃນ​ເວລາ​ນີ້​ພວກເຈົ້າ​ບໍ່​ສາມາດ​ຈະ​ທົນ​ໄດ້.


ຈົນເຖິງ​ບັດນີ້ ພວກເຈົ້າ​ບໍ່ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງເຮົາ, ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບ​ບໍລິບູນ.”


ບັດນີ້ ຂ້ານ້ອຍ​ກຳລັງ​ຈະ​ເມືອ​ຫາ​ພຣະອົງ ຂ້ານ້ອຍ​ກ່າວ​ເຖິງ​ສິ່ງ​ເຫຼົ່ານີ້​ໃນ​ໂລກ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ຢ່າງ​ຄົບ​ເຕັມ​ບໍລິບູນ.


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ຈຶ່ງ​ຫວັງ​ທີ່​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ ໃນ​ຂະນະທີ່​ເຮົາ​ເດີນທາງ​ໄປ​ປະເທດ​ສະເປນ​ນັ້ນ ຫລັງຈາກ​ຢູ່​ຢ້ຽມຢາມ​ຖາມ​ຂ່າວ​ພວກເຈົ້າ​ຢ່າງ​ສົດຊື່ນ​ເບີກບານ​ໃຈ​ຊົ່ວຄາວ​ແລ້ວ ຢາກ​ໃຫ້​ພວກເຈົ້າ​ຊ່ວຍ​ສົ່ງ​ເຮົາ​ໃນ​ການ​ເດີນທາງ​ຕໍ່ໄປ.


ເຮົາ​ລະນຶກເຖິງ​ນໍ້າຕາ​ຂອງ​ເຈົ້າ ແລະ​ເຮົາ​ກໍ​ຢາກ​ເຫັນ​ໜ້າ​ເຈົ້າ​ຫລາຍ​ທີ່ສຸດ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຊື່ນຊົມ​ຍິນດີ​ຢ່າງ​ເຫລືອລົ້ນ.


ນອກ​ນັ້ນ ຈົ່ງ​ຈັດຕຽມ​ຫ້ອງ​ພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ມາ​ຫາ​ເຈົ້າ ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


ເຮົາ​ຂໍ​ເລັ່ງລັດ​ພວກເຈົ້າ ໃຫ້​ພາວັນນາ​ອະທິຖານ​ຫລາຍ​ຂຶ້ນ​ຕາມ​ຢ່າງ​ນັ້ນ ເພື່ອ​ພຣະເຈົ້າ​ຈະ​ສົ່ງ​ເຮົາ​ກັບຄືນ​ໄປ​ຢູ່​ກັບ​ພວກເຈົ້າ​ໄວໆ.


ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ວ່າ ຕີໂມທຽວ ນ້ອງຊາຍ​ຂອງ​ພວກເຮົາ ໄດ້​ອອກ​ຈາກ​ຄຸກ​ແລ້ວ, ຖ້າ​ລາວ​ມາ​ຮອດ​ທີ່​ນີ້​ໄວ ເມື່ອ​ເຮົາ​ໄປ​ຢ້ຽມຢາມ​ພວກເຈົ້າ ເຮົາ​ກໍ​ຈະ​ເອົາ​ລາວ​ໄປ​ນຳ​ດ້ວຍ.


ພວກເຮົາ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້ ເພື່ອ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຮົາ ຈະ​ໄດ້​ຄົບ​ເຕັມ​ບໍລິບູນ.


ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka