Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:10 - ພຣະຄຳພີສັກສິ

10 ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ບໍ່​ໄດ້​ນຳເອົາ​ຄຳສັ່ງສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ພວກເຂົາ​ເຂົ້າ​ໃນ​ເຮືອນ​ຂອງ​ພວກເຈົ້າ ຫລື ຕ້ອນຮັບ​ພວກເຂົາ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:10
14 Jak'a apnaqawi uñst'ayäwi  

ລາວ​ພາວັນນາ​ອະທິຖານ​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ແຕ່​ລາວ​ຕອບ​ວ່າ, “ຂ້າພະເຈົ້າ​ເມືອ​ກັບ​ທ່ານ ແລະ​ຮັບ​ເອົາ​ການ​ຕ້ອນຮັບ​ຈາກ​ທ່ານ​ບໍ່ໄດ້​ດອກ. ຂ້າພະເຈົ້າ​ບໍ່​ຕ້ອງການ​ກິນ​ຫລື​ດື່ມ​ຫຍັງ​ກັບ​ທ່ານ​ຢູ່​ບ່ອນ​ນີ້


ບໍ່ມີ​ຜູ້ໃດ​ຈັກ​ຄົນ​ທີ່​ກ້າວ​ຍ່າງ​ກາຍ​ໄປ ຈະ​ສາມາດ​ກ່າວ​ຕໍ່​ພວກເຂົາ​ໄດ້​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ພວກເຈົ້າ​ເດີ ເຮົາ​ຂໍ​ອວຍພອນ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ພຣະເຈົ້າຢາເວ.”


ພວກເພິ່ນ​ໄດ້​ຂຽນ​ຈົດໝາຍ​ມອບ​ໃຫ້​ທ່ານ​ທັງສອງ​ຖື​ໄປ ແລະ​ໃນ​ຈົດໝາຍ​ນັ້ນ​ມີ​ເນື້ອຄວາມ​ວ່າ, “ພວກເຮົາ ອັກຄະສາວົກ​ກັບ​ເຖົ້າແກ່ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ ຂໍ​ສົ່ງ​ຄວາມ​ຄຳນັບ​ມາ​ເຖິງ​ທ່ານ​ທັງຫລາຍ ທີ່​ເປັນ​ພີ່ນ້ອງ​ຕ່າງຊາດ​ທຸກຄົນ ທີ່​ຢູ່​ໃນ​ເມືອງ​ອັນຕີໂອເຂຍ, ໃນ​ແຂວງ​ຊີເຣຍ ແລະ​ໃນ​ແຂວງ​ກີລີເກຍ.


ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.


ແຕ່​ເຮົາ​ໄດ້​ຂຽນ​ມາ​ບອກ​ພວກເຈົ້າ​ວ່າ ຖ້າ​ຜູ້ໃດ​ໄດ້​ຊື່​ວ່າ​ເປັນ​ພີ່ນ້ອງ​ແລ້ວ, ແຕ່​ຍັງ​ເປັນ​ຄົນ​ຫລິ້ນຊູ້ ຄົນ​ໂລບ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ເວົ້າ​ຫຍາບ​ຊ້າ ຄົນ​ຂີ້ເຫລົ້າ ຄົນ​ຂົ່ມຂູ່​ກໍດີ ຢ່າ​ຄົບຫາ​ກັບ​ຄົນ​ຢ່າງ​ນັ້ນ, ແມ່ນແຕ່​ກິນ​ເຂົ້າ​ຮ່ວມພາ ກໍ​ຢ່າ​ຊູ່​ກິນ.


ຖ້າ​ມີ​ບາງຄົນ​ບໍ່​ຍອມ​ຟັງ​ຖ້ອຍຄຳ​ທີ່​ພວກເຮົາ​ສັ່ງ​ມາ​ໃນ​ຈົດໝາຍ​ນີ້ ຈົ່ງ​ໝາຍ​ຄົນ​ນັ້ນ​ໄວ້ ແລະ​ຢ່າ​ສູ່​ຄົບຫາ​ສະມາຄົມ​ກັບ​ລາວ ເພື່ອ​ລາວ​ຈະ​ໄດ້​ລະອາຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


ຄົນ​ໃດ​ທີ່​ຍຸແຫຍ່​ໃຫ້​ເກີດ​ການ​ແຕກແຍກ​ກັນ ເມື່ອ​ໄດ້​ເຕືອນ​ເຂົາ​ຄັ້ງ​ໜຶ່ງ ຫລື​ສອງ​ຄັ້ງ​ແລ້ວ ຢ່າ​ກ່ຽວຂ້ອງ​ກັບ​ຄົນ​ນັ້ນ​ອີກ​ຕໍ່ໄປ.


ດ້ວຍວ່າ, ຜູ້ໃດ​ທີ່​ສະແດງ​ຄວາມ​ຄຳນັບ​ຕໍ່​ເຂົາ ຜູ້ນັ້ນ​ກໍ​ເຂົ້າ​ສ່ວນ​ໃນ​ການ​ກະທຳ​ຊົ່ວ​ຂອງ​ເຂົາ​ແລ້ວ.


ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka