Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:4 - ພຣະຄຳພີສັກສິ

4 ບໍ່​ດັ່ງນັ້ນ ຖ້າ​ຊາວ​ມາເກໂດເນຍ​ບາງຄົນ​ມາ​ກັບ​ເຮົາ ແລະ​ເຫັນ​ວ່າ​ເຈົ້າ​ທັງຫລາຍ​ບໍ່ໄດ້​ຈັດແຈງ​ໄວ້​ພ້ອມ ຕາມ​ທີ່​ເຮົາ​ໄດ້​ຕາຍໃຈ​ເຊື່ອ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ຈະ​ຖືກ​ອັບອາຍ​ຂາຍໜ້າ, ແຕ່​ເຮົາ​ເອງ​ກໍ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ຖ້າ​ຊາວ​ມາເກໂດເນຍ​ຄົນ​ໃດ​ທີ່​ມາ​ກັບ​ເຮົາ ແລະ ພົບ​ວ່າ​ພວກເຈົ້າ​ບໍ່​ໄດ້​ກຽມພ້ອມ​ນັ້ນ ຢ່າ​ວ່າ​ແຕ່​ພວກເຈົ້າ​ເລີຍ ເຮົາ​ເອງ​ກໍ​ຈະ​ອັບອາຍ​ທີ່​ມີ​ຄວາມໝັ້ນໃຈ​ຢ່າງ​ນັ້ນ​ແລ້ວ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:4
7 Jak'a apnaqawi uñst'ayäwi  

ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ.


ທຸກໆ​ວັນ​ຕົ້ນ​ອາທິດ​ໃດ ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຈັດ​ຊັບ​ໄວ້​ຕ່າງຫາກ ຕາມ​ຊັດສ່ວນ​ທີ່​ພວກເຈົ້າ​ຫາ​ມາ​ໄດ້ ແລະ​ສະສົມ​ໄວ້​ນັ້ນ ເພື່ອ​ວ່າ ເມື່ອ​ເຮົາ​ມາ​ເຖິງ​ຈະ​ບໍ່​ຕ້ອງ​ມີ​ການ​ແຜ່​ເກັບ​ເອົາ.


ການ​ທີ່​ເຮົາ​ກ່າວ​ຢ່າງ​ນັ້ນ ເຮົາ​ບໍ່ໄດ້​ກ່າວ​ຕາມ​ຫລັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ກ່າວ​ເໝືອນ​ຄົນ​ໂງ່ ທີ່​ມີ​ຄວາມ​ໄວ້ໃຈ​ໃນ​ການ​ອວດ​ຂອງຕົນ.


ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ພວກເຂົາ​ເຫັນ ເຖິງ​ຄວາມຮັກ​ອັນ​ແທ້ຈິງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ພວກເຈົ້າ​ນັ້ນ ຈະ​ເປັນ​ທີ່​ປາກົດ​ແຈ້ງ​ໃນ​ທ່າມກາງ​ເຂົາ​ເຫຼົ່ານັ້ນ ຕໍ່ໜ້າ​ຄຣິສຕະຈັກ​ທຸກ​ແຫ່ງ.


ເຮົາ​ຮູ້​ວ່າ ພວກເຈົ້າ​ມີ​ໃຈ​ພ້ອມ​ແລ້ວ​ທີ່​ຢາກ​ຊ່ວຍເຫລືອ ແລະ​ເຮົາ​ໄດ້​ເວົ້າ​ອວດອ້າງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຊາວ​ມາເກໂດເນຍ ວ່າ, ພວກ​ພີ່ນ້ອງ​ໃນ​ແຂວງ​ອະຂາຢາ ພ້ອມ​ທີ່​ຈະ​ຊ່ວຍເຫລືອ​ແຕ່​ປີ​ກາຍ​ແລ້ວ ຄວາມ​ກະຕື​ລືລົ້ນ​ຂອງ​ພວກເຈົ້າ​ໄດ້​ຊຸກຍູ້​ຈິດໃຈ​ພວກເຂົາ​ຫລາຍ​ທີ່ສຸດ.


ຝ່າຍ​ເຮົາ ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ແທນຄືນ​ໃຫ້ ແຕ່​ສ່ວນ​ເຈົ້າ​ເປັນ​ໜີ້​ເຮົາ​ນັ້ນ ຄື​ຊີວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ບໍ່​ອ້າງ​ເຖິງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka