Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:3 - ພຣະຄຳພີສັກສິ

3 ບັດນີ້ ເຮົາ​ໃຊ້​ພີ່ນ້ອງ​ເຫຼົ່ານີ້​ໄປ ເພື່ອ​ວ່າ​ຄຳ​ເວົ້າ​ອວດອ້າງ​ຂອງເຮົາ​ເຖິງ​ເລື່ອງ​ພວກເຈົ້າ​ນັ້ນ ຈະ​ບໍ່​ກາຍເປັນ​ຄຳ​ເປົ່າໆ, ແຕ່​ຕາມ​ທີ່​ເຮົາ​ໄດ້​ເວົ້າ​ມາ​ນັ້ນ ພວກເຈົ້າ​ຄົງ​ຈະ​ໄດ້​ຈັດຕຽມ​ເຄື່ອງ​ສົງເຄາະ​ໄວ້​ພ້ອມ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ທີ່​ເຮົາ​ກຳລັງ​ສົ່ງ​ພີ່ນ້ອງ​ເຫລົ່ານັ້ນ​ມາ ກໍ​ເພື່ອ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ອວດອ້າງ​ໄວ້​ກ່ຽວກັບ​ພວກເຈົ້າ​ໃນ​ເລື່ອງ​ນີ້​ຈະ​ບໍ່​ເສຍປະໂຫຍດ, ແຕ່​ເພື່ອ​ພວກເຈົ້າ​ກໍ​ຈະ​ໄດ້​ຕຽມພ້ອມ​ຢູ່​ສະເໝີ​ສົມ​ກັບ​ທີ່​ເຮົາ​ໄດ້​ບອກ​ໄວ້.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:3
7 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເວົ້າ​ອວດ​ເຖິງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຜິດຫວັງ ພວກເຮົາ​ໄດ້​ກ່າວ​ຄວາມຈິງ​ແກ່​ພວກເຈົ້າ​ຢູ່​ສະເໝີ​ສັນໃດ ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ເລື່ອງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ກໍ​ກາຍເປັນ​ຄວາມຈິງ​ສັນນັ້ນ.


ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.


ຈົນ​ວ່າ​ເຮົາ​ໄດ້​ເຕືອນ​ຕີໂຕ ໃຫ້​ຊ່ວຍ​ພວກເຈົ້າ​ເຮັດ​ການ​ກຸສົນ​ນັ້ນ​ໃຫ້​ສຳເລັດ ຕາມ​ທີ່​ຕົນ​ໄດ້​ລົງ​ມື​ເຮັດ​ໄວ້​ກ່ອນ​ແລ້ວ​ນັ້ນ.


ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka