Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:2 - ພຣະຄຳພີສັກສິ

2 ເຮົາ​ຮູ້​ວ່າ ພວກເຈົ້າ​ມີ​ໃຈ​ພ້ອມ​ແລ້ວ​ທີ່​ຢາກ​ຊ່ວຍເຫລືອ ແລະ​ເຮົາ​ໄດ້​ເວົ້າ​ອວດອ້າງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຊາວ​ມາເກໂດເນຍ ວ່າ, ພວກ​ພີ່ນ້ອງ​ໃນ​ແຂວງ​ອະຂາຢາ ພ້ອມ​ທີ່​ຈະ​ຊ່ວຍເຫລືອ​ແຕ່​ປີ​ກາຍ​ແລ້ວ ຄວາມ​ກະຕື​ລືລົ້ນ​ຂອງ​ພວກເຈົ້າ​ໄດ້​ຊຸກຍູ້​ຈິດໃຈ​ພວກເຂົາ​ຫລາຍ​ທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:2
14 Jak'a apnaqawi uñst'ayäwi  

ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ.


ພວກເຈົ້າ​ກໍ​ຮູ້​ສະເຕຟານາ​ກັບ​ຄອບຄົວ​ຂອງ​ລາວ ພວກເຂົາ​ເປັນ​ຊາວ​ຄຣິສຕຽນ​ພວກ​ທຳອິດ​ຢູ່​ໃນ​ແຂວງ​ອະຂາຢາ ແລະ​ໄດ້​ອຸທິດ​ຕົວ​ພວກເຂົາ​ເອງ​ໃນ​ການ​ບົວລະບັດ​ຮັບໃຊ້​ໄພ່ພົນ​ຂອງ​ພຣະເຈົ້າ,


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.


ເຮົາ​ໄດ້​ເວົ້າ​ອວດ​ເຖິງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຜິດຫວັງ ພວກເຮົາ​ໄດ້​ກ່າວ​ຄວາມຈິງ​ແກ່​ພວກເຈົ້າ​ຢູ່​ສະເໝີ​ສັນໃດ ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ເລື່ອງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ກໍ​ກາຍເປັນ​ຄວາມຈິງ​ສັນນັ້ນ.


ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.


ແລະ​ເຮົາ​ຈະ​ອອກ​ຄວາມ​ເຫັນ​ໃນ​ເລື່ອງ​ນີ້​ວ່າ, ເລື່ອງ​ທີ່​ພວກເຈົ້າ​ໄດ້​ຕັ້ງຕົ້ນ​ກ່ອນ​ພວກເຂົາ​ເມື່ອ​ປີ​ກາຍ​ນີ້ ແລະ​ບໍ່ແມ່ນ​ພວກເຈົ້າ​ໄດ້​ຕັ້ງຕົ້ນ​ຈະ​ເຮັດ​ເທົ່ານັ້ນ, ແຕ່​ຍັງ​ເຕັມໃຈ​ໃນ​ການ​ເຮັດ​ນັ້ນ​ດ້ວຍ.


ບັດນີ້​ກໍ​ຄວນ​ແລ້ວ ທີ່​ເຈົ້າ​ທັງຫລາຍ​ຈະ​ເຮັດ​ການ​ນັ້ນ ໃຫ້​ສຳເລັດ​ເສຍ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ມີ​ໃຈພ້ອມ​ຢູ່​ແລ້ວ ພວກເຈົ້າ​ກໍ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ຄວາມ​ສາມາດ​ຂອງຕົນ.


ແລະ​ບໍ່​ພຽງແຕ່​ເທົ່ານັ້ນ ແຕ່​ຄຣິສຕະຈັກ​ໄດ້​ເລືອກ​ຕັ້ງ​ຜູ້ນັ້ນ ໃຫ້​ເປັນ​ເພື່ອນ​ເດີນທາງ​ດ້ວຍ​ກັນ​ກັບ​ເຮົາ​ໃນ​ການ​ກຸສົນ ຊຶ່ງ​ເຮົາ​ໄດ້​ຮັບ​ເປັນ​ທຸລະ ເພື່ອ​ໃຫ້​ເປັນ​ທີ່​ຖວາຍ​ພຣະກຽດ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ສະແດງ​ນໍ້າໃຈ​ອັນ​ພ້ອມ​ແລ້ວ​ຂອງເຮົາ.


ເຫດສະນັ້ນ ຈົ່ງ​ສະແດງ​ໃຫ້​ພວກເຂົາ​ເຫັນ ເຖິງ​ຄວາມຮັກ​ອັນ​ແທ້ຈິງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ພວກເຈົ້າ​ນັ້ນ ຈະ​ເປັນ​ທີ່​ປາກົດ​ແຈ້ງ​ໃນ​ທ່າມກາງ​ເຂົາ​ເຫຼົ່ານັ້ນ ຕໍ່ໜ້າ​ຄຣິສຕະຈັກ​ທຸກ​ແຫ່ງ.


ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ກາຍເປັນ​ແບບຢ່າງ ໃຫ້​ແກ່​ຄົນ​ທີ່​ເຊື່ອ​ທັງໝົດ​ໃນ​ແຂວງ​ມາເກໂດເນຍ ແລະ ໃນ​ແຂວງ​ອະຂາຢາ.


ຈົ່ງ​ຫ່ວງໃຍ​ຊຶ່ງກັນແລະກັນ ຈົ່ງ​ໜູນ​ນໍ້າໃຈ​ຊຶ່ງກັນແລະກັນ​ໃຫ້​ມີ​ຄວາມຮັກ ແລະ​ໃຫ້​ເຮັດ​ຄຸນງາມ​ຄວາມດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka