Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 9:1 - ພຣະຄຳພີສັກສິ

1 ເຮົາ​ບໍ່​ຈຳເປັນ​ຂຽນ​ຫາ​ພວກເຈົ້າ​ເຖິງ​ການ​ສົງເຄາະ ທີ່​ສົ່ງ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ບໍ່​ຈຳເປັນ​ຕ້ອງ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ການ​ຮັບໃຊ້​ບັນດາ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 9:1
18 Jak'a apnaqawi uñst'ayäwi  

ແຕ່​ນາງ​ເຣເບກາ​ຮູ້​ແຜນການ​ຂອງ​ເອຊາວ​ກ່ອນ ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຢາໂຄບ​ມາ ແລະ​ບອກ​ວ່າ, “ລູກ​ຈົ່ງ​ຟັງ​ໃຫ້​ດີ ເອຊາວ​ອ້າຍ​ຂອງ​ເຈົ້າ​ກຳລັງ​ວາງແຜນ​ຈະ​ຂ້າ​ເຈົ້າ​ເພື່ອ​ແກ້ແຄ້ນ.


ແຕ່​ສຳລັບ​ກະສັດ​ຢູດາຍ​ທີ່​ໄດ້​ໃຊ້​ພວກເຈົ້າ​ໄປ​ຖາມ​ພຣະເຈົ້າຢາເວ ເຈົ້າ​ທັງຫລາຍ​ຈົ່ງ​ກ່າວ​ດັ່ງນີ້​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ດ້ວຍ​ຖ້ອຍຄຳ​ທັງຫລາຍ​ທີ່​ເຈົ້າ​ໄດ້ຍິນ


ອຳນາດ​ຂອງ​ພຣະເຈົ້າ​ນັ້ນ​ແສນ​ຍິ່ງໃຫຍ່​ຫລາຍ ຊຶ່ງ​ພວກເຮົາ​ເຂົ້າ​ມາ​ໃກ້ຊິດ​ພຣະອົງ​ບໍ່ໄດ້; ພຣະອົງ​ຊົງ​ຍຸດຕິທຳ​ແທ້​ແລະ​ທ່ຽງທຳ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ກັບ​ມະນຸດ​ໂດຍ​ສິ່ງ​ເຫຼົ່ານີ້​ແຫລະ.


ຂະນະທີ່​ປະພັນ​ເພງ​ນີ້​ສຳລັບ​ກະສັດ ຄຳ​ເວົ້າ​ອັນ​ມ່ວນ​ຫູ​ກໍ​ລົ້ນ​ຢູ່​ໃນ​ຈິດໃຈ​ດ້ວຍ. ລີ້ນ​ຂ້ານ້ອຍ​ພ້ອມ​ທີ່​ຈະ​ກ່າວ​ເປັນ​ຄຳ​ກາບກອນ ດັ່ງ​ປາກກາ​ຂຽນ​ຂອງ​ນັກ​ປະພັນ​ຜູ້ດີເລີດ.


ສຳລັບ​ເລື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຖ້ອຍຄຳ​ທີ່​ພຣະເຈົ້າ​ບອກ​ພວກເຈົ້າ​ຈັກເທື່ອ​ບໍ? ພຣະອົງ​ຊົງ​ກ່າວ​ວ່າ,


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


ຍ້ອນ​ພວກ​ຢິວ​ບໍ່​ຍອມ​ຮັບ​ເອົາ​ຂ່າວປະເສີດ ພວກເຂົາ​ຈຶ່ງ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພື່ອ​ປະໂຫຍດ​ຂອງ​ພວກເຈົ້າ​(ຄົນຕ່າງຊາດ) ແຕ່​ຍ້ອນ​ການ​ຊົງ​ເລືອກ​ຂອງ​ພຣະເຈົ້າ ພວກເຂົາ​ຈຶ່ງ​ເປັນ​ຜູ້​ທີ່​ພຣະເຈົ້າ​ຊົງ​ຮັກ ເພາະ​ເຫັນ​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.


ຈົ່ງ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ເມື່ອ​ພວກເຂົາ​ຂັດສົນ ຈົ່ງ​ຍິນດີ​ຕ້ອນຮັບ​ແຂກ​ດ້ວຍ​ໃຈ​ເຫຼື້ອມໃສ.


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູດາຍ ແລະ​ເພື່ອ​ການ​ບົວລະບັດ​ຮັບໃຊ້​ຂອງເຮົາ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ທີ່​ພໍໃຈ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ທີ່ນັ້ນ.


ແຕ່​ທ່ານ​ເຫຼົ່ານັ້ນ ຂໍ​ພຽງແຕ່​ບໍ່​ໃຫ້​ເຮົາ​ລືມ​ຄິດເຖິງ​ຄົນ​ຍາກຈົນ ຊຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ເອົາໃຈໃສ່​ທີ່​ຈະ​ເຮັດ​ຢູ່​ແລ້ວ.


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຈຳເປັນ​ຂຽນ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ວັນ ແລະ​ເວລາ​ທີ່​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ການ​ຊົງ​ຫົດສົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ກໍ​ຍັງ​ຕັ້ງ​ຢູ່​ກັບ​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ສອນ​ອີກ, ເພາະ​ການ​ຊົງ​ຫົດສົງ​ຂອງ​ພຣະອົງ ກຳລັງ​ສັ່ງສອນ​ພວກເຈົ້າ​ເຖິງ​ທຸກສິ່ງ ແລະ​ເປັນ​ຄວາມຈິງ ບໍ່ແມ່ນ​ຄວາມ​ຕົວະ. ການ​ຊົງ​ຫົດສົງ​ໄດ້​ຊົງ​ສອນ​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ຢ່າງ​ນັ້ນ.


ສ່ວນ​ຄຳສັນຍາ​ທີ່​ພວກເຮົາ​ມີ​ຕໍ່ກັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໂຜດ​ໃຫ້​ພວກເຮົາ​ຮັກສາ​ຕໍ່ກັນ​ໄວ້​ໄດ້​ສືບໄປ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka