Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 8:9 - ພຣະຄຳພີສັກສິ

9 ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 8:9
43 Jak'a apnaqawi uñst'ayäwi  

ມັນ​ແມ່ນ​ພຣະປະສົງ​ທີ່​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫຍ່ຂຶ້ນ​ດັ່ງ​ໄມ້​ພັນ​ດີ​ທັງ​ຢັ່ງຮາກ​ໃນ​ດິນ​ແຫ້ງແລ້ງ. ທ່ານ​ບໍ່ມີ​ທ່າທາງ​ຜ່າເຜີຍ ແລະ​ສະຫງ່າງາມ​ໃດໆ ເພື່ອ​ໃຫ້​ພວກເຮົາ​ສັງເກດ​ເຫັນ​ໃນ​ຕົວທ່ານ​ໄດ້. ໃນ​ຕົວທ່ານ​ນັ້ນ​ບໍ່ມີ​ຫຍັງ​ພໍ​ຈະ​ດຶງດູດ​ຈິດໃຈ ພໍ​ຈະ​ດູດດຶງ​ພວກເຮົາ​ເຂົ້າ​ໄປ​ຫາ​ທ່ານ​ໄດ້.


ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບໍ່ມີ​ຜູ້ໃດ​ທຳລາຍ​ໝາກອະງຸ່ນ​ທີ່​ດີ, ແຕ່​ພວກເຂົາ​ຈະ​ເອົາ​ໄປ​ເຮັດ​ເຫຼົ້າ. ທຳນອງດຽວກັນ ເຮົາ​ກໍ​ຈະ​ບໍ່​ທຳລາຍ​ປະຊາຊົນ​ທັງໝົດ​ຂອງເຮົາ, ແຕ່​ເຮົາ​ຈະ​ຊ່ວຍ​ພວກ​ທີ່​ບົວລະບັດ​ຮັບໃຊ້​ເຮົາ​ໃຫ້​ພົ້ນ.


ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ພຣະເຢຊູເຈົ້າ​ຊົງ​ຕອບ​ເຂົາ​ວ່າ, “ໝາ​ຈິກຈອກ​ຍັງ​ມີ​ໂຜ້ງ​ນອນ ແລະ ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ແລ້ວ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ນອນ.”


ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.


ດ້ວຍເຫດນັ້ນ ຖ້າ​ພວກເຈົ້າ​ບໍ່​ສັດຊື່ ໃນ​ຊັບສິນ​ອັນ​ບໍ່​ຍຸດຕິທຳ​ນີ້ ໃຜ​ຈະ​ມອບ​ຊັບສິນ​ອັນ​ແທ້​ໃຫ້​ແກ່​ພວກເຈົ້າ?


ນາງ​ໄດ້​ເກີດ​ລູກຊາຍກົກ, ເອົາ​ຜ້າ​ອ້ອມ​ພັນ ແລະ​ວາງ​ໄວ້​ໃນ​ຮາງຫຍ້າ ເພາະວ່າ​ໃນ​ໂຮງແຮມ​ນັ້ນ ບໍ່ມີ​ຫ້ອງ​ຫວ່າງ​ສຳລັບ​ພວກເພິ່ນ​ເລີຍ.


ໂຢຮັນນາ ເມຍ​ຂອງ​ຈູຊາ​ຜູ້​ທີ່​ເປັນ​ກົມມະວັງ​ຂອງ​ເຮໂຣດ ແລະ ນາງ​ຊູຊັນນາ​ກັບ​ແມ່ຍິງ​ອື່ນໆ​ອີກ​ຫລາຍ​ຄົນ ທີ່​ເຄີຍ​ໃຊ້​ຊັບສິນ​ຂອງ​ຕົນເອງ ເພື່ອ​ບົວລະບັດ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ໝາຈອກ​ຍັງ​ມີ​ໝົ້ງ​ນອນ ແລະ​ນົກ​ກໍ​ຍັງ​ມີ​ຮັງ​ຢູ່ ສ່ວນ​ບຸດ​ມະນຸດ​ບໍ່ມີ​ບ່ອນ​ຈະ​ວາງ​ຫົວ​ລົງ.”


ພຣະອົງ​ໄດ້​ສະຖິດ​ຢູ່​ໃນ​ໂລກ, ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໂດຍ​ທາງ​ພຣະອົງ ແຕ່​ໂລກ​ບໍ່ໄດ້​ຮູ້ຈັກ​ພຣະອົງ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ສຽງ​ທີ່​ດັງ​ມາ​ນັ້ນ ບໍ່ແມ່ນ​ສຳລັບ​ເຮົາ​ດອກ ແຕ່​ສຳລັບ​ເຈົ້າ​ທັງຫລາຍ​ນັ້ນ​ແຫຼະ.


ທຸກສິ່ງ​ທີ່​ພຣະບິດາເຈົ້າ​ມີ​ຢູ່​ນັ້ນ ກໍ​ເປັນ​ຂອງເຮົາ. ສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ, ພຣະວິນຍານ​ຈະ​ນຳ​ເອົາ​ສິ່ງ ຊຶ່ງ​ເປັນ​ຂອງເຮົາ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.”


ຂ້ານ້ອຍ​ຖວາຍ​ຕົວ​ແກ່​ພຣະອົງ ເພາະ​ເຫັນ​ແກ່​ພວກເຂົາ ເພື່ອ​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ຊົງ​ຊຳລະ​ແຕ່ງຕັ້ງ​ໄວ້​ດ້ວຍ​ຄວາມຈິງ​ເໝືອນກັນ.


ແຕ່​ຖ້າ​ການ​ສະດຸດ​ລົ້ມ​ລົງ​ຂອງ​ຄົນ​ອິດສະຣາເອນ ໄດ້​ນຳ​ເອົາ​ພຣະພອນ​ອັນ​ໃຫຍ່​ມາ​ສູ່​ຊາວ​ໂລກ ແລະ​ຖ້າ​ຄວາມ​ພ່າຍແພ້​ຂອງ​ພວກເຂົາ ເປັນ​ເຫດ​ໃຫ້​ເກີດ​ຄວາມ​ສົມບູນ​ຂຶ້ນ ຫາກ​ໄດ້​ພວກເຂົາ​ເຂົ້າ​ມາ​ເພີ່ມ​ດ້ວຍ ກໍ​ຈະ​ມີ​ພຣະພອນ​ດີກວ່າ​ນັ້ນ​ຈັກ​ພຽງ​ໃດ​ໜໍ.


ດ້ວຍວ່າ, ພຣະຄຣິດ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ພໍໃຈ​ພຣະອົງ​ເອງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຄຳ​ໝິ່ນປະໝາດ​ນິນທາ​ພຣະອົງ​ນັ້ນ ກໍໄດ້​ຕົກ​ໃສ່​ຂ້ານ້ອຍ.”


ແຕ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ພຣະອົງ​ຊົງ​ຮັກ​ພວກເຮົາ​ຫລາຍ​ເທົ່າ​ໃດ ຄື​ຂະນະທີ່​ພວກເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ຕາຍ​ແທນ​ເຮົາ​ທັງຫລາຍ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພຣະຄຸນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ມະນຸດ​ຜູ້​ທຳອິດ​ເກີດ​ມາ​ຈາກ​ດິນ ຈຶ່ງ​ກາຍເປັນ​ຂີ້ຝຸ່ນ​ດິນ, ມະນຸດ​ຖ້ວນ​ສອງ​ມາ​ຈາກ​ສະຫວັນ.


ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ຄວາມຮັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ສາມັກຄີທຳ​ກັບ​ພຣະວິນຍານ​ບໍຣິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສົ້າໂສກ, ແຕ່​ກໍ​ຍັງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ; ເປັນ​ຄົນ​ຍາກຈົນ, ແຕ່​ກໍ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ເປັນ​ຄົນ​ບໍ່ມີ​ຫຍັງ, ແຕ່​ກໍ​ຍັງ​ມີ​ທຸກສິ່ງ.


ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ທັງ​ຈະ​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ ຊຶ່ງ​ເກີນ​ຄວາມຮູ້ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍຣິບູນ ຂອງ​ພຣະເຈົ້າ​ທຸກປະການ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ບັດນີ້ ເຮົາ​ມີ​ຄວາມ​ຍິນດີ​ທີ່​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ສ່ວນ​ການ​ທົນທຸກ​ຂອງ​ພຣະຄຣິດ​ທີ່​ຍັງ​ຂາດ​ຢູ່​ນັ້ນ ເຮົາ​ກໍ​ຮັບ​ທົນທຸກ​ຈົນ​ສຳເລັດ​ໃນ​ຮ່າງກາຍ​ຂອງເຮົາ ເພື່ອ​ເຫັນ​ແກ່​ພຣະກາຍ​ຂອງ​ພຣະອົງ ຄື​ຄຣິສຕະຈັກ.


ຈົ່ງ​ສັ່ງ​ເຂົາ​ໃຫ້​ເຮັດ​ແຕ່​ຄຸນງາມ​ຄວາມດີ ເປັນ​ຄົນ​ຮັ່ງມີ​ໃນ​ການ​ກະທຳ​ດີ ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ​ພ້ອມ​ທີ່​ຈະ​ແບ່ງປັນ​ໃຫ້​ຄົນອື່ນ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.


ເຮົາ​ຮູ້​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ຍາກຈົນ (ແຕ່​ທີ່​ຈິງ​ແລ້ວ​ເຈົ້າ​ກໍ​ຮັ່ງມີ) ເຮົາ​ຮູ້​ວ່າ​ເຈົ້າ​ຖືກ​ໃສ່ຮ້າຍ​ປ້າຍສີ ໂດຍ​ພວກ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນ​ຢິວ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ​ດັ່ງ​ທີ່​ພວກເຂົາ​ອ້າງ​ນັ້ນ. ແຕ່​ພວກເຂົາ​ເປັນ​ພັກພວກ​ຂອງ​ມານຊາຕານ.


ຜູ້​ທີ່​ໄດ້​ໄຊຊະນະ ຜູ້ນັ້ນ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້ ເປັນ​ມໍຣະດົກ ຄື​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ບຸດ​ຂອງເຮົາ.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka