2 ໂກຣິນໂທ 7:7 - ພຣະຄຳພີສັກສິ7 ແລະບໍ່ພຽງແຕ່ການມາຂອງຕີໂຕເທົ່ານັ້ນ, ແຕ່ດ້ວຍການທີ່ພວກເຈົ້າໄດ້ຊູໃຈຂອງຕີໂຕອີກດ້ວຍ ຕາມທີ່ຕີໂຕໄດ້ມາເລົ່າໃຫ້ຟັງເຖິງຄວາມອາໄລ ແລະຄວາມໂສກເສົ້າຂອງເຈົ້າທັງຫລາຍ ກັບທັງໃຈຮ້ອນຮົນຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ເຮົາມີຄວາມຊົມຊື່ນຍິນດີທະວີຂຶ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ. Uka jalj uñjjattʼäta |
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.