Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:5 - ພຣະຄຳພີສັກສິ

5 ເພາະ​ເຖິງ​ແມ່ນ​ວ່າ ພວກເຮົາ​ໄດ້​ມາ​ເຖິງ​ແຂວງ​ມາເກໂດເນຍ​ແລ້ວ​ກໍຕາມ ຮ່າງກາຍ​ຂອງ​ພວກເຮົາ​ກໍ​ບໍ່ໄດ້​ພັກຜ່ອນ ເພາະ​ມີ​ຄວາມ​ທຸກ​ລຳບາກ​ຢູ່​ອ້ອມ​ຂ້າງ, ພາຍ​ນອກ​ມີ​ການ​ຕໍ່ສູ້ ແລະ​ພາຍ​ໃນ​ກໍ​ມີ​ຄວາມ​ຢ້ານກົວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:5
23 Jak'a apnaqawi uñst'ayäwi  

ແຕ່​ນົກເຂົາ​ໂຕ​ນັ້ນ​ບໍ່ມີ​ບ່ອນ​ຈັບ ຈຶ່ງ​ໄດ້​ກັບຄືນ​ມາ ເພາະ​ນໍ້າ​ຍັງ​ຖ້ວມ​ພື້ນດິນ​ຢູ່; ພໍ​ເຫັນ​ນົກ​ກັບ​ມາ ໂນອາ​ກໍ​ຟ້າວ​ເດ່​ມື​ອອກ​ໄປ​ຈັບ​ເອົາ​ນົກ​ໂຕ​ນັ້ນ​ມາ​ໄວ້​ໃນ​ເຮືອ​ນຳ​ໝູ່.


ອ້ອມຮອບ​ຕົວ​ລາວ​ນັ້ນ ຄວາມຢ້ານ​ໃຫຍ່​ລໍຄອຍ ມັນ​ຕິດຕາມ​ລາວ​ໄປ​ໃນ​ທຸກໆ​ບາດ​ກ້າວ.


ພວກເຈົ້າ​ຈະ​ໝຸ່ນ​ໝົດ​ດັ່ງ​ຫີນ​ທີ່​ຖືກ​ເຜົາ​ເພື່ອ​ຈະ​ເອົາ​ໄປ​ເຮັດ​ປູນຂາວ ດັ່ງ​ໜາມ​ທີ່​ຖືກ​ເຜົາ​ເປັນ​ຂີ້ເຖົ່າ.


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’


ພວກເຮົາ​ບໍ່​ກ້າ​ອອກ​ໄປ​ນອກ​ເມືອງ ຫລື​ຍ່າງ​ຕາມ​ຖະໜົນ​ຫົນທາງ ເພາະ​ເຫຼົ່າ​ສັດຕູ​ຖື​ອາວຸດ​ອ້ອມລ້ອມ​ພວກເຮົາ​ຢູ່ ແລະ​ພວກເຮົາ​ກໍ​ຢ້ານກົວ​ພວກເຂົາ​ຫລາຍ.”


ຄວາມທຸກໃຈ​ຂອງ​ຂ້ານ້ອຍ​ປິ່ນປົວ​ບໍ່ໄດ້​ເລີຍ ຂ້ານ້ອຍ​ເຈັບປວດ​ໜັກ​ຢູ່​ພາຍ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.


ດ້ວຍວ່າ, ພວກ​ພີ່ນ້ອງ​ໃນ​ຄຣິສຕະຈັກ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ນັ້ນ ໄດ້​ຕັ້ງໃຈ​ຖວາຍ​ຊັບ ຈັດ​ຝາກ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ທີ່​ທຸກຍາກ​ໃນ​ນະຄອນ​ເຢຣູຊາເລັມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປະເຊີນໜ້າ​ກັບ​ຄວາມ​ຕາຍ​ທຸກ​ວັນ ຄວາມ​ພູມໃຈ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຄື​ຊີວິດ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເມື່ອ​ເຮົາ​ໄດ້​ຜ່ານ​ແຂວງ​ມາເກໂດເນຍ ເພາະວ່າ​ເຮົາ​ຈຳເປັນ​ຕ້ອງ​ໄດ້​ຜ່ານ​ແຂວງ​ນັ້ນ.


ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.


ແລະ​ເຮົາ​ໄດ້​ຂຽນ​ຂໍ້​ຄວາມ​ນັ້ນ​ເພື່ອ​ວ່າ​ເມື່ອ​ເຮົາ​ມາ ເຮົາ​ຈະ​ບໍ່ໄດ້​ຄວາມ​ທຸກໂສກ​ຈາກ​ຄົນ​ເຫຼົ່ານັ້ນ​ທີ່​ຄວນ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ. ເຮົາ​ໄວ້​ໃຈ​ພວກເຈົ້າ​ວ່າ, ຄວາມ​ຍິນດີ​ຂອງເຮົາ​ກໍ​ເປັນ​ຄວາມ​ຍິນດີ​ຂອງ​ເຈົ້າ​ທັງຫລາຍ​ດ້ວຍ.


ນີ້​ແຫຼະ ແມ່ນ​ເຫດຜົນ​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ເພື່ອ​ຢາກ​ຈະ​ລອງ​ເບິ່ງ​ວ່າ ພວກເຈົ້າ​ຈະ​ຍອມ​ເຊື່ອຟັງ​ຂໍ້​ແນະນຳ​ຂອງເຮົາ​ທຸກປະການ​ຫລື​ບໍ່.


ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.


ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.


ດ້ວຍເຫດນີ້ ເມື່ອ​ເຮົາ​ທົນ​ຕໍ່​ການ​ຄອຍຖ້າ​ບໍ່ໄດ້​ອີກ​ແລ້ວ ຈຶ່ງ​ໃຊ້​ຄົນ​ໄປ ເພື່ອ​ຈະ​ໄດ້​ຮູ້​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະ​ເຮົາ​ຢ້ານ​ວ່າ​ຜູ້ລໍ້ລວງ​ຈະ​ທົດລອງ​ພວກເຈົ້າ​ແລ້ວ ດ້ວຍ​ປະການ​ໃດ​ປະການ​ໜຶ່ງ ແລະ​ພາລະກິດ​ທັງ​ສິ້ນ​ທີ່​ພວກເຮົາ​ໄດ້​ກະທຳ​ໄປ​ນັ້ນ ກໍ​ຈະ​ເສຍ​ປະໂຫຍດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka