Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:2 - ພຣະຄຳພີສັກສິ

2 ຈົ່ງ​ເປີດ​ໃຈ​ຂອງ​ພວກເຈົ້າ​ອອກ​ໃຫ້​ກວ້າງ ໄວ້​ຕ້ອນຮັບ​ພວກເຮົາ​ເຖີດ ພວກເຮົາ​ບໍ່ໄດ້​ເຮັດ​ຜິດ​ຄິດຮ້າຍ​ຕໍ່​ຜູ້ໃດ ພວກເຮົາ​ບໍ່ໄດ້​ທຳລາຍ​ຜູ້ໃດ ທັງ​ບໍ່ໄດ້​ຊອກ​ເອົາລັດ​ເອົາປຽບ​ຜູ້ໃດ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ເປີດ​ຫ້ອງ​ຫົວໃຈ​ຂອງ​ພວກເຈົ້າ​ຮັບ​ພວກເຮົາ​ສາ. ພວກເຮົາ​ບໍ່​ໄດ້​ເຮັດຜິດ​ຕໍ່​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ສໍ້ໂກງ​ຜູ້ໃດ, ພວກເຮົາ​ບໍ່​ໄດ້​ຊອກຫາ​ຜົນປະໂຫຍດ​ຈາກ​ຜູ້ໃດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:2
23 Jak'a apnaqawi uñst'ayäwi  

ໂມເຊ​ໃຈຮ້າຍ​ແລະ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂໍ​ພຣະອົງ​ຢ່າ​ຮັບ​ເຄື່ອງ​ຖວາຍ​ໃດໆ ທີ່​ຄົນ​ເຫຼົ່ານີ້​ນຳ​ມາ​ເລີຍ. ຂ້ານ້ອຍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ພວກເຂົາ; ແມ່ນແຕ່​ລໍ​ໂຕໜຶ່ງ​ຂ້ານ້ອຍ​ກໍ​ບໍ່ໄດ້​ເອົາ​ມາ​ຈາກ​ພວກເຂົາ.”


ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ.


“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍຕາມ ແລະ​ໄທ​ເມືອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ກິນ​ຕາມ​ທີ່​ເຂົາ​ຈັດ​ຫາ​ໃຫ້.


ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ, ເອົາ​ຄຳ ຫລື​ເອົາ​ເສື້ອຜ້າ​ຂອງ​ຜູ້ໃດ​ຜູ້ໜຶ່ງ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຢ່າ​ໃຫ້​ຜູ້ໃດ​ຖື​ວ່າ​ເຮົາ​ເປັນ​ຄົນ​ໂງ່ ແຕ່​ຖ້າ​ເປັນ​ດັ່ງນັ້ນ, ກໍ​ຈົ່ງ​ອົດ​ຮັບ​ຟັງ​ເອົາ​ເໝືອນ​ຟັງ​ຄົນ​ໂງ່​ຜູ້ໜຶ່ງ​ສາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ອວດອ້າງ​ຈັກ​ໜ້ອຍ​ໜຶ່ງ.


ແລະ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ​ທັງຫລາຍ ແລະ​ກຳລັງ​ຂາດເຂີນ ເຮົາ​ກໍ​ບໍ່ໄດ້​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ຜູ້ໃດ ເພາະວ່າ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ ໄດ້​ຊ່ວຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງເຮົາ. ເຮົາ​ໄດ້​ລະວັງຕົວ​ບໍ່​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ເຈົ້າ​ທັງຫລາຍ​ໃນ​ສິ່ງໃດ ແລະ​ຈະ​ລະວັງ​ຢ່າງ​ນັ້ນ​ຕໍ່ໄປ.


ພວກເຮົາ​ໄດ້​ປະຖິ້ມ​ສິ່ງ​ທີ່​ໜ້າ​ອັບອາຍ​ທຸກຢ່າງ​ທີ່​ເຮັດ​ໃນ​ທີ່​ລັບລີ້ ພວກເຮົາ​ບໍ່ໄດ້​ເຮັດ​ໂດຍ​ໃຊ້​ກົນອຸບາຍ ທັງ​ບໍ່ໄດ້​ປອມແປງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ດ້ວຍ, ແຕ່​ໄດ້​ສະແດງ​ໃຫ້​ຮູ້​ຄວາມຈິງ​ຢ່າງ​ຈະແຈ້ງ ພວກເຮົາ​ພະຍາຍາມ​ເຮັດ​ໃຫ້​ຕົນເອງ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ທຸກຄົນ ຊ້ອງໜ້າ​ພຣະເຈົ້າ.


ເຫດສະນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໄວ້​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເໝືອນ​ດັ່ງ​ພີ່ນ້ອງ​ຄົນ​ໜຶ່ງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃຫ້​ນັບຖື​ທຸກຄົນ​ທີ່​ເປັນ​ແບບ​ດຽວກັນ​ກັບ​ເພິ່ນ,


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ​ກັນ​ວ່າ, ຄວາມ​ປະພຶດ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.


ບັດນີ້ ເຮົາ​ໄດ້​ໃຊ້​ລາວ​ຄືນ​ມາ​ຫາ​ເຈົ້າ ໂອເນຊີໂມ​ຜູ້​ນີ້ ເປັນ​ໝາກ​ຫົວໃຈ​ຂອງເຮົາ.


ເຫດສະນັ້ນ ຖ້າ​ເຈົ້າ​ຖື​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ຂອງ​ເຈົ້າ​ແລ້ວ ຈົ່ງ​ຕ້ອນຮັບ​ລາວ​ໄວ້​ເໝືອນ​ກັບ​ເຈົ້າ​ຕ້ອນຮັບ​ຕົວ​ເຮົາ​ເອງ.


ຖ້າ​ຜູ້ໃດ​ມາ​ຫາ​ເຈົ້າ ແລະ​ບໍ່​ເອົາ​ຄຳສອນ​ນີ້​ມາ​ນຳ ກໍ​ຢ່າ​ຮັບ​ຄົນ​ນັ້ນ​ເຂົ້າ​ໃນ​ເຮືອນ ແລະ​ທັງ​ຢ່າ​ສະແດງ​ຄວາມ​ຄຳນັບ​ຕໍ່​ຜູ້ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka