Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:12 - ພຣະຄຳພີສັກສິ

12 ເຫດສະນັ້ນ ແມ່ນ​ວ່າ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ກໍ​ບໍ່ແມ່ນ​ຍ້ອນ​ຜູ້​ທີ່​ໄດ້​ເຮັດ​ຜິດ ຫລື​ຍ້ອນ​ຜູ້​ທີ່​ຖືກ​ຜິດ​ນັ້ນ ແຕ່​ເພື່ອ​ຄວາມ​ຂະຫຍັນ​ຂັນແຂງ ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ຈະ​ໄດ້​ປາກົດ​ແກ່​ເຈົ້າ​ທັງຫລາຍ​ຊ້ອງ​ພຣະພັກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ດັ່ງນັ້ນ ເຖິງແມ່ນ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ກໍ​ບໍ່​ແມ່ນ​ເພາະ​ເຫັນແກ່​ຄົນ​ທີ່​ເຮັດ​ຜິດ ຫລື ຝ່າຍ​ທີ່​ເສຍຫາຍ​ນັ້ນ, ແຕ່​ເພື່ອ​ວ່າ​ຕໍ່ໜ້າ​ພຣະເຈົ້າ​ພວກເຈົ້າ​ຈະ​ໄດ້​ເຫັນ​ເອງ​ວ່າ​ພວກເຈົ້າ​ໄດ້​ທຸ້ມເທ​ໃຫ້​ກັບ​ພວກເຮົາ​ຫລາຍ​ເທົ່າໃດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:12
8 Jak'a apnaqawi uñst'ayäwi  

ການ​ທີ່​ເຮົາ​ອວດອ້າງ​ໃນ​ເລື່ອງ​ນີ້ ຄິດ​ວ່າ​ເຮົາ​ບໍ່​ຮັກ​ພວກເຈົ້າ​ຊັ້ນບໍ? ພຣະເຈົ້າ​ຊົງ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ເທົ່າ​ໃດ?


ນອກຈາກ​ທີ່​ກ່າວ​ມາ​ທັງໝົດ​ນັ້ນ​ແລ້ວ ເຮົາ​ກໍ​ຍັງ​ມີ​ພາລະ​ປະຈຳ​ວັນ​ຂອງເຮົາ ຄື​ຄວາມ​ຫ່ວງໃຍ​ທີ່​ມີ​ຕໍ່​ຄຣິສຕະຈັກ​ໃນ​ທຸກ​ແຫ່ງ.


ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ນີ້​ແຫຼະ ແມ່ນ​ເຫດຜົນ​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ເພື່ອ​ຢາກ​ຈະ​ລອງ​ເບິ່ງ​ວ່າ ພວກເຈົ້າ​ຈະ​ຍອມ​ເຊື່ອຟັງ​ຂໍ້​ແນະນຳ​ຂອງເຮົາ​ທຸກປະການ​ຫລື​ບໍ່.


ເພາະ​ເຖິງ​ແມ່ນ​ຈົດໝາຍ​ຂອງເຮົາ​ສະບັບ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ທຸກໃຈ​ກໍຕາມ ເຮົາ​ກໍ​ບໍ່​ກິນແໜງ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ກິນແໜງ​ແດ່​ແລ້ວ​ກໍຕາມ ເພາະ​ເຮົາ​ເຫັນ​ວ່າ ຈົດໝາຍ​ສະບັບ​ນັ້ນ​ໄດ້​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ທຸກໃຈ​ກໍ​ພຽງແຕ່​ຊົ່ວຄາວ​ເທົ່ານັ້ນ.


ດ້ວຍວ່າ, ຜູ້​ທີ່​ບໍ່​ຮູ້ຈັກ​ນຳພາ​ຄອບຄົວ​ຂອງຕົນ ຜູ້ນັ້ນ​ຈະ​ປົກຄອງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໃດ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka