Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 7:1 - ພຣະຄຳພີສັກສິ

1 ບັນດາ​ເພື່ອນ​ທີ່​ຮັກ​ຂອງເຮົາ​ເອີຍ, ເມື່ອ​ພວກເຮົາ​ມີ​ພຣະສັນຍາ​ໃໝ່​ດັ່ງນີ້​ແລ້ວ ຈົ່ງ​ໃຫ້​ພວກເຮົາ​ຊຳລະ​ຕົວ​ຈາກ​ທຸກສິ່ງ ທີ່​ເຮັດ​ໃຫ້​ຮ່າງກາຍ​ແລະ​ຈິດ​ວິນຍານ​ເປັນ​ມົນທິນ ແລະ​ຈົ່ງ​ເຮັດ​ໃຫ້​ມີ​ຄວາມ​ບໍຣິສຸດ​ຢ່າງ​ຄົບຖ້ວນ ໂດຍ​ຄວາມ​ຢຳເກງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ບັນດາ​ເພື່ອນ​ທີ່​ຮັກ​ເອີຍ, ເມື່ອ​ພວກເຮົາ​ມີ​ຄຳ​ສັນຍາ​ເຫລົ່ານີ້​ແລ້ວ ກໍ​ຂໍ​ໃຫ້​ພວກເຮົາ​ຊຳລະ​ຕົນເອງ​ຈາກ​ທຸກສິ່ງ​ທີ່​ເຮັດ​ໃຫ້​ຮ່າງກາຍ ແລະ ຈິດວິນຍານ​ເປື້ອນເປິ, ຈົ່ງ​ເຮັດ​ໃຫ້​ຄວາມບໍລິສຸດ​ສົມບູນ​ປາກົດ​ອອກມາ​ຈາກ​ຄວາມ​ຢຳເກງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 7:1
48 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ໃຫ້​ຄຳແນະນຳ​ແກ່​ພວກເຂົາ​ດັ່ງນີ້: “ພວກທ່ານ​ຕ້ອງ​ປະຕິບັດ​ໜ້າທີ່​ຂອງ​ພວກທ່ານ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຊື່ອຟັງ​ພຣະອົງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ພວກທ່ານ​ເຮັດ.


ຄົນ​ໜຸ່ມສາວ​ຮັກສາ​ຊີວິດ​ໃຫ້​ບໍຣິສຸດ​ໄດ້​ຢ່າງໃດ? ກໍ​ໂດຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.


ຄວາມ​ຢຳເກງ​ແກ່​ພຣະເຈົ້າຢາເວ​ເປັນ​ການ​ດີ ຊຶ່ງ​ຄວນ​ຈະ​ມີ​ສືບໆໄປ​ເປັນນິດ. ການຕັດສິນ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ເປັນ​ການຕັດສິນ​ທີ່​ຍຸດຕິທຳ​ຢູ່​ສະເໝີ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ​ແລະ​ພຣະເຈົ້າ​ກໍ​ຈະ​ຍົກ​ບາບ​ໃຫ້, ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ແລະ​ສິ່ງ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຖືກ​ເຈົ້າ.


ໃຜ​ບອກ​ໄດ້​ແທ້​ວ່າ​ຈິດສຳນຶກ​ຂອງຕົນ​ຜ່ອງໃສ ແລະ​ບາບ​ຂອງຕົນ​ກໍ​ຖືກ​ຊຳລະ​ແລ້ວ?


ຜູ້​ທີ່​ຄິດ​ວ່າ​ຕົນ​ສະອາດ​ບໍຣິສຸດ ໃນ​ເມື່ອ​ຕົນ​ເປິເປື້ອນ​ທີ່ສຸດ ຄົນ​ຢ່າງນີ້​ກໍມີ.


ການ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແມ່ນ​ການ​ກຽດຊັງ​ສິ່ງ​ທີ່​ຊົ່ວຮ້າຍ ເຮົາ​ຊັງ​ຄວາມ​ຫຍາບຊ້າ​ແລະ​ການ​ອວດດີ ທາງ​ຊົ່ວຮ້າຍ​ອັບປີ​ແລະ​ຄຳເວົ້າ​ຕົວະ.


ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ອຸກໃຈ​ຫລື​ເຈັບປວດ. ເຈົ້າ​ຈະ​ໜຸ່ມ​ຕໍ່ໄປ​ບໍ່ໄດ້​ດົນນານ.


ຈົ່ງ​ຊຳລະ​ຕົວ​ຂອງ​ພວກເຈົ້າ​ໃຫ້​ສະອາດ. ຈົ່ງ​ເລີກ​ຈາກ​ການ​ຊົ່ວຊ້າ​ທັງໝົດ​ທີ່​ເຮົາ​ເຫັນ​ພວກເຈົ້າ​ກຳລັງ​ເຮັດ​ຢູ່​ນັ້ນ​ສາ. ແມ່ນແລ້ວ ຈົ່ງ​ເລີກ​ເຮັດ​ຊົ່ວ​ສາ


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ພຣະອົງ​ໄດ້​ເຫັນ​ເຈົ້າ​ເຮັດ​ສິ່ງ​ຕ່າງໆ​ທີ່​ພຣະອົງ​ກຽດຊັງ. ພຣະອົງ​ໄດ້​ເຫັນ​ເຈົ້າ​ແລ່ນ​ຕາມ​ບັນດາ​ພະ​ຕ່າງຊາດ​ທີ່​ເທິງ​ເນີນພູ​ແລະ​ທີ່​ທົ່ງນາ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແລ່ນຕາມ​ເມຍ​ຂອງ​ເພື່ອນບ້ານ​ຢ່າງ​ບ້າ​ຕັນຫາ ຫລື​ດັ່ງ​ມ້າ​ຖືເຊີງ​ແລ່ນຕາມ​ມ້າ​ໂຕ​ແມ່ ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ເມື່ອໃດ​ນໍ​ພວກເຈົ້າ​ຈຶ່ງ​ຈະ​ບໍຣິສຸດ?


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ຖ້າ​ລາວ​ຊັກ​ສິ່ງຂອງ​ເຫຼົ່ານັ້ນ​ແລ້ວ ແລະ​ຈຸດ​ທີ່​ປາກົດ​ນັ້ນ​ໝົດ​ໄປ ຕ້ອງ​ໃຫ້​ລາວ​ຊັກ​ຕື່ມ​ອີກ ແລ້ວ​ຈຶ່ງ​ໃຫ້​ຖື​ວ່າ​ເຄື່ອງ​ນັ້ນ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ.


ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຕ້ອງ​ເປັນ​ຄົນ​ດີທີ່ສຸດ ເໝືອນ​ຢ່າງ​ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ເປັນ​ຜູ້​ດີທີ່ສຸດ.”


ຜູ້ໃດ​ມີ​ໃຈ​ບໍຣິສຸດ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ເຫັນ​ພຣະເຈົ້າ


ໃນ​ຂະນະ​ນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ແຂວງ​ຄາລີເລ ແລະ ຊາມາເຣຍ ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ແລະ​ຈະເລີນ​ຂຶ້ນ ພ້ອມ​ກັນ​ນັ້ນ​ກໍ​ດຳເນີນ​ໄປ​ໃນ​ຄວາມ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຄຣິສຕະຈັກ​ກໍ​ເຕີບໂຕ​ຂຶ້ນ ສ່ວນ​ຈຳນວນ​ຄຣິສຕະຈັກ​ກໍ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊົງ​ນຳ ຈາກ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ພຣະເຈົ້າ​ໄດ້​ຊົງ​ຊື້​ພວກເຈົ້າ​ມາ​ດ້ວຍ​ລາຄາ​ສູງ. ສະນັ້ນ ຈົ່ງ​ຖວາຍ​ພຣະ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ຮ່າງກາຍ​ຂອງຕົນ.


ດ້ວຍວ່າ, ພຣະສັນຍາ​ທຸກຢ່າງ​ຂອງ​ພຣະເຈົ້າ​ລ້ວນແຕ່​ເປັນ​ຈິງ ໂດຍ​ພຣະເຢຊູເຈົ້າ. ດ້ວຍເຫດນີ້ ເຮົາ​ຈຶ່ງ​ກ່າວ​ຄຳ​ວ່າ, “ອາແມນ” ​ໂດຍ​ພຣະອົງ ເພື່ອ​ເປັນ​ການ​ຖວາຍ​ກຽດ​ແດ່​ພຣະເຈົ້າ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ໄດ້​ມາ​ເຖິງ​ທີ່​ຊຸມນຸມ​ກັນ​ຂອງ​ບັນດາ​ລູກກົກ ຜູ້​ທີ່​ມີ​ຄວາມ​ຊົມຊື່ນ​ຍິນດີ ຊຶ່ງ​ຊື່​ຂອງ​ພວກເຂົາ​ໄດ້​ບັນທຶກ​ໄວ້​ໃນ​ສະຫວັນ​ແລ້ວ, ໄດ້​ມາ​ເຖິງ​ພຣະເຈົ້າ​ຜູ້​ພິພາກສາ​ມະນຸດ​ທຸກຄົນ ແລະ​ມາ​ເຖິງ​ຈິດ​ວິນຍານ​ຂອງ​ບັນດາ​ຄົນ​ຊອບທຳ ຜູ້​ເຖິງ​ທີ່​ສຳເລັດ​ແລ້ວ.


ເຫດສະນັ້ນ ເນື່ອງ​ດ້ວຍ​ພວກເຮົາ​ຮັບ​ແຜ່ນດິນ​ທີ່​ຫວັ່ນໄຫວ​ບໍ່ໄດ້​ແລ້ວ, ກໍ​ໃຫ້​ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພື່ອ​ພວກເຮົາ​ຈະ​ໄດ້​ບົວລະບັດ​ພຣະເຈົ້າ ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ.


ດ້ວຍເຫດນັ້ນ ເມື່ອ​ພຣະສັນຍາ​ຍັງ​ມີ​ຢູ່​ວ່າ ຈະ​ໃຫ້​ພວກເຮົາ​ເຂົ້າ​ຮ່ວມ​ບ່ອນ​ພັກ​ຂອງ​ພຣະອົງ ກໍ​ໃຫ້​ເຮົາ​ທັງຫລາຍ​ຢຳເກງ ເພາະ​ຢ້ານ​ຈະ​ມີ​ຜູ້ໜຶ່ງ​ຜູ້ໃດ​ໃນ​ພວກເຈົ້າ​ໄປ​ບໍ່​ເຖິງ.


ແຕ່​ພວກ​ພີ່ນ້ອງ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ​ທ່າທີ​ຂອງ​ພວກເຈົ້າ ມີ​ສິ່ງ​ດີກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ ກໍ​ຄື​ສິ່ງ​ທີ່​ກ່ຽວກັບ​ຄວາມ​ພົ້ນ.


ເຈົ້າ​ທັງຫລາຍ​ຈົ່ງ​ເຂົ້າ​ໃກ້​ພຣະເຈົ້າ ແລະ​ພຣະອົງ​ຈະ​ສະເດັດ​ມາ​ໃກ້​ພວກເຈົ້າ ຄົນ​ບາບ​ທັງຫລາຍ​ເອີຍ, ຈົ່ງ​ຊຳລະ​ມື​ໃຫ້​ສະອາດ ແລະ​ຄົນ​ສອງໃຈ​ເອີຍ, ຈົ່ງ​ຊຳລະ​ໃຈ​ຂອງຕົນ​ໃຫ້​ບໍຣິສຸດ


ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.


ແລະ​ຖ້າ​ພວກເຈົ້າ​ພາວັນນາ​ອະທິຖານ​ທູນ​ຂໍ​ຕໍ່​ພຣະອົງ ຜູ້​ຊົງ​ພິພາກສາ​ທຸກຄົນ ຕາມ​ກິດຈະການ​ຂອງ​ເຂົາ ໂດຍ​ບໍ່​ເລືອກ​ໜ້າ​ຜູ້ໃດ ເຖິງ​ແມ່ນ​ວ່າ​ພວກເຈົ້າ​ເອີ້ນ​ພຣະອົງ​ວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງ​ປະຕິບັດ​ໄປ​ດ້ວຍ​ຄວາມ​ຢຳເກງ ຕະຫລອດ​ເວລາ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ແຕ່​ຖ້າ​ພວກເຮົາ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ເໝືອນ​ດັ່ງ​ພຣະອົງ​ຊົງ​ຢູ່​ໃນ​ຄວາມ​ສະຫວ່າງ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ຊຶ່ງກັນແລະກັນ ແລະ​ພຣະ​ໂລຫິດ​ຂອງ​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ກໍ​ຊຳລະ​ເຮົາ​ທັງຫລາຍ​ຈາກ​ການ​ຜິດບາບ​ທັງ​ສິ້ນ.


ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka