Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 6:3 - ພຣະຄຳພີສັກສິ

3 ພວກເຮົາ​ບໍ່ໄດ້​ເຮັດ​ໃຫ້​ຜູ້ໃດ​ຊຸນ​ສະດຸດ​ໃຈ​ຈັກ​ຢ່າງ ເພື່ອ​ບໍ່​ໃຫ້​ການ​ທີ່​ພວກເຮົາ​ຮັບໃຊ້​ປະຕິບັດ​ນັ້ນ ເປັນ​ທີ່​ຕິຕຽນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພວກເຮົາ​ບໍ່​ເຮັດໃຫ້​ທາງເດີນ​ຂອງ​ຜູ້ໃດ​ຊູນສະດຸດ, ເພື່ອ​ວ່າ​ພັນທະກິດ​ຂອງ​ພວກເຮົາ​ຈະ​ບໍ່​ຂາດ​ຄວາມເຊື່ອຖື.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 6:3
11 Jak'a apnaqawi uñst'ayäwi  

ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”


“ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ແມ່ນ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.


ເລື່ອງ​ນີ້​ເປັນ​ອັນຕະລາຍ​ແກ່​ທຸລະກິດ​ຂອງ​ພວກເຮົາ ທີ່​ຈະ​ໃຫ້​ເກີດ​ມີ​ຊື່ສຽງ​ບໍ່​ດີ ບໍ່​ພຽງແຕ່​ເທົ່ານັ້ນ ປະຊາຊົນ​ຍັງ​ຈະ​ຄິດ​ຕໍ່ໄປ​ອີກ​ວ່າ, ວິຫານ​ຂອງ​ພະ​ອາເຕມາ​ເທບທິດາ ຜູ້​ຍິ່ງໃຫຍ່​ບໍ່ມີ​ຄວາມ​ສຳຄັນ​ຫຍັງ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພະນາງ​ກໍ​ຈະ​ຖືກ​ທຳລາຍ ຊຶ່ງ​ພະນາງ​ເຄີຍ​ເປັນ​ທີ່​ນັບຖື​ຂອງ​ບັນດາ​ຊາວ​ເອເຊຍ ແລະ​ຂອງ​ຊາວ​ໂລກ​ທັງໝົດ.”


ເຫດສະນັ້ນ ພວກເຮົາ​ຢ່າ​ກ່າວໂທດ​ໃສ່​ກັນແລະກັນ​ອີກ​ຕໍ່ໄປ, ແຕ່​ຈົ່ງ​ຕັດສິນໃຈ​ເຮັດ​ດັ່ງນີ້​ກໍດີກວ່າ ຄື​ຢ່າ​ເອົາ​ສິ່ງໃດ​ສິ່ງໜຶ່ງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ຊູນ​ສະດຸດ ຫລື​ລົ້ມ​ລົງ​ໃນ​ບາບ ມາ​ຂວາງ​ທາງ​ພີ່ນ້ອງ.


ຖ້າ​ຄົນອື່ນ​ມີ​ສິດ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ພວກເຈົ້າ ພວກເຮົາ​ກໍ​ມີ​ສິດ​ຕັ້ງ​ຫລາຍ​ເທົ່າ​ບໍ່ແມ່ນ​ບໍ? ເຖິງ​ປານນັ້ນ ພວກເຮົາ​ກໍ​ບໍ່ໄດ້​ໃຊ້​ສິດ​ນັ້ນ ແຕ່​ພວກເຮົາ​ກັບ​ຍອມ​ທົນ​ຕໍ່​ທຸກສິ່ງ ເພື່ອ​ຈະ​ບໍ່​ເປັນ​ເຫດ​ຂັດຂວາງ​ການ​ປະກາດ​ຂ່າວປະເສີດ.


ຕໍ່​ຄົນ​ທີ່​ອ່ອນ​ໃນ​ຄວາມເຊື່ອ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ອ່ອນແອ ດັ່ງ​ຜູ້ໜຶ່ງ​ໃນ​ພວກເຂົາ ເພື່ອ​ຈະ​ໄດ້​ໃຈ​ຄົນ​ອ່ອນແອ ດັ່ງນັ້ນ ເຮົາ​ຈຶ່ງ​ຍອມ​ເປັນ​ຄົນ​ທຸກ​ຊະນິດ ເພື່ອ​ຈະ​ໄດ້​ຊ່ວຍ​ບາງຄົນ​ໃຫ້​ພົ້ນ ດ້ວຍ​ທຸກ​ວິທີ​ທາງ​ທີ່​ເຮົາ​ອາດ​ເຮັດ​ໄດ້.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ພວກເຮົາ​ຕັ້ງໃຈ​ຈະ​ບໍ່​ໃຫ້​ຜູ້ໃດ​ຕຳໜິ ໃນ​ເລື່ອງ​ຂອງ​ບໍລິຈາກ​ອັນ​ຫລວງຫລາຍ ທີ່​ພວກເຮົາ​ກຳລັງ​ຮັບ​ມາ​ແຈກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka