2 ໂກຣິນໂທ 6:2 - ພຣະຄຳພີສັກສິ2 ເພາະພຣະອົງຊົງກ່າວວ່າ, “ໃນຄາວແຫ່ງຄວາມກະລຸນາ ເຮົາໄດ້ຟັງເຈົ້າ ໃນວັນແຫ່ງຄວາມພົ້ນ ເຮົາໄດ້ຊ່ວຍເຫລືອເຈົ້າໄວ້.” ເບິ່ງແມ! ເວລານີ້ ແມ່ນຄາວແຫ່ງຄວາມກະລຸນາ ເບິ່ງແມ! ເວລານີ້ເປັນວັນແຫ່ງຄວາມພົ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເພາະພຣະອົງກ່າວວ່າ, “ໃນເວລາແຫ່ງຄວາມກະລຸນາຂອງເຮົາ ເຮົາໄດ້ຟັງພວກເຈົ້າ ແລະ ໃນວັນແຫ່ງຄວາມພົ້ນນັ້ນ ເຮົາໄດ້ຊ່ວຍພວກເຈົ້າ”. ເຮົາບອກພວກເຈົ້າວ່າ, ບັດນີ້ ເປັນເວລາແຫ່ງຄວາມກະລຸນາຂອງພຣະເຈົ້າ, ບັດນີ້ ເປັນວັນແຫ່ງຄວາມພົ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.
ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.