Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:4 - ພຣະຄຳພີສັກສິ

4 ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ໃນຂະນະ​ທີ່​ພວກເຮົາ​ຍັງ​ຢູ່​ໃນ​ເຕັນ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ ແລະ ເປັນທຸກ, ເພາະ​ພວກເຮົາ​ບໍ່​ປາຖະໜາ​ທີ່​ຈະ​ເປືອຍ​ຢູ່ ແຕ່​ປາຖະໜາ​ທີ່​ຈະ​ຮັບ​ການຫົ່ມກາຍ​ດ້ວຍ​ທີ່ຢູ່ອາໄສ​ຈາກ​ສະຫວັນ​ຂອງ​ພວກເຮົາ, ເພື່ອ​ວ່າ​ຊີວິດ​ຈະ​ກືນເອົາ​ຮ່າງກາຍ​ທີ່​ຕາຍເປັນ​ນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:4
8 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.


ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.


ນີ້​ແຫຼະ ເຮົາ​ມີ​ຂໍ້​ລັບເລິກ​ບອກ​ພວກເຈົ້າ​ວ່າ, ເຮົາ​ທັງຫລາຍ​ຈະ​ບໍ່​ລ່ວງລັບ​ໄປ​ໝົດ​ທຸກຄົນ, ແຕ່​ເຮົາ​ທັງຫລາຍ​ຈະ​ຖືກ​ປ່ຽນແປງ​ໃໝ່​ໝົດ​ທຸກຄົນ,


ເພາະວ່າ​ທີ່​ຈິງ​ໃນ​ຮ່າງກາຍ​ນີ້ ເຮົາ​ຍັງ​ໂອ່ຍ​ອາໄລ​ຢູ່ ປາຖະໜາ​ຫາ​ຢ່າງ​ຮ້ອນຮົນ ຢາກ​ຫົ່ມ​ເອົາ​ທີ່​ຢູ່​ຂອງເຮົາ​ອັນ​ມາ​ແຕ່​ສະຫວັນ,


ເພື່ອ​ວ່າ​ເມື່ອ​ພວກເຮົາ​ຫົ່ມ​ຮ່າງກາຍ​ໃໝ່​ແລ້ວ ພວກເຮົາ​ກໍ​ບໍ່​ຕ້ອງ​ຢູ່​ໃນ​ສະພາບ​ທີ່​ປະເປືອຍ.


ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka