Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 5:1 - ພຣະຄຳພີສັກສິ

1 ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 5:1
25 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ​ອອກ​ມາ; ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດຜົນ​ພຽງພໍ​ລ້ຽງ​ຊີວິດ​ເຈົ້າ. ຈົນກວ່າ​ເຈົ້າ​ຄືນ​ໄປ​ສູ່​ດິນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ; ເຈົ້າ​ຖືກ​ສ້າງ​ມາ​ແຕ່​ດິນ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.”


ພຣະອົງ​ໄດ້​ໃຫ້​ລົມ​ພັດ​ຂ້ານ້ອຍ​ໃຫ້​ໜີໄປ​ໄກ ພຣະອົງ​ໂຍນ​ຂ້ານ້ອຍ​ໃນ​ທ່າມກາງ​ພະຍຸຮ້າຍ.


ເຈົ້າ​ຄິດ​ວ່າ​ພຣະອົງ​ຈະ​ໄວ້ວາງໃຈ​ຕໍ່ ສິ່ງ​ທີ່​ຖືກ​ສ້າງ​ຈາກ​ດິນ​ໜຽວ​ຊັ້ນບໍ? ສິ່ງ​ທີ່​ເປັນ​ຂີ້ດິນ​ອາດ​ຖືກ​ຢຽບ​ໝຸ່ນ ໃຫ້​ທະລາຍ​ໄປ​ດັ່ງ​ແມງເມົ່າ​ກໍໄດ້.


ມື້​ທີ່​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ນັ້ນ ສັດຕູ​ຈະ​ຖອຍ​ໜີໄປ ແລະ​ຮູ້​ໄດ້​ເພາະ​ພຣະເຈົ້າ ຢູ່​ຝ່າຍ​ຂ້ານ້ອຍ​ແລ້ວ.


ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.


“ພວກເຮົາ​ໄດ້ຍິນ​ລາວ​ເວົ້າ​ວ່າ, ‘ເຮົາ​ຈະ​ມ້າງ​ພຣະວິຫານ​ຫລັງ​ນີ້ ທີ່​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຫລັງຈາກ​ສາມ​ວັນ ເຮົາ​ຈະ​ສ້າງ​ຫລັງ​ໜຶ່ງ​ຂຶ້ນ​ໃໝ່ ທີ່​ບໍ່ໄດ້​ເຮັດ​ດ້ວຍ​ມື​ມະນຸດ.”’


ເຖິງປານນັ້ນ ພຣະເຈົ້າ​ອົງ​ສູງສຸດ​ກໍ​ບໍ່ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ,


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.


ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.


ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ເພິ່ນ​ໄດ້​ລໍຄອຍ​ນະຄອນ​ທີ່​ຕັ້ງ​ຢູ່​ເທິງ​ຮາກຖານ ຊຶ່ງ​ພຣະເຈົ້າ​ຊົງ​ເປັນ​ນາຍຊ່າງ ແລະ​ຊົງ​ເປັນ​ຜູ້​ສ້າງ​ຂຶ້ນ.


ເມື່ອ​ພຣະຄຣິດ​ໄດ້​ສະເດັດ​ມາ​ເປັນ​ພຣະ​ມະຫາ​ປະໂຣຫິດ​ສຳລັບ​ສິ່ງ​ປະເສີດ ຊຶ່ງ​ມາ​ເຖິງ​ແລ້ວ. ພຣະອົງ​ກໍໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ແລະ​ປະເສີດ​ກວ່າ​ແຕ່​ກ່ອນ (ທີ່​ບໍ່ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ ຄື​ບໍ່ແມ່ນ​ສິ່ງຂອງ​ທີ່​ສ້າງ​ຂຶ້ນ​ໃນ​ໂລກນີ້).


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.


ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ຄື​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ.


ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka