2 ໂກຣິນໂທ 4:8 - ພຣະຄຳພີສັກສິ8 ພວກເຮົາຖືກຄວາມທຸກລຳບາກຮອບດ້ານ, ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ, ແຕ່ຍັງບໍ່ໝົດທາງອອກ; Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ພວກເຮົາຖືກກົດດັນຢ່າງໜັກໃນທຸກດ້ານ ແຕ່ບໍ່ຖືກແຕກຫັກ, ຖືກສັບສົນ ແຕ່ບໍ່ຢູ່ໃນຄວາມໝົດຫວັງ, Uka jalj uñjjattʼäta |
ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້.
ຊາມູເອນກ່າວຕໍ່ກະສັດໂຊນວ່າ, “ເປັນຫຍັງເຈົ້າຈຶ່ງລົບກວນຂ້ອຍ? ເປັນຫຍັງຈຶ່ງເຮັດໃຫ້ຂ້ອຍກັບມາ?” ກະສັດໂຊນຕອບວ່າ, “ຂ້ານ້ອຍມີບັນຫາໜັກ ພວກຟີລິດສະຕິນເຮັດເສິກຕໍ່ສູ້ຂ້ານ້ອຍ ແລະພຣະເຈົ້າໄດ້ປະຖິ້ມຂ້ານ້ອຍ. ພຣະອົງບໍ່ຕອບຂ້ານ້ອຍເລີຍ ບໍ່ວ່າທາງຜູ້ທຳນວາຍ ຫລືທາງຄວາມຝັນ. ດັ່ງນັ້ນ ຂ້ານ້ອຍຈຶ່ງເອີ້ນທ່ານມາ ເພື່ອຢາກຮູ້ວ່າຂ້ານ້ອຍຈະຕ້ອງເຮັດຢ່າງໃດ?”