Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:7 - ພຣະຄຳພີສັກສິ

7 ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ພວກເຮົາ​ມີ​ຂອງ​ລ້ຳຄ່າ​ນີ້​ໃນ​ພາຊະນະ​ດິນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ລິດອຳນາດ​ອັນ​ເໜືອກວ່າ​ສິ່ງ​ທັງປວງ​ນີ້​ມາ​ຈາກ​ພຣະເຈົ້າ ບໍ່​ແມ່ນ​ມາ​ຈາກ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:7
31 Jak'a apnaqawi uñst'ayäwi  

ຈົ່ງ​ຈົດຈຳ​ວ່າ​ພຣະອົງ​ສ້າງ​ຂ້ານ້ອຍ​ແຕ່​ດິນ​ໜຽວ ພຣະອົງ​ຂ້ຽວ​ຢຽບ​ຂ້ານ້ອຍ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ອີກ​ຫລືນີ້?


ຕໍ່ສາຍຕາ​ພຣະເຈົ້າ ເຈົ້າ​ແລະ​ຂ້ອຍ​ເທົ່າທຽມ​ກັນ ເຮົາ​ທັງສອງ​ຖືກ​ສ້າງ​ມາ​ຈາກ​ດິນ​ໜຽວ​ທັງນັ້ນ.


ເຈົ້າ​ຄິດ​ວ່າ​ພຣະອົງ​ຈະ​ໄວ້ວາງໃຈ​ຕໍ່ ສິ່ງ​ທີ່​ຖືກ​ສ້າງ​ຈາກ​ດິນ​ໜຽວ​ຊັ້ນບໍ? ສິ່ງ​ທີ່​ເປັນ​ຂີ້ດິນ​ອາດ​ຖືກ​ຢຽບ​ໝຸ່ນ ໃຫ້​ທະລາຍ​ໄປ​ດັ່ງ​ແມງເມົ່າ​ກໍໄດ້.


ພວກ​ຊາຍໜຸ່ມ​ທີ່​ເມືອງ​ຊີໂອນ​ນັ້ນ ປະເສີດ​ເລີດລໍ້າ​ດັ່ງ​ຄຳ​ແກ່​ພວກເຮົາ ແຕ່​ບັດນີ້ ພວກເຂົາ​ກໍ​ນັບ​ເປັນ​ເໝືອນ ໝໍ້​ດິນ​ທຳມະດາ​ເທົ່ານັ້ນ.


“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ, ຊາຍ​ຄົນ​ໜຶ່ງ​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ, ລາວ​ດີ​ໃຈ​ທີ່ສຸດ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.”


ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ​ທຳມະຈານ​ທຸກຄົນ ທີ່​ໄດ້​ຮຽນຮູ້​ເຖິງ​ຣາຊອານາຈັກ​ສະຫວັນ ກໍ​ເໝືອນ​ເຈົ້າ​ຂອງ​ເຮືອນ​ຜູ້ໜຶ່ງ​ທີ່​ເອົາ​ຂອງ​ໃໝ່ ແລະ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງຕົນ.”


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ພຣະອົງ​ໄດ້​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ຕໍ່າຕ້ອຍ ແລະ​ໜ້າກຽດຊັງ ແລະ​ບໍ່​ສຳຄັນ​ຫຍັງ ເພື່ອ​ທຳລາຍ​ສິ່ງ​ທີ່​ໂລກ​ເຫັນ​ວ່າ​ສຳຄັນ.


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ເສົ້າໂສກ, ແຕ່​ກໍ​ຍັງ​ຊົມຊື່ນ​ຍິນດີ​ຢູ່​ສະເໝີ; ເປັນ​ຄົນ​ຍາກຈົນ, ແຕ່​ກໍ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ເປັນ​ຄົນ​ບໍ່ມີ​ຫຍັງ, ແຕ່​ກໍ​ຍັງ​ມີ​ທຸກສິ່ງ.


ເຖິງ​ແມ່ນ​ວ່າ ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຮົາ​ບໍ່​ເຊື່ອຟັງ ພຣະອົງ​ກໍ​ຍັງ​ໄດ້​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ສູ່​ຊີວິດ​ກັບ​ພຣະຄຣິດ ການ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ລອດພົ້ນ​ນັ້ນ ແມ່ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ.


ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື


ໃນ​ເຮືອນ​ໃຫຍ່​ຫລັງ​ໃດ ບໍ່ແມ່ນ​ມີ​ແຕ່​ພາຊະນະ​ເງິນ​ແລະ​ຄຳ​ເທົ່ານັ້ນ ແຕ່​ມີ​ພາຊະນະ​ໄມ້​ແລະ​ດິນ​ດ້ວຍ ບາງ​ຢ່າງ​ກໍ​ໃຊ້​ເພື່ອ​ເປັນ​ກຽດ ແລະ​ບາງ​ຢ່າງ​ກໍ​ໃຊ້​ການ​ທຳມະດາ.


ພຣະເຈົ້າຢາເວ​ບອກ​ກີເດໂອນ​ວ່າ, “ຄົນ​ທີ່​ມາ​ນຳ​ເຈົ້າ​ນັ້ນ​ມີ​ຫລາຍໂພດ ເຮົາ​ບໍ່​ຢາກ​ໃຫ້​ມີ​ຫລາຍ​ຄົນ​ປານນັ້ນ​ເພື່ອ​ຊະນະ​ພວກ​ມີດີອານ. ເມື່ອ​ຮົບ​ຊະນະ​ພວກ​ມີດີອານ​ແລ້ວ ພວກເຂົາ​ອາດ​ຄິດ​ວ່າ​ໄຊຊະນະ​ທີ່​ໄດ້​ມາ​ນັ້ນ ແມ່ນ​ດ້ວຍ​ກຳລັງ​ຂອງ​ຕົນເອງ ໂດຍ​ຈະ​ບໍ່​ຄິດ​ວ່າ​ເຮົາ​ເປັນ​ຜູ້​ຊ່ວຍເຫລືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka