Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:4 - ພຣະຄຳພີສັກສິ

4 ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພະ​ຂອງ​ຍຸກ​ນີ້​ເຮັດ​ໃຫ້​ຈິດໃຈ​ຂອງ​ບັນດາ​ຄົນທີ່ບໍ່ເຊື່ອ​ບອດ​ໄປ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ສາມາດ​ເຫັນ​ແສງສະຫວ່າງ​ຂອງ​ຂ່າວປະເສີດ​ທີ່​ສະແດງ​ສະຫງ່າລາສີ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ເໝືອນ​ພຣະເຈົ້າ​ທຸກ​ຢ່າງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:4
42 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍວິທິ​ໃດ?’ ວິນຍານ​ດວງນັ້ນ​ໄດ້​ຕອບ​ຄືນ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເວົ້າຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ຈົ່ງ​ໄປ​ຫລອກລວງ​ລາວ​ສາ ເຈົ້າ​ຈະ​ສຳເລັດ.”’


ພຣະເຈົ້າ​ສົ່ງ​ແສງແຈ້ງ​ມາ​ຈາກ​ພູເຂົາ​ຊີໂອນ ຄື​ພຣະ​ນະຄອນ​ທີ່​ມີ​ຄວາມ​ງົດງາມ​ອັນ​ຄົບຖ້ວນ​ແລະ​ສົມບູນແບບ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ໂລກ​ຈະ​ຕ້ອງ​ຖືກ​ຕັດສິນ ຜູ້ປົກຄອງ​ໂລກ​ຈະ​ຖືກ​ລຶບລ້າງ​ເສຍ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ພວກເຂົາ​ບອດ​ໄປ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງ​ກະດ້າງ ຢ້ານ​ວ່າ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ ແລະ ສັງເກດ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ກັບ​ໃຈ​ໃໝ່ ເຮົາ​ຈະ​ຮັກສາ​ໃຫ້​ພວກເຂົາ​ດີ.”


ຜູ້ໃດ​ທີ່​ເຫັນ​ເຮົາ ກໍ​ເຫັນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ​ເໝືອນກັນ.


ແຕ່​ນີ້​ໄປ ເຮົາ​ຈະ​ບໍ່​ສົນທະນາ​ຫລາຍ​ຄຳ​ກັບ​ພວກເຈົ້າ ເພາະ​ຜູ້ປົກຄອງ​ໂລກນີ້​ກຳລັງ​ມາ ຜູ້​ນັ້ນ​ບໍ່ມີ​ສິດອຳນາດ​ເໜືອ​ເຮົາ


ຖ້າ​ເຮົາ​ບໍ່ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຮັດ​ນັ້ນ ພວກເຂົາ​ກໍ​ຄົງ​ບໍ່ມີ​ບາບກຳ, ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ ພວກເຂົາ​ຈຶ່ງ​ກຽດຊັງ​ທັງ​ເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ດ້ວຍ.


ສ່ວນ​ເລື່ອງ​ການ​ພິພາກສາ​ນັ້ນ ຄື​ເພາະ​ຜູ້ປົກຄອງ​ໂລກ​ນີ້​ໄດ້​ຖືກ​ພິພາກສາ​ແລ້ວ.”


ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກ​ຟາຣີຊາຍ​ອີກ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ຄວາມ​ສະຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ​ຈະ​ມີ​ຄວາມ​ສະຫວ່າງ​ແຫ່ງ​ຊີວິດ ແລະ​ຈະ​ບໍ່​ເດີນ​ຢູ່​ໃນ​ຄວາມມືດ​ຈັກເທື່ອ.”


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຜູ້​ທຳອິດ ທີ່​ເປັນ​ຄືນ​ມາ​ຈາກ​ຕາຍ ເພື່ອ​ຈະ​ປະກາດ​ຄວາມ​ສະຫວ່າງ​ທີ່​ນຳ​ໄປ​ສູ່​ຄວາມ​ລອດພົ້ນ​ແກ່​ຄົນ​ຢິວ ແລະ​ແກ່​ຄົນຕ່າງຊາດ.”


ບໍ່ແມ່ນ​ດອກ ເຮົາ​ໝາຍຄວາມວ່າ​ເຄື່ອງ​ບູຊາ ຊຶ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຖວາຍ​ນັ້ນ ເຂົາ​ຖວາຍ​ແກ່​ພວກ​ຜີມານຮ້າຍ ບໍ່ແມ່ນ​ຖວາຍ​ແກ່​ພຣະເຈົ້າ ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ກັບ​ພວກ​ຜີມານຮ້າຍ​ເຫຼົ່ານັ້ນ.


ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ເມື່ອ​ເຮົາ​ໄປ​ເຖິງ​ເມືອງ​ໂທອາດ ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ພຣະຄຣິດ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໄຂ​ຊ່ອງທາງ​ໃຫ້​ແກ່​ເຮົາ.


ດ້ວຍວ່າ, ຖ້າ​ສິ່ງ​ທີ່​ຈາງຫາຍ​ໄປ ຍັງ​ມີ​ສະຫງ່າຣາສີ​ເຖິງ​ພຽງ​ນັ້ນ ສິ່ງ​ທີ່​ເປັນ​ຢູ່​ຕະຫລອດໄປ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ.


ແຕ່​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ​ແທ້ຈິງ​ຈົນເຖິງ​ທຸກ​ວັນນີ້ ເມື່ອ​ພວກເຂົາ​ອ່ານ​ໜັງສື​ແຫ່ງ​ພັນທະສັນຍາ​ເດີມ ຈິດໃຈ​ຂອງ​ພວກເຂົາ​ກໍ​ຍັງ​ຖືກ​ປົກຄຸມ​ຢູ່​ດ້ວຍ​ຜ້າປົກ​ໜ້າ​ຢ່າງ​ດຽວກັນ ເພາະ​ຜ້າປົກ​ໜ້າ​ນັ້ນ​ຖືກ​ເປີດ​ອອກ​ໂດຍ​ພຣະຄຣິດ​ເທົ່ານັ້ນ.


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.


ພຣະອົງ​ຊົງ​ສະພາບ​ຂອງ​ພຣະເຈົ້າ ແຕ່​ບໍ່ໄດ້​ຊົງ​ຖື​ວ່າ​ການ​ເທົ່າທຽມ ກັບ​ພຣະເຈົ້າ​ນັ້ນ ເປັນ​ສິ່ງ​ທີ່​ຕ້ອງ​ຢຶດຫວງ​ໄວ້


ພຣະອົງ​ຊົງ​ເປັນ​ແບບ​ລັກສະນະ​ຂອງ​ພຣະເຈົ້າ​ຜູ້ ຊຶ່ງ​ຕາ​ເຫັນ​ບໍ່ໄດ້ ຊົງ​ເປັນ​ບຸດ​ກົກ​ເໜືອ​ສາລະພັດ​ທີ່​ຊົງ​ເນຣະມິດ​ສ້າງ​ຂຶ້ນ​ນັ້ນ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.


ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ເພາະວ່າ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ​ມາ​ເທື່ອໜຶ່ງ​ແລ້ວ ແລະ​ຊີມ​ຣົດ​ຂອງ​ປະທານ​ຈາກ​ສະຫວັນ ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ແຕ່​ຜູ້​ທີ່​ກຽດຊັງ​ພີ່ນ້ອງ​ຂອງຕົນ ກໍ​ຍັງ​ຢູ່​ໃນ​ຄວາມມືດ ແລະ​ທຽວ​ໄປ​ໃນ​ຄວາມມືດ ແລ້ວ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ຈະ​ໄປ​ໃສ ເພາະ​ຄວາມມືດ​ໄດ້​ເຮັດ​ໃຫ້​ຕາ​ຂອງຕົນ​ບອດ​ເສຍ​ແລ້ວ.


ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຂຽນ​ກົດບັນຍັດ​ໃໝ່​ມາ​ເຖິງ​ເຈົ້າ​ທັງຫລາຍ ຄື​ຄວາມຈິງ​ໄດ້​ຊົງ​ສຳແດງ​ໃນ​ພຣະອົງ ແລະ​ໃນ​ເຈົ້າ​ທັງຫລາຍ. ເພາະວ່າ​ຄວາມມືດ​ກຳລັງ​ຜ່ານ​ພົ້ນ​ໄປ ແລະ​ຄວາມ​ສະຫວ່າງ​ອັນ​ແທ້ຈິງ​ນັ້ນ ກໍ​ກຳລັງ​ສ່ອງ​ສະຫວ່າງ​ຢູ່​ແລ້ວ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka