Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:16 - ພຣະຄຳພີສັກສິ

16 ເຫດສະນັ້ນ, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ ເຖິງ​ແມ່ນ​ວ່າ​ກາຍ​ພາຍ​ນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ​ກໍຕາມ, ແຕ່​ໃຈ​ພາຍໃນ​ຂອງ​ພວກເຮົາ​ນັ້ນ ກໍ​ຍັງ​ຈະເລີນ​ຂຶ້ນ​ໃໝ່​ທຸກໆ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເຫດສະນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍໃຈ. ເຖິງແມ່ນ​ວ່າ​ກາຍ​ພາຍນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ ແຕ່​ຈິດໃຈ​ພາຍໃນ​ຂອງ​ພວກເຮົາ​ກໍ​ກຳລັງ​ຟື້ນ​ຂຶ້ນ​ໃໝ່​ທຸກວັນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:16
22 Jak'a apnaqawi uñst'ayäwi  

ຈິດໃຈ​ຂອງ​ຂ້ານ້ອຍ​ອິດອ່ອນ ຍ້ອນ​ຄອຍຖ້າ​ໃຫ້​ພຣະອົງ​ມາ​ຊ່ວຍເຫລືອ ຂ້ານ້ອຍ​ມອບ​ຄວາມ​ໄວ້ວາງໃຈ​ຂອງ​ຂ້ານ້ອຍ ໃນ​ຖ້ອຍຄຳ​ຂອງ​ພຣະອົງ.


ຂ້ານ້ອຍ​ໝັ້ນໃຈ​ວ່າ​ຂ້ານ້ອຍ​ຍັງ​ຈະ​ເຫັນ ພຣະຄຸນ​ຄວາມດີ​ຂອງ​ພຣະເຈົ້າຢາເວ​ຢູ່​ໃນ​ຊີວິດ​ນີ້.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສ້າງ​ຈິດໃຈ​ຂ້ານ້ອຍ​ໃຫ້​ບໍຣິສຸດ ສວມ​ຈິດວິນຍານ​ໃໝ່​ທັງ​ສັດຊື່​ໃສ່​ໃນ​ຂ້ານ້ອຍ​ດ້ວຍ.


ແມ່ນວ່າ ຈິດໃຈ​ແລະ​ຮ່າງກາຍ​ອ່ອນແຮງ​ກໍຕາມ ແຕ່​ພຣະເຈົ້າ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ ແລະ​ເປັນ​ທຸກສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ​ຢູ່​ເລື້ອຍໆ.


ພຣະອົງ​ເຊີດຊູ​ກຳລັງ​ຜູ້​ທີ່​ອິດເມື່ອຍ​ອ່ອນແຮງ ແລະ​ໃຫ້​ຄວາມ​ເຂັ້ມແຂງ​ແກ່​ຜູ້​ທີ່​ຂາດ​ກຳລັງ.


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ເຈົ້າ​ກຳລັງ​ເວົ້າ​ວ່າ, ‘ຂ້ອຍ​ຍອມ​ແພ້ ຂ້ອຍ​ເດືອດຮ້ອນ​ຢູ່​ແລ້ວ ແລະ​ພຣະເຈົ້າຢາເວ​ຍັງ​ຕື່ມ​ຄວາມທຸກໃຈ​ໃຫ້​ຂ້ອຍ​ອີກ. ຂ້ອຍ​ອິດອ່ອນ​ເພາະ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂ້ອຍ​ກໍ​ບໍ່ໄດ້​ພົບ​ການ​ພັກຜ່ອນ​ໃດໆ​ເລີຍ.’


ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?


ເພາະ​ດ້ວຍ​ພຣະ​ກະລຸນາ​ຂອງ​ພຣະເຈົ້າ ພວກເຮົາ​ຈຶ່ງ​ໄດ້​ຮັບໃຊ້​ພັນທະກິດ ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,


ແລະ​ຈົ່ງ​ໃຫ້​ວິນຍານຈິດ​ຂອງ​ເຈົ້າ​ຖືກ​ຊົງ​ຕັ້ງ​ຂຶ້ນ​ໃໝ່.


ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.


ພຣະອົງ​ໄດ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ບໍ່ແມ່ນ​ຍ້ອນ​ກິດຈະການ​ອັນ​ຊອບທຳ​ທີ່​ພວກເຮົາ​ເອງ​ໄດ້​ເຮັດ ແຕ່​ພຣະອົງ​ໄດ້​ຊົງ​ພຣະ​ກະລຸນາ​ຊຳລະ​ໃຫ້​ພວກເຮົາ​ມີ​ໃຈ​ບັງເກີດ​ໃໝ່ ແລະ​ຊົງ​ສ້າງ​ພວກເຮົາ​ຂຶ້ນ​ໃໝ່ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.


ຖ້າ​ເຈົ້າ​ທັງຫລາຍ​ຖືກ​ໝິ່ນປະໝາດ ເພາະ​ພຣະນາມ​ຂອງ​ພຣະຄຣິດ ພວກເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ພຣະວິນຍານ ຜູ້​ຊົງ​ສະຫງ່າຣາສີ ຄື​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka