Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 4:11 - ພຣະຄຳພີສັກສິ

11 ເພາະວ່າ ຂະນະທີ່​ເຮົາ​ມີ​ຊີວິດ​ຢູ່​ນັ້ນ ພວກເຮົາ​ໄດ້​ຖືກ​ມອບ​ໄວ້​ແກ່​ຄວາມ​ຕາຍ​ຢູ່​ສະເໝີ ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ ເພື່ອ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ປາກົດ​ໃນ​ເນື້ອກາຍ​ອັນ​ຕາຍ​ເປັນ​ຂອງເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະ​ພວກເຮົາ​ຜູ້​ມີຊີວິດ​ຢູ່​ນີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ຄວາມຕາຍ​ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ​ຢູ່​ສະເໝີ, ເພື່ອ​ວ່າ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ຖືກ​ເປີດເຜີຍ​ໃນ​ຮ່າງກາຍ​ທີ່​ຕ້ອງຕາຍ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 4:11
11 Jak'a apnaqawi uñst'ayäwi  

ດັ່ງ​ໄມ້​ທີ່​ຖືກ​ຜ່າ​ແລະ​ຕັດ​ເປັນ​ທ່ອນໆ​ຢ່າງໃດ ກະດູກ​ຂອງ​ພວກເຂົາ​ກໍ​ຖືກ​ຊະຊາຍ​ໄປ​ທີ່​ແຄມ​ຂຸມຝັງສົບ​ຢ່າງນັ້ນ.


ແຕ່​ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ​ຕະຫລອດ​ມາ ພວກເຂົາ​ເຮັດ​ຕໍ່​ພວກ​ຂ້ານ້ອຍ​ຄື​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ.


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ ຈຶ່ງ​ຖືກ​ຂ້າ​ໝົດ​ມື້​ຈົນ​ຄໍ່າ ແລະ​ຖື​ວ່າ​ເປັນ​ດັ່ງ​ໂຕ​ແກະ ສຳລັບ​ເອົາ​ໄວ້​ຂ້າ.”


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປະເຊີນໜ້າ​ກັບ​ຄວາມ​ຕາຍ​ທຸກ​ວັນ ຄວາມ​ພູມໃຈ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຄື​ຊີວິດ​ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ພວກເຮົາ​ມີ​ລັກສະນະ​ເໝືອນ​ກັບ​ມະນຸດ​ທີ່​ຖືກ​ສ້າງ​ມາ​ຈາກ​ດິນ​ສັນໃດ ພວກເຮົາ​ກໍ​ຄົງ​ຈະ​ມີ​ລັກສະນະ​ເໝືອນ​ກັບ​ຜູ້​ທີ່​ໄດ້​ສະເດັດ​ມາ​ຈາກ​ສະຫວັນ​ສັນນັ້ນ.


ຕົວ​ຂອງ​ພວກເຮົາ​ຍອມ​ຮັບ​ຄວາມ​ຕາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ຊີວິດ​ຂອງ​ພຣະເຢຊູເຈົ້າ​ສາມາດ​ປາກົດ​ຢູ່​ໃນ​ຕົວ​ຂອງ​ພວກເຮົາ.


ດັ່ງນັ້ນ, ຄວາມ​ຕາຍ​ກຳລັງ​ທຳງານ​ຢູ່​ໃນ​ພວກເຮົາ, ແຕ່​ຊີວິດ​ກຳລັງ​ທຳງານ​ຢູ່​ໃນ​ພວກເຈົ້າ.


ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.


ເປັນ​ຄົນ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ, ແຕ່​ຍັງ​ເປັນ​ທີ່​ຮູ້ຈັກ​ດີ; ພວກເຮົາ​ເປັນ​ຄົນ​ທີ່​ກຳລັງ​ຈະ​ຕາຍ, ແຕ່​ເບິ່ງແມ! ພວກເຮົາ​ກໍ​ຍັງ​ມີ​ຊີວິດ​ຢູ່ ພວກເຮົາ​ຖືກ​ລົງໂທດ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຖືກ​ປະຫານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka