Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:7 - ພຣະຄຳພີສັກສິ

7 ແຕ່​ຖ້າ​ການ​ປະຕິບັດ​ທີ່​ນຳ​ໄປ​ເຖິງ​ຄວາມ​ຕາຍ ຄື​ການ​ປະຕິບັດ​ຕາມ​ຕົວອັກສອນ ຊຶ່ງ​ຊົງ​ຈາລຶກ​ໄວ້​ທີ່​ແຜ່ນຫີນ​ນັ້ນ​ຍັງ​ມາ​ດ້ວຍ​ຣັດສະໝີ ເຖິງ​ແມ່ນ​ວ່າ​ເປັນ​ຣັດສະໝີ​ທີ່​ຈາງຫາຍ​ໄປ ກໍ​ຍັງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເບິ່ງ​ໜ້າ​ຂອງ​ໂມເຊ​ບໍ່ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ບັດນີ້​ຖ້າ​ພັນທະກິດ​ທີ່​ນຳ​ຄວາມຕາຍ​ມາ ເຊິ່ງ​ໄດ້​ຈາລຶກ​ເປັນ​ຕົວອັກສອນ​ໃສ່​ເທິງ​ແຜ່ນຫີນ ກໍ​ຍັງ​ມາ​ດ້ວຍ​ສະຫງ່າລາສີ, ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ສະຫງ່າລາສີ​ນີ້​ຈະ​ຈາງຫາຍ​ໄປ, ແຕ່​ປະຊາຊົນ​ອິດສະຣາເອນ​ກໍ​ບໍ່​ກ້າ​ເບິ່ງ​ໜ້າ​ໂມເຊ​ເພາະ​ສະຫງ່າລາສີ​ນັ້ນ,

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:7
38 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ໃຫ້​ເສື້ອ ທີ່​ເຮັດ​ດ້ວຍ​ໜັງ​ສັດ​ແກ່​ອາດາມ ແລະ​ເມຍ​ຂອງ​ລາວ​ນຸ່ງ.


ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຄອງຄອຍ​ການ​ໂຜດ​ຊ່ວຍ​ຂອງ​ພຣະອົງ ຫວັງ​ແຕ່​ໃຫ້​ພຣະອົງ​ຊ່ວຍຊູ. ຂ້ານ້ອຍ​ພົບ​ຄວາມສຸກ​ໃນ​ກົດບັນຍັດ​ຂອງ​ພຣະອົງ.


ຂ້ານ້ອຍ​ຮັກ​ກົດບັນຍັດ​ຂອງ​ພຣະອົງ​ຫລວງຫລາຍ​ທີ່ສຸດ ຂ້ານ້ອຍ​ພາວັນນາ​ເຖິງ​ກົດບັນຍັດ​ຢູ່​ຕະຫລອດ​ວັນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ; ເມື່ອ​ເຈົ້າ​ມາ​ຮອດ​ທີ່​ນີ້​ແລ້ວ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ບັນຈຸ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ສຳລັບ​ແນະນຳ​ປະຊາຊົນ.”


ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.


ເມື່ອ​ໂມເຊ​ຮອດ​ຄ້າຍພັກ​ແລະ​ເຫັນ​ຮູບ​ງົວ​ຄຳ ທັງ​ປະຊາຊົນ​ກຳລັງ​ຮ້ອງລຳ​ທຳເພງ​ກັນ​ຢູ່ ເພິ່ນ​ຈຶ່ງ​ໂກດຮ້າຍ​ຫຼາຍ. ເພິ່ນ​ໄດ້​ໂຍນ​ແຜ່ນຫີນ​ທີ່​ເພິ່ນ​ຖື​ມາ​ນັ້ນ​ໃສ່​ຕີນ​ພູ ແລະ​ແຜ່ນ​ຫີນ​ນັ້ນ​ແຕກ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ຕັດ​ຫີນ​ສອງ​ແຜ່ນ​ໃຫ້​ຄື​ເທື່ອ​ທຳອິດ ແລະ​ເຮົາ​ຈະ​ຂຽນ​ຖ້ອຍຄຳ​ຂອງ​ຫີນ​ສອງ​ແຜ່ນ​ທຳອິດ​ທີ່​ແຕກ​ນັ້ນ​ໃສ່.


ແລະ​ບັນດາ​ຄົນ​ທີ່​ນັ່ງ​ຢູ່​ໃນ​ສະພາ​ສູງສຸດ​ນັ້ນ ໄດ້​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ດ້ວຍວ່າ, ພຣະຄຣິດ​ໄດ້​ເຮັດ​ໃຫ້​ກົດບັນຍັດ​ຖືກ​ຍົກເລີກ ເພື່ອ​ວ່າ​ຜູ້​ທີ່​ວາງໃຈເຊື່ອ​ທຸກຄົນ ຈະ​ໄດ້​ເປັນ​ຄົນ​ຊອບທຳ.


ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ຝ່າຍ​ກົດບັນຍັດ ຊຶ່ງ​ມີ​ຂຶ້ນ​ເພື່ອ​ໃຫ້​ມີ​ຊີວິດ​ນັ້ນ ກໍ​ປາກົດ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ເມື່ອ​ພວກເຮົາ​ດຳເນີນ​ຊີວິດ​ຕາມ​ເນື້ອໜັງ ຊຶ່ງ​ກົດບັນຍັດ​ຍົວະເຍົ້າ​ໃຫ້​ເກີດຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ອະໄວຍະວະ​ຂອງເຮົາ​ເກີດຜົນ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ.


ແຕ່​ເມື່ອ​ຄວາມ​ສົມບູນ​ມາ​ເຖິງ​ແລ້ວ ຄວາມ​ບົກພ່ອງ​ນັ້ນ​ກໍ​ຈະ​ຖືກ​ຍົກເລີກ​ເສຍ.


ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.


ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ສາມາດ​ເປັນ​ຜູ້ຮັບໃຊ້​ພັນທະສັນຍາ​ໃໝ່ ຊຶ່ງ​ບໍ່ແມ່ນ​ປະກອບ​ດ້ວຍ​ຕົວໜັງສື ແຕ່​ດ້ວຍ​ພຣະວິນຍານ. ດ້ວຍວ່າ, ຕົວໜັງສື​ປະຫານ​ໃຫ້​ຕາຍ ແຕ່​ພຣະວິນຍານ​ນັ້ນ ຊົງ​ປະທານ​ໃຫ້​ມີ​ຊີວິດ.


ການ​ປະຕິບັດ​ຕາມ​ພຣະວິນຍານ ກໍ​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.


ພຣະອົງ​ໄດ້​ບອກ​ພວກເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ ເພື່ອ​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ພຣະ​ຄຳສັ່ງ​ສິບ​ຂໍ້ ທີ່​ພຣະອົງ​ໄດ້​ຈາລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.


ບໍ່ມີ​ຊົນຊາດ​ອື່ນ​ໃດ ເຖິງ​ວ່າ​ຍິ່ງໃຫຍ່​ພຽງໃດ​ກໍຕາມ​ທີ່​ມີ​ກົດບັນຍັດ​ອັນ​ຍຸດຕິທຳ ເໝືອນ​ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຈົ້າ​ໃນວັນນີ້.


ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ກັບ​ຄືນ​ແລະ​ລົງ​ມາ​ຈາກ​ພູ ຂະນະ​ທີ່​ພູ​ນັ້ນ​ຮ້ອນ​ດ້ວຍ​ໄຟ ໂດຍ​ຖື​ແຜ່ນຫີນ​ສອງ​ແຜ່ນ ຊຶ່ງ​ມີ​ພັນທະສັນຍາ​ທີ່​ຈາລຶກ​ໄວ້.


ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ,


ເພາະ​ພຣະອົງ​ສົມຄວນ​ຢູ່​ແລ້ວ​ທີ່​ໄດ້​ຮັບ​ສະຫງ່າຣາສີ​ຫລາຍກວ່າ​ໂມເຊ ເໝືອນ​ດັ່ງ​ກົກເຄົ້າ​ຂອງ​ວົງຕະກຸນ ທີ່​ມີ​ກຽດ​ຫລາຍກວ່າ​ວົງຕະກຸນ.


ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka