Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:6 - ພຣະຄຳພີສັກສິ

6 ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ສາມາດ​ເປັນ​ຜູ້ຮັບໃຊ້​ພັນທະສັນຍາ​ໃໝ່ ຊຶ່ງ​ບໍ່ແມ່ນ​ປະກອບ​ດ້ວຍ​ຕົວໜັງສື ແຕ່​ດ້ວຍ​ພຣະວິນຍານ. ດ້ວຍວ່າ, ຕົວໜັງສື​ປະຫານ​ໃຫ້​ຕາຍ ແຕ່​ພຣະວິນຍານ​ນັ້ນ ຊົງ​ປະທານ​ໃຫ້​ມີ​ຊີວິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ໃຫ້​ພວກເຮົາ​ມີ​ຄວາມສາມາດ​ເປັນ​ຜູ້ຮັບໃຊ້​ແຫ່ງ​ພັນທະສັນຍາ​ໃໝ່ ບໍ່​ແມ່ນ​ດ້ວຍ​ຕົວອັກສອນ ແຕ່​ດ້ວຍ​ພຣະວິນຍານ; ເພາະ​ຕົວອັກສອນ​ເຮັດ​ໃຫ້​ຕາຍ, ແຕ່​ພຣະວິນຍານ​ໃຫ້ຊີວິດ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:6
45 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ເຮັດ​ພັນທະສັນຍາ​ໃໝ່​ກັບ​ປະຊາຊົນ​ອິດສະຣາເອນ​ແລະ​ກັບ​ປະຊາຊົນ​ຢູດາ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ​ທຳມະຈານ​ທຸກຄົນ ທີ່​ໄດ້​ຮຽນຮູ້​ເຖິງ​ຣາຊອານາຈັກ​ສະຫວັນ ກໍ​ເໝືອນ​ເຈົ້າ​ຂອງ​ເຮືອນ​ຜູ້ໜຶ່ງ​ທີ່​ເອົາ​ຂອງ​ໃໝ່ ແລະ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງຕົນ.”


ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ​ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.


ເມື່ອ​ຮັບປະທານ​ອາຫານ​ແລ້ວ ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ແລະ​ເຮັດ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ພັນທະສັນຍາ​ໃໝ່​ໃນ​ເລືອດ​ຂອງເຮົາ ທີ່​ຖອກ​ອອກ​ສຳລັບ​ເຈົ້າ​ທັງຫລາຍ.


ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.


ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ.


ໂດຍ​ທາງ​ພຣະອົງ​ນີ້ແຫຼະ ເຮົາ​ໄດ້​ຮັບ​ພຣະຄຸນ ແລະ​ໜ້າທີ່​ເປັນ​ອັກຄະສາວົກ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ ໃຫ້​ໄປ​ປະກາດ​ທ່າມກາງ​ຊົນຊາດ​ຕ່າງໆ​ໃຫ້​ເຂົາ​ເຊື່ອຟັງ.


ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.


ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.


ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ເມື່ອ​ຮັບປະທານ​ເຂົ້າ​ແລງ​ແລ້ວ ພຣະອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາການ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້ ຄື​ພັນທະສັນຍາ​ໃໝ່​ໂດຍ​ເລືອດ​ຂອງເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”


ໂດຍ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ເຮົາ​ນັ້ນ, ເຮົາ​ໄດ້​ວາງ​ຮາກ​ລົງ​ເໝືອນ​ນາຍຊ່າງ​ຜູ້​ຊຳນານ ແລະ​ຄົນອື່ນ​ກໍ​ມາ​ກໍ່​ຂຶ້ນ​ເທິງ​ຮາກຖານ​ນັ້ນ, ແຕ່​ທຸກຄົນ ຈົ່ງ​ລະວັງ​ໃຫ້​ດີ​ວ່າ​ຈະ​ກໍ່​ຂຶ້ນ​ຢ່າງ​ໃດ.


ຖ້າດັ່ງນັ້ນ ອາໂປໂລ​ແມ່ນ​ຜູ້ໃດ? ແລະ ໂປໂລ​ແມ່ນ​ຜູ້ໃດ? ກໍ​ເປັນ​ພຽງແຕ່​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ທີ່​ໄດ້​ນຳ​ພວກເຈົ້າ​ໃຫ້​ເຊື່ອ​ເທົ່ານັ້ນ, ພວກເຮົາ​ແຕ່ລະຄົນ ຮັບໃຊ້​ຕາມ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ມອບໝາຍ​ໃຫ້.


ພວກເຂົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ​ບໍ? ເຮົາ​ຂໍ​ເວົ້າ​ດັ່ງ​ຄົນ​ເສຍສະຕິ​ວ່າ, ເຮົາ​ກໍ​ເປັນ​ລື່ນ​ພວກເຂົາ​ອີກ ເຮົາ​ໄດ້​ດຳເນີນ​ພາລະກິດ​ໜັກ​ກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຄຸກ​ຫລາຍກວ່າ​ພວກເຂົາ ເຮົາ​ໄດ້​ຖືກ​ຂ້ຽນ​ຖືກ​ຕີ​ຫລາຍກວ່າ​ພວກເຂົາ ແລະ​ໃນ​ການ​ປະເຊີນ​ໄພ ເຮົາ​ເກືອບ​ຕາຍ​ຫລາຍ​ເທື່ອ​ແລ້ວ.


ແຕ່​ຈິດໃຈ​ຂອງ​ພວກເຂົາ​ປຶກຕັນ​ແທ້ຈິງ​ຈົນເຖິງ​ທຸກ​ວັນນີ້ ເມື່ອ​ພວກເຂົາ​ອ່ານ​ໜັງສື​ແຫ່ງ​ພັນທະສັນຍາ​ເດີມ ຈິດໃຈ​ຂອງ​ພວກເຂົາ​ກໍ​ຍັງ​ຖືກ​ປົກຄຸມ​ຢູ່​ດ້ວຍ​ຜ້າປົກ​ໜ້າ​ຢ່າງ​ດຽວກັນ ເພາະ​ຜ້າປົກ​ໜ້າ​ນັ້ນ​ຖືກ​ເປີດ​ອອກ​ໂດຍ​ພຣະຄຣິດ​ເທົ່ານັ້ນ.


ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.


ແຕ່​ຖ້າ​ການ​ປະຕິບັດ​ທີ່​ນຳ​ໄປ​ເຖິງ​ຄວາມ​ຕາຍ ຄື​ການ​ປະຕິບັດ​ຕາມ​ຕົວອັກສອນ ຊຶ່ງ​ຊົງ​ຈາລຶກ​ໄວ້​ທີ່​ແຜ່ນຫີນ​ນັ້ນ​ຍັງ​ມາ​ດ້ວຍ​ຣັດສະໝີ ເຖິງ​ແມ່ນ​ວ່າ​ເປັນ​ຣັດສະໝີ​ທີ່​ຈາງຫາຍ​ໄປ ກໍ​ຍັງ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ເບິ່ງ​ໜ້າ​ຂອງ​ໂມເຊ​ບໍ່ໄດ້.


ຖ້າ​ການ​ປະຕິບັດ​ທີ່​ນຳ​ການ​ຕັດສິນ​ລົງໂທດ ຍັງ​ມີ​ສະຫງ່າຣາສີ ການ​ປະຕິບັດ​ທີ່​ນຳ​ສູ່​ຄວາມ​ຊອບທຳ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ


ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.


ໃນ​ອະດີດ​ຜ່ານ​ມາ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຈົ້າ​ບໍ່​ເຊື່ອຟັງ ແລະ​ເຮັດ​ບາບ​ນາໆ​ປະການ.


ເຖິງ​ແມ່ນ​ວ່າ ເມື່ອ​ພວກເຮົາ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ ຍ້ອນ​ພວກເຮົາ​ບໍ່​ເຊື່ອຟັງ ພຣະອົງ​ກໍ​ຍັງ​ໄດ້​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ສູ່​ຊີວິດ​ກັບ​ພຣະຄຣິດ ການ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ລອດພົ້ນ​ນັ້ນ ແມ່ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ ໃຫ້​ເປັນ​ຜູ້ຮັບໃຊ້​ຂ່າວປະເສີດ​ໂດຍ​ພຣະຄຸນ ຊຶ່ງ​ເປັນ​ຂອງ​ປະທານ​ຢ່າງ​ພິເສດ​ຈາກ​ພຣະເຈົ້າ ຊຶ່ງ​ໂຜດ​ປະທານ​ແກ່​ຂ້າພະເຈົ້າ ໂດຍ​ແມ່ນ​ຣິດອຳນາດ​ຂອງ​ພຣະອົງ​ຊົງ​ກະທຳ​ການ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.”’


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ເຮົາ​ໃຫ້​ເປັນ​ອັກຄະສາວົກ ແລະ​ເປັນ​ຜູ້​ສອນ ເພື່ອ​ປະກາດ​ຂ່າວປະເສີດ


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຊົງ​ກາຍເປັນ​ຜູ້​ຮັບປະກັນ​ພັນທະສັນຍາ​ອັນ​ດີກວ່າ.


ເມື່ອ​ພຣະອົງ​ຊົງ​ກ່າວ​ວ່າ, “ພັນທະສັນຍາ​ໃໝ່” ກໍ​ເປັນ​ທີ່​ເຮັດ​ໃຫ້​ພັນທະສັນຍາ​ເດີມ​ນັ້ນ ພົ້ນ​ສະໄໝ​ໄປ​ແລ້ວ ສິ່ງ​ທີ່​ພົ້ນ​ສະໄໝ​ແລະ​ເກົ່າ​ໄປ​ແລ້ວ ກໍ​ກຳລັງ​ຈະ​ເສື່ອມສູນ​ໄປ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka