Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 3:10 - ພຣະຄຳພີສັກສິ

10 ຄວາມຈິງ​ແລ້ວ ສະຫງ່າຣາສີ​ທີ່​ໄດ້​ເຄີຍ​ສ່ອງແສງ​ເຫຼື້ອມໃສ​ໃນ​ອະດີດ​ນັ້ນ ໄດ້​ຈາງຫາຍ​ໄປ​ແລ້ວ ເພາະ​ມີ​ສະຫງ່າຣາສີ​ທີ່​ຍິ່ງໃຫຍ່​ກວ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະວ່າ​ສິ່ງ​ທີ່​ເຄີຍ​ມີ​ສະຫງ່າລາສີ ບັດນີ້​ກໍ​ຈາງຫາຍ​ໄປ​ເມື່ອ​ທຽບ​ກັບ​ສະຫງ່າລາສີ​ທີ່​ຍິ່ງໃຫຍ່​ກວ່າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 3:10
11 Jak'a apnaqawi uñst'ayäwi  

ໃນ​ສາຍຕາ​ພຣະອົງ​ແລ້ວ ແມ່ນແຕ່​ເດືອນ​ກໍ​ບໍ່​ແຈ້ງເທົ່າ ທັງ​ດວງດາວ​ຕ່າງໆ​ດ້ວຍ ກໍ​ບໍ່​ໃສແຈ້ງ.


ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.


ກະສັດ​ອັກຄຼີປາ​ທີ່​ນັບຖື ໃນ​ເວລາ​ທ່ຽງວັນ ເມື່ອ​ກຳລັງ​ເດີນທາງ​ໄປ​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ແສງ​ສະຫວ່າງ​ກ້າ​ກວ່າ​ແສງ​ຕາເວັນ ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມ​ຂ້ານ້ອຍ ກັບ​ຄົນ​ທີ່​ເດີນທາງ​ໄປ​ນຳ​ຂ້ານ້ອຍ.


ດ້ວຍວ່າ, ຖ້າ​ສິ່ງ​ທີ່​ຈາງຫາຍ​ໄປ ຍັງ​ມີ​ສະຫງ່າຣາສີ​ເຖິງ​ພຽງ​ນັ້ນ ສິ່ງ​ທີ່​ເປັນ​ຢູ່​ຕະຫລອດໄປ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ.


ຖ້າ​ການ​ປະຕິບັດ​ທີ່​ນຳ​ການ​ຕັດສິນ​ລົງໂທດ ຍັງ​ມີ​ສະຫງ່າຣາສີ ການ​ປະຕິບັດ​ທີ່​ນຳ​ສູ່​ຄວາມ​ຊອບທຳ ກໍ​ຍິ່ງ​ມີ​ສະຫງ່າຣາສີ​ລື່ນ​ກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ​ໜໍ


ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”


ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka