Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ພວກເຈົ້າ​ຄວນ​ຍົກໂທດ​ໃຫ້​ລາວ​ແລະ​ໜູນໃຈ​ລາວ ເພື່ອ​ບໍ່​ໃຫ້​ລາວ​ຈົມ​ລົງ​ໃນ​ຄວາມ​ເສົ້າໂສກ​ອັນ​ເຫລືອລົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ບັດນີ້​ພວກເຈົ້າ​ຄວນ​ຈະ​ໃຫ້​ອະໄພ ແລະ ເລົ້າໂລມໃຈ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ຖືກ​ຄອບງຳ​ໂດຍ​ຄວາມໂສກເສົ້າ​ຫລາຍ​ເກີນ​ໄປ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:7
20 Jak'a apnaqawi uñst'ayäwi  

ພວກເຂົາ​ກໍ​ຈະ​ກືນກິນ​ພວກເຮົາ​ທັງເປັນ​ຈົນ​ໝົດກ້ຽງ ເພາະ​ຄວາມ​ຄຽດແຄ້ນ​ໃຫຍ່​ຕໍ່ສູ້​ພວກເຮົາ​ນັ້ນ.


ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ​ໃນ​ແປວໄຟ ຄື​ໄຟ​ເຜົາຜານ​ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ. ໃນ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ຈະ​ກືນ​ພວກເຂົາ ແລະ​ໄຟ​ກໍ​ຈະ​ເຜົາຜານ​ພວກເຂົາ​ໃຫ້​ດັບ​ສິ້ນ.


ຈາກ​ສະຫວັນ​ພຣະອົງ​ຈະ​ຕອບ​ທັງ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ປາບ​ພວກ​ທີ່​ກົດຂີ່​ຂ້ານ້ອຍ​ໃຫ້​ພ່າຍແພ້. ພຣະເຈົ້າ​ຈະ​ສຳແດງ​ໃຫ້​ເຫັນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ທີ່​ມີ​ແກ່​ຂ້ານ້ອຍ​ນັ້ນ.


ຈົ່ງ​ຂ້າ​ພວກເຂົາ​ຖິ້ມ​ທັງເປັນ​ໃຫ້​ເໝືອນດັ່ງ​ຄວາມຕາຍ​ກືນກິນ​ມະນຸດ.


ຄວາມ​ຊື່ນບານ​ໃຈ​ພາ​ໃຫ້​ມີ​ສຸຂະພາບ​ດີ ຄວາມ​ໂສກເສົ້າ​ເຮັດ​ໃຫ້​ຊີວິດ​ຄ່ອຍໆ​ດັບ​ໄປ.


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ດັ່ງນັ້ນ ເມື່ອໃດ​ສະພາບ​ທີ່​ເປື່ອຍເນົ່າ​ໄດ້​ສວມ​ສະພາບ​ທີ່​ບໍ່​ເປື່ອຍເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ໄດ້​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ ເມື່ອນັ້ນ​ແຫຼະ ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກໍ​ຈະ​ສຳເລັດ ຄື​ຄວາມ​ຕາຍ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ ແລະ​ຄວາມ​ມີໄຊ​ກໍ​ຄົບຖ້ວນ​ສາ​ແລ້ວ


ສະນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ສະແດງ​ຄວາມຮັກ​ຕໍ່​ລາວ​ຢ່າງ​ແທ້ຈິງ.


ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.


ດ້ວຍວ່າ, ຄວາມ​ທຸກໃຈ​ຕາມ​ຢ່າງ​ຊອບ​ພຣະໄທ​ພຣະເຈົ້າ​ນັ້ນ ຍ່ອມ​ເຮັດ​ໃຫ້​ກັບໃຈ​ເສຍ​ໃໝ່ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ພົ້ນ​ໂດຍ​ບໍ່ຄວນ​ກິນແໜງ, ແຕ່​ຄວາມ​ທຸກໃຈ​ຕາມ​ຢ່າງ​ໂລກ​ນັ້ນ ຍ່ອມ​ນຳ​ໄປ​ເຖິງ​ຄວາມ​ຕາຍ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ຕາມ​ທີ່​ຈິງ​ແລ້ວ​ເພິ່ນ​ປ່ວຍ​ເກືອບ​ຕາຍ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ເມດຕາ ພຣະອົງ​ບໍ່ໄດ້​ຊົງ​ໂຜດ​ເມດຕາ​ພຽງແຕ່​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ ແຕ່​ແກ່​ເຮົາ​ດ້ວຍ ເພື່ອ​ບໍ່​ໃຫ້​ເຮົາ​ມີ​ຄວາມ​ທຸກ​ຊ້ອນທຸກ.


ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ວ່າ, ຈົ່ງ​ຫລີກ​ໜີ​ຈາກ​ຄົນ​ທີ່​ໃຊ້​ຊີວິດ​ໃນ​ທາງ​ບໍ່​ເປັນ​ປະໂຫຍດ ແລະ​ຜູ້​ທີ່​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ແລ້ວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka