Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:5 - ພຣະຄຳພີສັກສິ

5 ຖ້າ​ຜູ້ໃດ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເກີດ​ຄວາມ​ເສົ້າໂສກ ຜູ້​ນັ້ນ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຄົນ​ດຽວ ແຕ່​ໄດ້​ເຮັດ​ໃຫ້​ບາງຄົນ​ໃນ​ພວກເຈົ້າ​ເສົ້າໂສກ​ດ້ວຍ. (ການ​ທີ່​ເຮົາ​ກ່າວ​ວ່າ​ບາງຄົນ​ນັ້ນ ກໍ​ເພາະວ່າ​ເຮົາ​ບໍ່​ຢາກ​ເວົ້າ​ໃສ່​ຄົນ​ນັ້ນ​ໜັກ​ຈົນ​ເກີນ​ໄປ).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ມີ​ຄົນໃດ​ກໍ່​ໃຫ້​ເກີດ​ຄວາມໂສກເສົ້າ ລາວ​ກໍ​ບໍ່​ໄດ້​ເຮັດໃຫ້​ເຮົາ​ໂສກເສົ້າ​ຫລາຍ​ເທົ່າ​ກັບ​ທີ່​ເຮັດໃຫ້​ພວກເຈົ້າ​ທັງຫລາຍ​ໂສກເສົ້າ​ໃນ​ລະດັບໜຶ່ງ ທີ່​ກ່າວ​ວ່າ​ໃນ​ລະດັບໜຶ່ງ​ນັ້ນ ກໍ​ເພາະ​ເຮົາ​ບໍ່​ຢາກ​ເວົ້າ​ຮຸນແຮງ​ເກີນໄປ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:5
6 Jak'a apnaqawi uñst'ayäwi  

ລູກ​ໂງ່ຈ້າ​ເຮັດ​ໃຫ້​ພໍ່​ທຸກໃຈ​ແລະ​ເຮັດ​ໃຫ້​ແມ່​ເສຍໃຈ​ຢ່າງ​ຂົມຂື່ນ.


ມີ​ຍິງ​ຊາວ​ການາອານ​ຜູ້ໜຶ່ງ ຢູ່​ໃນ​ຂົງເຂດ​ນີ້​ໄດ້​ມາ​ຫາ​ພຣະອົງ ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ຜູ້​ເປັນ​ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ​ແດ່ທ້ອນ ຜີມານຮ້າຍ​ສິງ​ລູກສາວ​ຂອງ​ຂ້ານ້ອຍ ແລະ​ມີ​ຄວາມ​ທຸກ​ທໍລະມານ​ຫລາຍ​ຍ້ອນ​ມັນ​ບັງຄັບ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ເປັນ​ເໝືອນ​ດັ່ງ​ເຮົາ ຕາມ​ທີ່ຈິງ​ແລ້ວ ເຮົາ​ກໍ​ເຄີຍ​ເປັນ​ດັ່ງ​ພວກເຈົ້າ​ເໝືອນກັນ ພວກເຈົ້າ​ບໍ່ໄດ້​ທຳຮ້າຍ​ຫຍັງ​ຕໍ່​ເຮົາ.


ເຮົາ​ໄວ້ໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ຄວາມ​ຄິດ​ຢ່າງ​ອື່ນ ແຕ່​ຝ່າຍ​ຜູ້​ທີ່​ມາ​ກໍ່ກວນ​ພວກເຈົ້າ​ນັ້ນ ຈະ​ເປັນ​ຜູ້ໃດ​ກໍຕາມ ເຂົາ​ຄົງ​ຈະ​ໄດ້​ຮັບ​ໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka