Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:4 - ພຣະຄຳພີສັກສິ

4 ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ດ້ວຍ​ຄວາມ​ລຳບາກ​ຍິ່ງ ແລະ​ຄວາມ​ເສົ້າໂສກ​ຢ່າງ​ໜັກ ແລະ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ, ຈຸດປະສົງ​ຂອງເຮົາ​ບໍ່ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສົ້າໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ຮູ້ຈັກ​ວ່າ ເຮົາ​ຮັກ​ພວກເຈົ້າ​ທຸກຄົນ​ຫລາຍ​ເທົ່າ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ມາ​ດ້ວຍ​ຄວາມໂສກເສົ້າ​ຢ່າງ​ໜັກ ດ້ວຍ​ຄວາມເຈັບປວດ​ຫົວໃຈ ແລະ ດ້ວຍ​ນ້ຳຕາ, ບໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ໂສກເສົ້າ ແຕ່​ເພື່ອ​ໃຫ້​ພວກເຈົ້າ​ຮູ້​ຄວາມຮັກ​ອັນ​ເລິກເຊິ່ງ​ຂອງ​ເຮົາ​ທີ່​ມີ​ສຳລັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:4
12 Jak'a apnaqawi uñst'ayäwi  

ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?


ນີ້​ແຫຼະ ແມ່ນ​ເຫດຜົນ​ທີ່​ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ເພື່ອ​ຢາກ​ຈະ​ລອງ​ເບິ່ງ​ວ່າ ພວກເຈົ້າ​ຈະ​ຍອມ​ເຊື່ອຟັງ​ຂໍ້​ແນະນຳ​ຂອງເຮົາ​ທຸກປະການ​ຫລື​ບໍ່.


ເຫດສະນັ້ນ ແມ່ນ​ວ່າ​ເຮົາ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ ກໍ​ບໍ່ແມ່ນ​ຍ້ອນ​ຜູ້​ທີ່​ໄດ້​ເຮັດ​ຜິດ ຫລື​ຍ້ອນ​ຜູ້​ທີ່​ຖືກ​ຜິດ​ນັ້ນ ແຕ່​ເພື່ອ​ຄວາມ​ຂະຫຍັນ​ຂັນແຂງ ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ຈະ​ໄດ້​ປາກົດ​ແກ່​ເຈົ້າ​ທັງຫລາຍ​ຊ້ອງ​ພຣະພັກ​ພຣະເຈົ້າ.


ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດນີ້ ເຮົາ​ກໍ​ຂໍ​ບອກ​ຊໍ້າ​ອີກ​ດ້ວຍ​ນໍ້າຕາ​ໄຫລ​ວ່າ ມີ​ຫລາຍ​ຄົນ​ທີ່​ດຳເນີນ​ຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka