Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:10 - ພຣະຄຳພີສັກສິ

10 ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ແລະ ຖ້າ​ມີ​ສິ່ງໃດ​ທີ່​ຈະ​ຕ້ອງ​ຍົກໂທດ ເຮົາ​ກໍ​ໄດ້​ຍົກໂທດ​ໃຫ້​ແລ້ວ​ໃນ​ສາຍ​ຕາ​ຂອງ​ພຣະຄຣິດເຈົ້າ​ເພາະ​ເຫັນແກ່​ພວກເຈົ້າ,

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:10
7 Jak'a apnaqawi uñst'ayäwi  

“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ແກ້​ໃນ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ເສຍ​ແລ້ວ​ໃນ​ສະຫວັນ​ເໝືອນກັນ.”


ຖ້າ​ເຈົ້າ​ທັງຫລາຍ​ຈະ​ຍົກ​ຄວາມ​ຜິດບາບ​ຂອງ​ຜູ້ໃດ ຄວາມ​ຜິດບາບ​ຂອງ​ຜູ້ນັ້ນ ພຣະເຈົ້າ​ໄດ້​ຊົງ​ຍົກ​ເສຍ​ແລ້ວ ແລະ​ຖ້າ​ພວກເຈົ້າ​ທັງຫລາຍ​ກັກ​ຄວາມ​ຜິດບາບ​ໃຫ້​ຢູ່​ກັບ​ຜູ້ໃດ ພຣະເຈົ້າ​ໄດ້​ຊົງ​ກັກ​ຄວາມ​ຜິດບາບ​ໃຫ້​ຢູ່​ກັບ​ຜູ້ນັ້ນ​ແລ້ວ.”


ເມື່ອ​ພວກເຈົ້າ​ມາ​ປະຊຸມ​ກັນ ໃນ​ພຣະນາມ​ອົງ​ພຣະເຢຊູເຈົ້າ ແລະ​ໃຈ​ຂອງເຮົາ​ກໍ​ຮ່ວມ​ຢູ່​ດ້ວຍ ພ້ອມ​ທັງ​ຣິດອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດ ເພາະວ່າ ພຣະເຈົ້າ​ຊົງ​ຮຽກຮ້ອງ​ພວກເຈົ້າ​ໂດຍ​ຜ່ານ​ທາງ​ພວກເຮົາ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດ​ວ່າ, “ຈົ່ງ​ຍອມ​ໃຫ້​ພຣະເຈົ້າ ເຮັດ​ໃຫ້​ພວກເຈົ້າ​ຄືນ​ດີ​ກັນ​ກັບ​ພຣະອົງ​ເທີ້ນ.”


ໂດຍ​ຄວາມ​ບໍຣິສຸດ ໂດຍ​ຄວາມ​ຮູ້ ໂດຍ​ຄວາມ​ອົດທົນ ໂດຍ​ຄວາມ​ເມດຕາ​ກະລຸນາ ໂດຍ​ຄວາມ​ບໍຣິສຸດ​ຂອງ​ຈິດ​ວິນຍານ ໂດຍ​ຄວາມຮັກ​ຈາກ​ໃຈ​ຈິງ,


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka