Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 2:1 - ພຣະຄຳພີສັກສິ

1 ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ຕັ້ງໃຈ​ທີ່​ຈະ​ບໍ່​ມາ​ຫາ​ພວກເຈົ້າ​ອີກ ເມື່ອ​ມີ​ຄວາມ​ທຸກໂສກ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ດັ່ງນັ້ນ ເຮົາ​ຈຶ່ງ​ຕັດສິນໃຈ​ວ່າ ເຮົາ​ຈະ​ບໍ່​ມາ​ຢ້ຽມຢາມ​ແລ້ວ​ເຮັດ​ໃຫ້​ພວກເຈົ້າ​ເຈັບປວດ​ອີກ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 2:1
13 Jak'a apnaqawi uñst'ayäwi  

ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.


ເມື່ອ​ໂປໂລ​ກັບ​ບາຣະນາບາ ເກີດ​ມີ​ການ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ​ກ່ຽວກັບ​ເລື່ອງ​ນີ້ ດັ່ງນັ້ນ ຈຶ່ງ​ມີ​ການ​ຕົກລົງ​ໃຫ້​ໂປໂລ​ກັບ​ບາຣະນາບາ ແລະ​ບາງຄົນ​ໃນ​ເມືອງ​ອັນຕີໂອເຂຍ ໄປ​ປຶກສາ​ກັບ​ພວກ​ອັກຄະສາວົກ ແລະ​ພວກ​ເຖົ້າແກ່​ໃນ​ນະຄອນ​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ


ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.


ພວກເຈົ້າ​ຕ້ອງການ​ອັນ​ໃດ? ຈະ​ຕ້ອງ​ໃຫ້​ເຮົາ​ຖື​ໄມ້ແສ້​ມາ​ຫາ​ພວກເຈົ້າ ຫລື​ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ​ດ້ວຍ​ໃຈ​ອ່ອນສຸພາບ?


ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.


ແຕ່​ເຮົາ​ຂໍ​ໃຫ້​ພຣະເຈົ້າ​ເປັນ​ພະຍານ​ແກ່​ເຮົາ ທີ່​ເຮົາ​ຍັງ​ບໍ່ໄດ້​ໄປ​ເມືອງ​ໂກຣິນໂທ​ນັ້ນ ກໍ​ເພື່ອ​ງົດ​ໂທດ​ຂອງ​ພວກເຈົ້າ​ໄວ້​ກ່ອນ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ເຮົາ​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ ດ້ວຍ​ຄວາມ​ລຳບາກ​ຍິ່ງ ແລະ​ຄວາມ​ເສົ້າໂສກ​ຢ່າງ​ໜັກ ແລະ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ, ຈຸດປະສົງ​ຂອງເຮົາ​ບໍ່ແມ່ນ​ເພື່ອ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເສົ້າໂສກ, ແຕ່​ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ຮູ້ຈັກ​ວ່າ ເຮົາ​ຮັກ​ພວກເຈົ້າ​ທຸກຄົນ​ຫລາຍ​ເທົ່າ​ໃດ.


ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື​ຕີຂີໂກ​ໄປ​ຫາ​ເຈົ້າ​ນັ້ນ ເຈົ້າ​ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ທີ່​ເມືອງ​ນີໂກໂປລີ ເພາະ​ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດ​ລະດູ​ໜາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka