Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:4 - ພຣະຄຳພີສັກສິ

4 ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ເປັນ​ຄວາມຈິງແທ້​ທີ່​ວ່າ, ໃນ​ຄວາມອ່ອນແອ ພຣະອົງ​ຖືກ​ຄຶງ​ເທິງ​ໄມ້ກາງແຂນ ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ​ພຣະອົງ​ມີ​ຊີວິດ​ຢູ່. ເຊັ່ນດຽວ​ກັນ ພວກເຮົາ​ກໍ​ອ່ອນແອ​ໃນ​ພຣະອົງ, ແຕ່​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ ພວກເຮົາ​ຈະ​ມີຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:4
26 Jak'a apnaqawi uñst'ayäwi  

ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຊີວິດ​ໄປ​ຈາກ​ເຮົາ, ແຕ່​ເຮົາ​ສະຫລະ​ຊີວິດ​ດ້ວຍ​ໃຈ​ສະໝັກ​ຂອງເຮົາ​ເອງ, ເຮົາ​ມີ​ສິດ​ທີ່​ຈະ​ສະຫລະ​ຊີວິດ​ນັ້ນ ແລະ​ມີ​ສິດ​ທີ່​ຈະ​ຮັບ​ເອົາ​ຄືນ ຄຳສັ່ງ​ນີ້​ເຮົາ​ໄດ້​ຮັບ​ຈາກ​ພຣະບິດາເຈົ້າ​ຂອງເຮົາ.”


ເຫດສະນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ເອີຍ ພວກທ່ານ​ຈຳເປັນ​ຕ້ອງ​ຮູ້​ຢ່າງ​ຄັກແນ່​ວ່າ ພຣະເຢຊູເຈົ້າ​ອົງ​ນີ້ ຜູ້​ທີ່​ພວກທ່ານ​ໄດ້​ຕອກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ​ແຫຼະ ແມ່ນ​ຜູ້​ທີ່​ຖືກ​ຕັ້ງ​ໄວ້​ໃຫ້​ເປັນ​ທັງ​ພຣະອົງເຈົ້າ ແລະ​ເປັນ​ພຣະຄຣິດ.”


ດ້ວຍ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ ພຣະນາມ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄົນ​ນີ້​ມີ​ແຮງ​ຂຶ້ນ​ມາ ເຫດການ​ທີ່​ພວກເຈົ້າ​ເຫັນ ແລະ​ຮູ້ຈັກ​ນັ້ນ​ເກີດຂຶ້ນ​ໄດ້​ກໍ​ເພາະ​ດ້ວຍ​ຄວາມເຊື່ອ​ໃນ​ນາມ​ພຣະເຢຊູເຈົ້າ ທີ່​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ຫາຍ​ດີ​ເປັນ​ປົກກະຕິ​ຕໍ່ໜ້າ​ພວກທ່ານ​ທຸກຄົນ ດັ່ງ​ທີ່​ພວກທ່ານ​ໄດ້​ເຫັນ​ຢູ່​ນີ້.


ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ເພາະ​ເຫດ​ນີ້ ພຣະຄຣິດ​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ກໍ​ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຄົນ​ເປັນ​ແລະ​ຄົນ​ຕາຍ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ຮັບ​ບັບຕິສະມາ​ແລ້ວ ເພື່ອ​ໃຫ້​ເຮົາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຖືກ​ຊົງ​ບັນດານ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ໂດຍ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ​ແລ້ວ​ສັນໃດ ພວກເຮົາ​ກໍ​ຈະ​ໄດ້​ດຳເນີນ​ຕາມ​ຊີວິດ​ໃໝ່​ເໝືອນກັນ​ສັນນັ້ນ.


ເພາະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ໂງ່​ຂອງ​ພຣະເຈົ້າ ກໍ​ຍັງ​ສະຫລາດ​ກວ່າ​ປັນຍາ​ຂອງ​ມະນຸດ ແລະ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ອ່ອນແຮງ​ຂອງ​ພຣະເຈົ້າ ກໍ​ຍັງ​ແຂງແຮງ​ກວ່າ​ກຳລັງ​ຂອງ​ມະນຸດ.


ເມື່ອ​ຫວ່ານ​ລົງ​ນັ້ນ​ບໍ່ມີ​ຍົດ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ສະຫງ່າຣາສີ ເມື່ອ​ຫວ່ານ​ລົງ​ກໍ​ອ່ອນ​ກຳລັງ ເມື່ອ​ຄືນ​ຂຶ້ນ​ມາ​ກໍ​ມີ​ຣິດອຳນາດ.


ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ


ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ຢ່າງ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ.


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຊື່ນໃຈ ໃນ​ຄວາມ​ອ່ອນແຮງ ໃນ​ການ​ຖືກ​ໝິ່ນປະໝາດ​ໃນ​ຄວາມ​ຍາກ​ລຳບາກ ໃນ​ການ​ຖືກ​ຂົ່ມເຫັງ ແລະ​ໃນ​ຄວາມ​ຍາກຈົນ ເພື່ອ​ເຫັນ​ແກ່​ພຣະຄຣິດ. ດ້ວຍວ່າ, ເຮົາ​ອ່ອນແຮງ​ເມື່ອໃດ ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ເມື່ອນັ້ນ.


ເພາະວ່າ ເມື່ອ​ພວກເຮົາ​ອ່ອນແອ ແລະ​ພວກເຈົ້າ​ເຂັ້ມແຂງ​ນັ້ນ ເຮົາ​ກໍ​ຊົມຊື່ນ​ຍິນດີ, ດັ່ງນັ້ນ ເຮົາ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ​ຢ່າງ​ຄົບ​ບໍລິບູນ.


ເຮົາ​ຕ້ອງການ​ຈະ​ໄດ້​ຮູ້ຈັກ​ພຣະອົງ ແລະ​ຮູ້ຈັກ​ຣິດອຳນາດ​ອັນ​ປາກົດ ໃນ​ການ​ທີ່​ພຣະອົງ​ຊົງ​ຄືນພຣະຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເໝືອນ​ຢ່າງ​ພຣະອົງ,


ຝ່າຍ​ພຣະບຸດ​ນັ້ນ ຂະນະ​ເມື່ອ​ຊົງ​ເປັນ​ມະນຸດ​ຢູ່ ພຣະອົງ​ໄດ້​ຊົງ​ຖວາຍ​ຄຳ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ດ້ວຍ​ການ​ຮ້ອງໄຫ້​ຢ່າງ​ໜັກ ແລະ​ມີ​ນໍ້າຕາ​ໄຫລ​ຮ້ອງຂໍ​ຕໍ່​ພຣະເຈົ້າ ຜູ້​ຊົງ​ສາມາດ​ໂຜດ​ໃຫ້​ພຣະອົງ​ພົ້ນ​ຈາກ​ຕາຍ​ໄດ້ ແລະ​ຊົງ​ນ້ອມ​ຮັບ​ຟັງ ເນື່ອງ​ດ້ວຍ​ຄວາມ​ຢຳເກງ​ຂອງ​ພຣະອົງ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ຜູ້​ໄດ້​ສະເດັດ​ເຂົ້າ​ໃນ​ສະຫວັນ ແລະ​ຊົງ​ສະຖິດ​ຢູ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ ໂດຍ​ມີ​ຝູງ​ເທວະດາ​ແລະ​ບັນດາ​ຜູ້​ມີ​ອຳນາດ ແລະ​ຣິດເດດ​ຖືກ​ຊົງ​ມອບ​ໄວ້ ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka