Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 13:3 - ພຣະຄຳພີສັກສິ

3 ເພາະວ່າ​ເຈົ້າ​ທັງຫລາຍ​ຕ້ອງການ​ຈະ​ເຫັນ​ຫຼັກຖານ​ວ່າ, ພຣະຄຣິດ​ຊົງ​ກ່າວ​ທາງ​ເຮົາ ພຣະອົງ​ບໍ່ໄດ້​ຊົງ​ອ່ອນແອ​ຕໍ່​ພວກເຈົ້າ, ແຕ່​ຊົງ​ມີ​ຣິດອຳນາດ​ໃນ​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ພວກເຈົ້າ​ຮຽກຮ້ອງ​ໃຫ້​ພິສູດ​ວ່າ​ພຣະຄຣິດເຈົ້າ​ກຳລັງ​ກ່າວ​ຜ່ານ​ທາງ​ເຮົາ. ພຣະອົງ​ບໍ່​ໄດ້​ອ່ອນແອ​ໃນ​ຄວາມສຳພັນ​ກັບ​ພວກເຈົ້າ ແຕ່​ເຕັມ​ດ້ວຍ​ລິດອຳນາດ​ຢູ່​ທ່າມກາງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 13:3
14 Jak'a apnaqawi uñst'ayäwi  

ເພາະ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ​ນັ້ນ ຈະ​ບໍ່​ມາ​ຈາກ​ພວກເຈົ້າ​ເອງ, ແຕ່​ແມ່ນ​ພຣະວິນຍານ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ ທີ່​ຈະ​ເປັນ​ຜູ້​ກ່າວ​ໃນ​ພວກເຈົ້າ.”


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ແຕ່​ຕາມ​ຄວາມ​ເຫັນ​ຂອງເຮົາ​ວ່າ, ຖ້າ​ນາງ​ຢູ່​ຜູ້​ດຽວ ກໍ​ຈະ​ເປັນ​ສຸກ​ກວ່າ ແລະ​ເຮົາ​ຄິດ​ວ່າ ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ນຳ​ເຮົາ​ດ້ວຍ.


ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,


ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ


ແທ້ຈິງ, ລັກສະນະ​ຂອງ​ອັກຄະສາວົກ ໄດ້​ປາກົດ​ຢ່າງ​ແຈ່ມແຈ້ງ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຄວາມ​ພຽນ, ໂດຍ​ໝາຍສຳຄັນ ໂດຍ​ການ​ອັດສະຈັນ ແລະ​ໂດຍ​ການ​ອິດທິຣິດ​ຕ່າງໆ.


ເມື່ອ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ດ້ວຍວ່າ, ເມື່ອ​ເຮົາ​ຍົກໂທດ​ໃຫ້​ຜູ້ໃດ​ແລ້ວ ເຮົາ​ກໍ​ຍົກໂທດ​ໃຫ້​ຜູ້ນັ້ນ. ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ​ຕໍ່ໜ້າ​ພຣະຄຣິດ


ການ​ທີ່​ຄົນ​ຢ່າງ​ນັ້ນ​ຖືກ​ລົງໂທດ​ໂດຍ​ຄົນ​ສ່ວນ​ຫລາຍ ກໍ​ເປັນ​ການ​ພຽງພໍ​ແລ້ວ.


ແລະ​ພຣະເຈົ້າ​ຊົງຣິດ​ສາມາດ​ປະທານ​ພຣະຄຸນ​ອັນ​ອຸດົມ​ທຸກຢ່າງ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ມີ​ທຸກສິ່ງ​ທຸກຢ່າງ​ພຽງພໍ​ສຳລັບ​ຕົວ​ຢູ່​ສະເໝີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍຣິບູນ​ສຳລັບ​ການງານ​ດີ​ທຸກຢ່າງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka