Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 12:2 - ພຣະຄຳພີສັກສິ

2 ແຕ່​ສິບສີ່​ປີ​ມາ​ແລ້ວ ເຮົາ​ຮູ້ຈັກ​ຄຣິສຕຽນ​ຜູ້ໜຶ່ງ ຜູ້ນັ້ນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ສະຫວັນ​ຊັ້ນ​ທີ​ສາມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້)

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຮູ້​ຈັກ​ຊາຍ​ຄົນ​ໜຶ່ງ​ໃນ​ພຣະຄຣິດເຈົ້າ ເຊິ່ງ​ສິບສີ່​ປີ​ຜ່ານ​ມາ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ຍັງ​ສະຫວັນ​ຊັ້ນ​ທີສາມ. ຈະ​ໄປ​ທັງ​ກາຍ ຫລື ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ຮູ້.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 12:2
40 Jak'a apnaqawi uñst'ayäwi  

ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ທັງ​ເວົ້າ​ວ່າ, “ພວກເຮົາ​ໃນ​ທີນີ້​ມີ​ຢູ່​ນຳ​ກັນ​ຫ້າສິບ​ຄົນ ລ້ວນແລ້ວແຕ່​ເປັນ​ຄົນ​ແຂງແຮງ​ທັງນັ້ນ. ໃຫ້​ພວກເຮົາ​ໄປ​ຊອກຫາ​ນາຍ​ຂອງທ່ານ​ສາ. ບາງທີ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ຫອບ​ເອົາ​ນາຍ​ຂອງທ່ານ​ໄປ​ປະ​ໄວ້​ຢູ່​ເທິງ​ພູເຂົາ ຫລື​ຢູ່​ຕາມ​ຮ່ອມພູ​ບາງ​ແຫ່ງ​ກໍໄດ້.” ເອລີຊາ​ຕອບ​ວ່າ, “ບໍ່ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄປ.”


ຟ້າ​ສະຫວັນ​ທີ່​ສູງສຸດ ແລະ​ນໍ້າ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ


ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ສູ່​ເດີ່ນ​ທາງ​ໃນ​ບ່ອນ​ທີ່​ຂ້າພະເຈົ້າ​ເຫັນ​ໄດ້​ວ່າ ພຣະວິຫານ​ນັ້ນ​ເຕັມ​ໄປ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ.


ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.


ຜູ້​ທີ່​ກິນ​ເນື້ອກາຍ​ຂອງເຮົາ​ແລະ​ດື່ມ​ເລືອດ​ຂອງເຮົາ ກໍ​ມີ​ຊີວິດ​ຢູ່​ໃນ​ເຮົາ ແລະ ເຮົາ​ກໍ​ມີ​ຊີວິດ​ຢູ່​ໃນ​ຜູ້ນັ້ນ.


ເມື່ອ​ທ່ານ​ທັງສອງ​ຮູ້​ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີໄປ​ທີ່​ເມືອງ​ລີສະຕຣາ ແລະ​ເດຣະເບ​ໃນ​ແຂວງ​ກີລີເກຍ ແລະ​ໃນ​ຂົງເຂດ​ໃກ້ຄຽງ​ນັ້ນ.


“ແລ້ວ​ຂ້າພະເຈົ້າ​ກໍໄດ້​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ພຣະວິຫານ​ນັ້ນ ຂ້າພະເຈົ້າ​ກໍ​ລືມຄີງ​ໄປ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອະເປເລ ຜູ້​ທີ່​ຈົງຮັກ​ພັກດີ​ຕໍ່​ພຣະຄຣິດ ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທຸກຄົນ​ຢູ່​ໃນ​ຄອບຄົວ​ຂອງທ່ານ​ອາຣິສະໂຕບູໂລ​ດ້ວຍ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ປີຊະກີລາ ແລະ ທ່ານ​ອາກີລາ ເພື່ອນຮ່ວມງານ​ກັບ​ເຮົາ​ໃນ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອັນດາໂລນິໂກ​ກັບ​ນາງ​ຢູເນຍ ພີ່ນ້ອງ​ຮ່ວມ​ຊາດ​ທີ່​ໄດ້​ຖືກ​ຂັງຄຸກ​ນຳກັນ​ກັບ​ເຮົາ ທ່ານ​ທັງສອງ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ພວກ​ອັກຄະສາວົກ ທັງ​ໄດ້​ຢູ່​ໃນ​ພຣະຄຣິດ​ກ່ອນ​ເຮົາ​ດ້ວຍ.


ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ທ່ານ​ອູຣະບານ ຜູ້​ຮ່ວມ​ງານ​ໃນ​ພາລະກິດ​ຂອງ​ພຣະຄຣິດ​ກັບ​ພວກເຮົາ ແລະ​ພ້ອມ​ທັງ​ທ່ານ​ຊະຕາຂີ ເພື່ອນ​ທີ່ຮັກ​ຂອງເຮົາ.


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ການ​ທີ່​ເຮົາ​ອວດອ້າງ​ໃນ​ເລື່ອງ​ນີ້ ຄິດ​ວ່າ​ເຮົາ​ບໍ່​ຮັກ​ພວກເຈົ້າ​ຊັ້ນບໍ? ພຣະເຈົ້າ​ຊົງ​ຮູ້​ວ່າ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ເທົ່າ​ໃດ?


ຈົ່ງ​ພິຈາລະນາ​ເບິ່ງ​ຕົນເອງ​ວ່າ, ພວກເຈົ້າ​ຕັ້ງ​ຢູ່​ໃນ​ຄວາມເຊື່ອ​ຫລື​ບໍ? ຈົ່ງ​ພິສູດ​ຕົວ​ເອງ​ສາ ເຈົ້າ​ທັງຫລາຍ​ບໍ່​ຮູ້​ຫລື​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຈະ​ຜ່ານ​ການ​ພິສູດ​ນັ້ນ​ບໍ່ໄດ້.


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ສ່ວນ​ສະມາຊິກ​ໃນ​ຄຣິສຕະຈັກ​ທັງຫລາຍ​ທີ່​ແຂວງ​ຢູດາຍ​ນັ້ນ ຍັງ​ບໍ່ໄດ້​ຮູ້ຈັກ​ໜ້າ​ຂອງເຮົາ


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ພຣະອົງ​ຜູ້​ສະເດັດ​ລົງ​ໄປ​ນັ້ນ ກໍ​ຄື​ພຣະອົງ​ຜູ້​ທີ່​ໄດ້​ສະເດັດ​ຂຶ້ນ​ເມືອ​ສູ່​ທີ່​ສູງ ເໜືອ​ຟ້າ​ສະຫວັນ​ທັງປວງ ເພື່ອ​ຈະ​ໄດ້​ສະຖິດ​ຢູ່​ເຕັມ​ທົ່ວ​ຈັກກະວານ.


ຟ້າ​ສະຫວັນ ແລະ​ຟ້າ​ສະຫວັນ​ບ່ອນ​ສູງສຸດ​ເປັນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແຜ່ນດິນ​ໂລກ​ກັບ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ​ກໍ​ເປັນ​ຂອງ​ພຣະອົງ​ເໝືອນກັນ.


ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ​ຣາຊບັນລັງ​ຂອງ​ພຣະອົງ.


ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka