Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 11:4 - ພຣະຄຳພີສັກສິ

4 ດ້ວຍວ່າ, ຖ້າ​ຜູ້ໃດ​ທີ່​ມາ​ປະກາດ​ເລື່ອງ​ພຣະເຢຊູເຈົ້າ​ອົງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ອົງ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ ຫລື​ຮັບ​ເອົາ​ວິນຍານ​ແລະ​ຂ່າວປະເສີດ​ຢ່າງ​ອື່ນ ທີ່​ແຕກຕ່າງ​ໄປ​ຈາກ​ພຣະວິນຍານ ແລະ​ຂ່າວປະເສີດ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ພວກເຈົ້າ​ໄດ້​ຍອມ​ເຊື່ອຟັງ​ຕໍ່​ພວກເຂົາ​ງ່າຍ​ເຕັມທີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 11:4
12 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ເກີນ​ວ່າ​ດີ​ແທ້​ນໍ ທີ່​ເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ ເພື່ອ​ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ພວກເຈົ້າ​ເອງ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່ມີ ດ້ວຍວ່າ, ບໍ່ມີ​ນາມຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ ທີ່​ຊົງ​ປະທານ​ແກ່​ມະນຸດ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ.”


ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.


ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ປະສົງ​ຢາກ​ໃຫ້​ພວກເຈົ້າ​ອົດທົນ​ຟັງ​ຕໍ່​ຄວາມ​ໂງ່​ຂອງເຮົາ​ຈັກ​ໜ້ອຍ​ໜຶ່ງ ຈົ່ງ​ອົດທົນ​ເອົາ​ເດີ


ເມື່ອ​ເຮົາ​ໄປ​ເຖິງ​ເມືອງ​ໂທອາດ ເພື່ອ​ປະກາດ​ຂ່າວປະເສີດ ເລື່ອງ​ພຣະຄຣິດ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໄຂ​ຊ່ອງທາງ​ໃຫ້​ແກ່​ເຮົາ.


ເຮົາ​ຢາກ​ຮູ້​ຂໍ້​ດຽວ​ຈາກ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ໄດ້​ຮັບ​ພຣະວິນຍານ​ນັ້ນ ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ຫລື​ວ່າ​ໄດ້​ຮັບ​ໂດຍ​ການ​ເຊື່ອຟັງ​ຂໍ້ຄວາມ​ທີ່​ໄດ້ຍິນ​ນັ້ນ?


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ດ້ວຍວ່າ, ມີ​ພຣະເຈົ້າ​ອົງ​ດຽວ ແລະ​ມີ​ຜູ້​ກາງ​ແຕ່​ຜູ້​ດຽວ ລະຫວ່າງ​ພຣະເຈົ້າ​ກັບ​ມະນຸດ ຄື​ພຣະຄຣິດເຈົ້າ​ເຢຊູ​ຜູ້​ຊົງ​ສະພາບ​ເປັນ​ມະນຸດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka