2 ໂກຣິນໂທ 11:3 - ພຣະຄຳພີສັກສິ3 ແຕ່ເຮົາຢ້ານວ່າ, ຄວາມຄິດຂອງພວກເຈົ້າຈະຖືກລໍ້ລວງໃຫ້ຫລົງຜິດໄປ ຈະປະຖິ້ມຄວາມຜູກພັນອັນສັດຊື່ແລະບໍຣິສຸດທີ່ມີຕໍ່ພຣະຄຣິດ ໃນທຳນອງດຽວກັບນາງເອວາທີ່ຖືກຫລອກລວງດ້ວຍກົນອຸບາຍອັນເລິກແລບຂອງງູ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ແຕ່ເຮົາຢ້ານວ່າ ຈະເປັນເໝືອນດັ່ງເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ, ແລ້ວຄວາມຄິດຂອງພວກເຈົ້າຈະຖືກນຳພາໄປສູ່ຄວາມຜິດພາດຈາກຄວາມຈິງໃຈ ແລະ ຄວາມບໍລິສຸດຂອງພວກເຈົ້າໃນການອຸທິດຕົນຕໍ່ພຣະຄຣິດເຈົ້າ. ເອວາທີ່ຖືກລໍ້ລວງດ້ວຍກົນອຸບາຍຂອງງູນັ້ນ. Uka jalj uñjjattʼäta |
ເຈົ້າທັງຫລາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ, ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.