Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 11:2 - ພຣະຄຳພີສັກສິ

2 ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເພາະ​ເຮົາ​ຫວງແຫນ​ພວກເຈົ້າ​ດ້ວຍ​ຄວາມຫວງແຫນ​ທີ່​ມາ​ຈາກ​ພຣະເຈົ້າ. ເຮົາ​ໄດ້​ສັນຍາ​ພວກເຈົ້າ​ໄວ້​ເພື່ອ​ສາມີ​ຄົນ​ດຽວ, ຄື​ແກ່​ພຣະຄຣິດເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖວາຍ​ພວກເຈົ້າ​ເໝືອນດັ່ງ​ສາວບໍລິສຸດ​ທີ່​ບໍລິສຸດ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 11:2
19 Jak'a apnaqawi uñst'ayäwi  

ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ປະໂຣຫິດ​ຈະ​ແຕ່ງງານ​ກັບ​ແມ່ຮ້າງ​ບໍ່ໄດ້; ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງສາວ​ອິດສະຣາເອນ​ຜູ້​ບໍຣິສຸດ​ເທົ່ານັ້ນ ຫລື​ແຕ່ງງານ​ກັບ​ເມຍ​ໝ້າຍ​ຂອງ​ປະໂຣຫິດ​ຄົນອື່ນ.


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ເຖິງ​ແມ່ນ​ວ່າ ຊີວິດ​ໃນ​ພຣະຄຣິດ ພວກເຈົ້າ​ມີ​ຜູ້​ຄວບຄຸມ​ດູແລ​ເປັນ​ສິບພັນ​ຄົນ​ກໍຕາມ, ແຕ່​ພວກເຈົ້າ​ກໍ​ມີ​ພໍ່​ຄົນ​ດຽວ​ເທົ່ານັ້ນ ເພາະ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ, ເຮົາ​ໄດ້​ໃຫ້​ກຳເນີດ​ພວກເຈົ້າ​ໂດຍ​ຂ່າວປະເສີດ.


ເພາະ​ພວກເຮົາ​ຮູ້​ວ່າ ພຣະອົງ​ຜູ້​ໄດ້​ຊົງ​ບັນດານ​ໃຫ້​ອົງ​ພຣະເຢຊູເຈົ້າ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ນັ້ນ ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ກັບ​ພຣະເຢຊູເຈົ້າ​ເໝືອນກັນ ແລະ​ຈະ​ນຳ​ພວກເຮົາ​ພ້ອມ​ກັບ​ພວກເຈົ້າ ເຂົ້າ​ໄປ​ຢູ່​ຊ້ອງ​ພຣະພັກ​ພຣະອົງ.


ເຮົາ​ວິຕົກ​ນຳ​ເຈົ້າ​ທັງຫລາຍ ຢ້ານ​ວ່າ​ການ​ໜັກໜ່ວງ​ທີ່​ເຮົາ​ໄດ້​ເຮັດ​ສຳລັບ​ພວກເຈົ້າ​ນັ້ນ ຈະ​ບໍ່​ເປັນ​ປະໂຫຍດ.


ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.


ພຣະອົງ​ນັ້ນ​ແຫຼະ ທີ່​ພວກເຮົາ​ປະກາດ​ໃຫ້​ແກ່​ທຸກຄົນ​ໂດຍ​ເຕືອນ​ສະຕິ ແລະ​ສັ່ງສອນ​ດ້ວຍ​ປັນຍາ​ທຸກຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກຄົນ​ຊ້ອງໜ້າ​ພຣະເຈົ້າ ເໝືອນ​ເປັນ​ຄົນ​ໃຫຍ່​ຄົບຖ້ວນ​ແລ້ວ​ໃນ​ພຣະຄຣິດ.


ພວກເຈົ້າ​ຮູ້​ວ່າ, ພວກເຮົາ​ໄດ້​ປະພຶດ​ກັບ​ພວກເຈົ້າ​ແຕ່ລະຄົນ ເໝືອນ​ດັ່ງ​ພໍ່​ກັບ​ລູກໆ​ຂອງຕົນ.


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka