Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:8 - ພຣະຄຳພີສັກສິ

8 ດ້ວຍວ່າ, ເຮົາ​ບໍ່​ຮູ້​ສຶກ​ມີ​ຄວາມ​ອັບອາຍ​ໃດໆ ເຖິງ​ແມ່ນ​ວ່າ ເຮົາ​ໄດ້​ເວົ້າ​ອວດອ້າງ​ຫລາຍ​ໄປ​ແດ່​ແລ້ວ​ກໍຕາມ ເຖິງ​ສິດ​ອຳນາດ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ ຄື​ສິດ​ອຳນາດ​ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ ແລະ​ບໍ່ແມ່ນ​ເພື່ອ​ທຳລາຍ​ພວກເຈົ້າ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ດັ່ງນັ້ນ ເຖິງ​ແມ່ນ​ວ່າ​ເຮົາ​ອວດອ້າງ​ຫລາຍ​ເກີນ​ໄປ​ກ່ຽວກັບ​ສິດອຳນາດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ໃຫ້​ແກ່​ພວກເຮົາ ເພື່ອ​ເສີມສ້າງ​ພວກເຈົ້າ​ຂຶ້ນ​ແທນທີ່​ຈະ​ດຶງ​ພວກເຈົ້າ​ລົງ​ນັ້ນ, ເຮົາ​ກໍ​ຈະ​ບໍ່​ໄດ້​ລະອາຍ​ໃນ​ເລື່ອງ​ນັ້ນ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:8
12 Jak'a apnaqawi uñst'ayäwi  

ບໍ່ແມ່ນ​ວ່າ​ເຮົາ​ເປັນ​ນາຍ​ບັງຄັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ຢືນໝັ້ນ​ຢູ່​ໃນ​ຄວາມເຊື່ອ​ແລ້ວ, ແຕ່​ວ່າ​ເຮົາ​ເປັນ​ຜູ້​ຮ່ວມ​ງານ ເພື່ອ​ພວກເຈົ້າ​ຈະ​ຮັບ​ຄວາມ​ຊົມຊື່ນ​ຍິນດີ.


ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ


ເຮົາ​ບໍ່​ຢາກ​ໃຫ້​ພວກເຈົ້າ​ຄິດ​ວ່າ, ເຮົາ​ຂຽນ​ຈົດໝາຍ​ມາ​ຂົ່ມຂູ່​ພວກເຈົ້າ​ໃຫ້​ຢ້ານກົວ.


ເຈົ້າ​ທັງຫລາຍ​ຄົງ​ຄິດ​ຢູ່​ຕະຫລອດ​ມາ​ວ່າ, ເຮົາ​ກ່າວ​ແກ້​ຕົວ​ຕໍ່​ພວກເຈົ້າ ທີ່​ຈິງ​ເຮົາ​ກ່າວ​ໃນ​ພຣະຄຣິດ ເໝືອນ​ເຮົາ​ຢູ່​ຊ້ອງໜ້າ​ພຣະເຈົ້າ. ພີ່ນ້ອງ​ທີ່​ຮັກ​ຂອງເຮົາ​ເອີຍ, ສິ່ງສາລະພັດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ເຮົາ​ເຮັດ​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ.


ເພາະ​ເຖິງ​ແມ່ນ​ວ່າ, ເຮົາ​ຢາກ​ອວດຕົວ ເຮົາ​ກໍ​ບໍ່​ເປັນ​ຄົນ​ໂງ່ ເພາະ​ເຮົາ​ກ່າວ​ຕາມ​ຄວາມຈິງ, ແຕ່​ເຮົາ​ອົດກັ້ນ​ໄວ້ ກໍ​ເພາະ​ຢ້ານ​ວ່າ​ຈະ​ມີ​ບາງຄົນ​ຍົກຍ້ອງ​ເຮົາ ເກີນ​ກວ່າ​ທີ່​ເຂົາ​ໄດ້​ຮູ້​ຈາກ​ການ​ເຫັນ​ແລະ​ຟັງ​ເຮົາ​ນັ້ນ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ດ້ວຍວ່າ, ພວກເຮົາ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ຄວາມຈິງ​ບໍ່ໄດ້ ເຮັດ​ໄດ້​ແຕ່​ສິ່ງ​ທີ່​ຖືກຕ້ອງ​ຕາມ​ຄວາມຈິງ​ເທົ່ານັ້ນ.


ເຮົາ​ໄດ້​ເວົ້າ​ອວດ​ເຖິງ​ເລື່ອງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ຜິດຫວັງ ພວກເຮົາ​ໄດ້​ກ່າວ​ຄວາມຈິງ​ແກ່​ພວກເຈົ້າ​ຢູ່​ສະເໝີ​ສັນໃດ ການ​ທີ່​ພວກເຮົາ​ເວົ້າ​ອວດ​ເຖິງ​ເລື່ອງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ສູ່​ຕີໂຕ ກໍ​ກາຍເປັນ​ຄວາມຈິງ​ສັນນັ້ນ.


ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.


ໂປໂລ​ຜູ້​ເປັນ​ອັກຄະສາວົກ (ບໍ່ແມ່ນ​ມະນຸດ​ແຕ່ງຕັ້ງ ຫລື​ມະນຸດ​ເປັນ​ຕົວແທນ​ແຕ່ງຕັ້ງ ແຕ່​ວ່າ​ພຣະເຢຊູ​ຄຣິດເຈົ້າ ແລະ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ​ໄດ້​ຊົງ​ແຕ່ງຕັ້ງ)


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka