Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:2 - ພຣະຄຳພີສັກສິ

2 ຄື​ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກເຈົ້າ ຢ່າ​ໃຫ້​ເຮົາ​ສະແດງ​ຄວາມ​ກ້າຫານ​ດ້ວຍ​ຄວາມ​ແນ່ໃຈ ເໝືອນ​ເຮົາ​ຄິດ​ບັງອາດ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ຕາມ​ທຳມະດາ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາຫາ ເຮົາ​ອາດ​ບໍ່​ກ້າຫານ​ເທົ່າ​ທີ່​ເຮົາ​ຄາດຫວັງ​ວ່າ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ຄິດ​ວ່າ​ເຮົາ​ດຳເນີນຊີວິດ​ຕາມ​ມາດຕະຖານ​ຂອງ​ໂລກ​ນີ້.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:2
12 Jak'a apnaqawi uñst'ayäwi  

ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ພຣະເຈົ້າ​ໄດ້​ເຮັດ​ຢ່າງ​ນີ້ ເພື່ອ​ໃຫ້​ຂໍ້ຄຳສັ່ງ​ອັນ​ຍຸດຕິທຳ​ຂອງ​ກົດບັນຍັດ​ນັ້ນ​ສຳເລັດ​ຢ່າງ​ບໍຣິບູນ​ໃນ​ພວກເຮົາ ຜູ້​ທີ່​ບໍ່​ດຳເນີນ​ຕາມ​ເນື້ອໜັງ ແຕ່​ຕາມ​ພຣະວິນຍານ.


ຄົນ​ທີ່​ດຳເນີນ​ຊີວິດ​ຝ່າຍ​ເນື້ອໜັງ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ເນື້ອໜັງ ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ພຣະວິນຍານ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະວິນຍານ.


ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ​ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.


ເຮົາ​ລະອາຍ​ທີ່​ຈະ​ຍອມ​ຮັບ​ວ່າ ພວກເຮົາ​ເປັນ​ຄົນ​ອ່ອນ​ແອ​ເກີນ​ໄປ​ທີ່​ຈະ​ປະພຶດ​ຢ່າງ​ນັ້ນ. ແຕ່​ຖ້າ​ຜູ້ໃດ​ກ້າ​ອວດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ (ເຮົາ​ເວົ້າ​ເໝືອນ​ກັບ​ວ່າ​ເຮົາ​ເປັນ​ຄົນ​ໂງ່) ເຮົາ​ກໍ​ກ້າ​ອວດ​ເໝືອນກັນ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ເຮົາ​ໄດ້​ເຕືອນ​ເຈົ້າ​ທັງຫລາຍ​ທີ່​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ ແລະ​ບັນດາ​ຄົນອື່ນໆ​ນັ້ນ​ດ້ວຍ ແລະ​ບັດນີ້​ເມື່ອ​ເຮົາ​ບໍ່​ຢູ່ ເຮົາ​ກໍ​ເຕືອນ​ພວກເຈົ້າ​ອີກ ເໝືອນ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ເຈົ້າ​ເທື່ອ​ທີ​ສອງ​ນັ້ນ​ວ່າ, ຖ້າ​ເຮົາ​ມາ​ອີກ​ຈະ​ບໍ່​ຜ່ອນ​ໂທດ​ໃຫ້​ຄົນ​ເຫຼົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka