Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 10:1 - ພຣະຄຳພີສັກສິ

1 ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຮົາ​ຂໍຮ້ອງ​ພວກເຈົ້າ​ດ້ວຍ​ຄວາມຖ່ອມໃຈ ແລະ ອ່ອນ​ສຸພາບ​ຂອງ​ພຣະຄຣິດເຈົ້າ, ເຮົາ​ຄື​ໂປໂລ ຜູ້​ທີ່​ພວກເຈົ້າ​ທັງຫລາຍ​ບອກ​ວ່າ “ຂີ້ຢ້ານ” ເມື່ອ​ຢູ່​ຕໍ່ໜ້າ​ພວກເຈົ້າ ແຕ່ “ກ້າຫານ” ເມື່ອ​ຢູ່​ຫ່າງໄກ​ຈາກ​ພວກເຈົ້າ!

Uka jalj uñjjattʼäta Copia luraña




2 ໂກຣິນໂທ 10:1
38 Jak'a apnaqawi uñst'ayäwi  

ໃນ​ຄວາມ​ຜ່າເຜີຍ​ນັ້ນ ທ່ານ​ຈົ່ງ​ຂີ່​ມ້າ​ອອກ​ໄປ ຈົ່ງ​ມຸ່ງໜ້າ​ສູ່​ຄວາມມີໄຊ ເພື່ອ​ປ້ອງກັນ​ໄວ້ ຊຶ່ງ​ຄວາມຈິງ​ແລະ​ຄວາມ​ຍຸດຕິທຳ ກຳລັງ​ທີ່​ທ່ານ​ມີ​ຢູ່​ຈະ​ໃຫ້​ທ່ານ​ມີໄຊ​ຍິ່ງໃຫຍ່


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


“ຈົ່ງ​ກ່າວ​ບອກ​ປະຊາຊົນ​ ນະຄອນ​ຊີໂອນ​ວ່າ, ‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ ສະເດັດ​ມາ​ຫາ​ເຈົ້າ ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ແລະ​ນັ່ງ​ເທິງ​ຫລັງ​ລໍ ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​ ລູກ​ສັດ​ໃຊ້​ໂຕໜຶ່ງ.”’


ພຣະຄຳພີ​ຕອນ​ທີ່​ເພິ່ນ​ອ່ານ​ຢູ່​ນັ້ນ ຄື​ຂໍ້​ເຫຼົ່ານີ້: “ເຂົາ​ໄດ້​ນຳ​ເພິ່ນ​ໄປ ເໝືອນ​ນຳ​ເອົາ​ແກະ​ໄປ​ຂ້າ ແລະ​ເໝືອນ​ແກະນ້ອຍ​ໂຕ​ທີ່​ມິດ​ຢູ່ ຕໍ່ໜ້າ​ຜູ້​ຕັດ​ຂົນ​ຂອງ​ມັນ ທ່ານ​ບໍ່ໄດ້​ອອກ​ປາກ​ກ່າວ​ຫຍັງ​ຈັກ​ຄຳ.


ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ແຕ່​ການ​ທີ່​ເຮົາ​ກ້າ​ຂຽນ​ຈົດໝາຍ​ມາ​ຫາ​ພວກເຈົ້າ​ນີ້ ກໍ​ເພື່ອ​ຢາກ​ເຕືອນ​ຄວາມ​ຈື່ຈຳ​ຂອງ​ພວກເຈົ້າ ດ້ວຍ​ເຫດ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ເຮົາ


ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ


ພວກເຮົາ​ເປັນ​ຄົນ​ໂງ່ ເພາະ​ເຫັນ​ແກ່​ພຣະຄຣິດ, ແຕ່​ພວກເຈົ້າ​ເປັນ​ຄົນມີ​ປັນຍາ​ໃນ​ພຣະຄຣິດ ພວກເຮົາ​ເປັນ​ຜູ້​ອ່ອນແຮງ, ແຕ່​ພວກເຈົ້າ​ເປັນ​ຜູ້​ແຂງແຮງ ພວກເຈົ້າ​ມີ​ກຽດ, ແຕ່​ເຮົາ​ບໍ່ມີ​ກຽດ.


ພວກເຈົ້າ​ຕ້ອງການ​ອັນ​ໃດ? ຈະ​ຕ້ອງ​ໃຫ້​ເຮົາ​ຖື​ໄມ້ແສ້​ມາ​ຫາ​ພວກເຈົ້າ ຫລື​ຈະ​ໃຫ້​ເຮົາ​ມາ​ດ້ວຍ​ຄວາມຮັກ ແລະ​ດ້ວຍ​ໃຈ​ອ່ອນສຸພາບ?


ເພາະ​ມີ​ບາງຄົນ​ເວົ້າ​ວ່າ, “ຈົດໝາຍ​ຂອງ​ໂປໂລ​ມີ​ນໍ້າໜັກ, ແຕ່​ຕົວ​ລາວ​ເບິ່ງ​ຄື​ເປັນ​ຄົນ​ອ່ອນແອ ແລະ​ຄຳ​ເວົ້າ​ຂອງ​ລາວ​ກໍ​ໃຊ້​ການ​ບໍ່ໄດ້.”


ຄື​ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ ເມື່ອ​ເຮົາ​ມາ​ຢູ່​ນຳ​ພວກເຈົ້າ ຢ່າ​ໃຫ້​ເຮົາ​ສະແດງ​ຄວາມ​ກ້າຫານ​ດ້ວຍ​ຄວາມ​ແນ່ໃຈ ເໝືອນ​ເຮົາ​ຄິດ​ບັງອາດ​ຈະ​ເຮັດ​ຕໍ່​ບາງຄົນ​ທີ່​ນຶກ​ເຫັນ​ວ່າ ເຮົາ​ຍັງ​ເຮັດ​ຕາມ​ທຳມະດາ​ມະນຸດ.


ພວກເຈົ້າ​ຈົ່ງ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ປາກົດ​ພາຍ​ນອກ ຖ້າ​ຜູ້ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ກໍ​ໃຫ້​ຜູ້ນັ້ນ​ຄຳນຶງ​ວ່າ ເໝືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດ​ເໝືອນກັນ.


ເຮົາ​ລະອາຍ​ທີ່​ຈະ​ຍອມ​ຮັບ​ວ່າ ພວກເຮົາ​ເປັນ​ຄົນ​ອ່ອນ​ແອ​ເກີນ​ໄປ​ທີ່​ຈະ​ປະພຶດ​ຢ່າງ​ນັ້ນ. ແຕ່​ຖ້າ​ຜູ້ໃດ​ກ້າ​ອວດ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ (ເຮົາ​ເວົ້າ​ເໝືອນ​ກັບ​ວ່າ​ເຮົາ​ເປັນ​ຄົນ​ໂງ່) ເຮົາ​ກໍ​ກ້າ​ອວດ​ເໝືອນກັນ.


ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ອ່ອນແອ​ຢ່າງ​ໃດ.


ສຳລັບ​ຄົນ​ຜູ້ນັ້ນ​ແຫຼະ ເຮົາ​ອວດ​ໄດ້, ແຕ່​ສຳລັບ​ເຮົາ​ເອງ​ຈະ​ບໍ່​ອວດຕົວ ເວັ້ນ​ແຕ່​ຈະ​ອວດ​ໃນ​ຄວາມ​ອ່ອນແຮງ​ຂອງເຮົາ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດ ເພາະວ່າ ພຣະເຈົ້າ​ຊົງ​ຮຽກຮ້ອງ​ພວກເຈົ້າ​ໂດຍ​ຜ່ານ​ທາງ​ພວກເຮົາ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດ​ວ່າ, “ຈົ່ງ​ຍອມ​ໃຫ້​ພຣະເຈົ້າ ເຮັດ​ໃຫ້​ພວກເຈົ້າ​ຄືນ​ດີ​ກັນ​ກັບ​ພຣະອົງ​ເທີ້ນ.”


ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.


ເຮົາ​ມີ​ຄວາມ​ໄວ້​ໃຈ ແລະ​ພາກ​ພູມ​ໃຈ​ໃນ​ພວກເຈົ້າ​ຢ່າງ​ຫລວງຫລາຍ ເຮົາ​ໄດ້​ຮັບ​ຄວາມ​ຊູໃຈ​ຢ່າງ​ບໍລິບູນ ແລະ​ໃນ​ຄວາມ​ທຸກ​ລຳບາກ​ຂອງເຮົາ​ທຸກຢ່າງ ເຮົາ​ກໍ​ຍັງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນ​ເຫຼືອ.


ເຈົ້າ​ທັງຫລາຍ​ຮູ້​ຢູ່​ວ່າ ໃນ​ຕອນ​ຕົ້ນ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຈົ້າ ກໍ​ເປັນ​ເພາະ​ການ​ເຈັບປ່ວຍ​ທາງ​ຮ່າງກາຍ.


ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ເຫດສະນັ້ນ ຂ້າພະເຈົ້າ​ຜູ້​ຖືກ​ຄຸກ​ຢູ່ ເພາະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ, ຈົ່ງ​ດຳເນີນ​ຊີວິດ​ໃຫ້​ສົມກັບ​ທີ່​ພວກເຈົ້າ​ໄດ້​ຖືກ​ຊົງ​ເອີ້ນ​ເອົາ​ແລ້ວ​ນັ້ນ


ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ຄວາມ​ຄຳນັບ​ນີ້ ເປັນ​ລາຍມື​ຂອງເຮົາ​ເອງ ຄື​ໂປໂລ ລາຍເຊັນ​ໃນ​ຈົດໝາຍ​ທຸກ​ສະບັບ​ຂອງເຮົາ​ເຄີຍ​ຂຽນ​ດັ່ງນີ້ແຫລະ.


ຝ່າຍ​ເຮົາ ໄດ້​ລົງ​ມື​ຂຽນ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ແທນຄືນ​ໃຫ້ ແຕ່​ສ່ວນ​ເຈົ້າ​ເປັນ​ໜີ້​ເຮົາ​ນັ້ນ ຄື​ຊີວິດ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ບໍ່​ອ້າງ​ເຖິງ.”


ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka