Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:8 - ພຣະຄຳພີສັກສິ

8 ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ​ທຸກ​ລຳບາກ​ໜັກ​ເຫຼືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:8
13 Jak'a apnaqawi uñst'ayäwi  

ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ຫລັງຈາກ​ກ່າວ​ເຊັ່ນນີ້​ແລ້ວ ເພິ່ນ​ກໍ​ສັ່ງ​ໃຫ້​ເລີກ​ປະຊຸມ.


ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ຖ້າ​ເຮົາ​ໄດ້​ຕໍ່ສູ້​ກັບ​ສັດຮ້າຍ​ທີ່​ເມືອງ​ເອເຟໂຊ (ຕາມ​ຄວາມ​ເຫັນ​ຂອງ​ມະນຸດ) ຈະ​ເປັນ​ປະໂຫຍດ​ອັນ​ໃດ​ແກ່​ເຮົາ ຖ້າ​ພຣະເຈົ້າ​ບໍ່​ຊົງ​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ອີກ “ກໍ​ໃຫ້​ພວກເຮົາ​ພາກັນ​ກິນ​ແລະ​ດື່ມ​ເທີ້ນ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຈະ​ຕາຍ.”


ຢູ່​ໃນ​ເມືອງ​ນີ້ ເຮົາ​ມີ​ໂອກາດ​ອັນ​ດີທີ່ສຸດ​ສຳລັບ​ດຳເນີນ​ພາລະກິດ​ອັນ​ຍິ່ງໃຫຍ່, ເຖິງ​ແມ່ນ​ວ່າ ມີ​ຜູ້​ຕໍ່ຕ້ານ​ຈຳນວນ​ຫລວງຫລາຍ​ກໍຕາມ.


ພວກເຈົ້າ​ມີ​ທຸກສິ່ງ​ທີ່​ພວກເຈົ້າ​ຕ້ອງການ​ແລ້ວ​ໜໍ ພວກເຈົ້າ​ຮັ່ງມີ​ບໍຣິບູນ​ແລ້ວ​ໜໍ ພວກເຈົ້າ​ຂຶ້ນ​ເປັນ​ກະສັດ​ແລ້ວ, ທັງໆ​ທີ່​ພວກເຮົາ​ຍັງ​ບໍ່ໄດ້​ເປັນ ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ເປັນ​ກະສັດ​ແທ້ໆ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ກະສັດ​ຮ່ວມ​ກັນ​ກັບ​ພວກເຈົ້າ.


ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.


ເປັນ​ຄົນ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ, ແຕ່​ຍັງ​ເປັນ​ທີ່​ຮູ້ຈັກ​ດີ; ພວກເຮົາ​ເປັນ​ຄົນ​ທີ່​ກຳລັງ​ຈະ​ຕາຍ, ແຕ່​ເບິ່ງແມ! ພວກເຮົາ​ກໍ​ຍັງ​ມີ​ຊີວິດ​ຢູ່ ພວກເຮົາ​ຖືກ​ລົງໂທດ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຖືກ​ປະຫານ,


ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”


ດາວິດ​ຄິດ​ໃນໃຈ​ວ່າ, “ໃນ​ມື້ໜຶ່ງ​ຂ້າງ​ໜ້າ ກະສັດ​ໂຊນ​ຈະ​ຕ້ອງ​ຂ້າ​ເຮົາ​ແນ່ໆ. ດີທີ່ສຸດ​ແລ້ວ ເຮົາ​ຄວນ​ໜີໄປ​ຢູ່​ໃນ​ດິນແດນ​ຂອງ​ພວກ​ຟີລິດສະຕິນ ແລ້ວ​ກະສັດ​ໂຊນ​ກໍ​ຈະ​ບໍ່​ຕາມ​ຫາ​ຂ້າ​ເຮົາ​ໃນ​ອິດສະຣາເອນ​ນີ້​ອີກ​ຕໍ່ໄປ ແລະ​ເຮົາ​ກໍ​ຈະ​ປອດໄພ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka