Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:6 - ພຣະຄຳພີສັກສິ

6 ທີ່​ພວກເຮົາ​ທົນທຸກ​ນັ້ນ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ແລະ​ຄວາມ​ພົ້ນ ແລະ​ທີ່​ພວກເຮົາ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ ກໍ​ແມ່ນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ເລົ້າໂລມ​ໃຈ​ເໝືອນກັນ ແມ່ນ​ຄວາມ​ເລົ້າໂລມ​ໃຈ​ທີ່​ຈະ​ໃຫ້​ເຈົ້າ​ທັງຫລາຍ​ສູ້ທົນ​ຕໍ່​ຄວາມ​ທຸກ​ລຳບາກ ເໝືອນ​ຢ່າງ​ພວກເຮົາ​ໄດ້​ສູ້ທົນ​ຢູ່​ນັ້ນ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ຖ້າ​ພວກເຮົາ​ທົນທຸກ, ການທົນທຸກ​ນັ້ນ​ກໍ​ເພື່ອ​ການເລົ້າໂລມໃຈ ແລະ ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ, ຖ້າ​ພວກເຮົາ​ໄດ້ຮັບ​ການ​ເລົ້າໂລມໃຈ ກໍ​ເພື່ອ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການເລົ້າໂລມໃຈ ເຊິ່ງ​ສົ່ງ​ຜົນ​ໃຫ້​ພວກເຈົ້າ​ມີ​ຄວາມພຽນ​ອົດທົນ​ໃນ​ຄວາມທຸກລຳບາກ​ຢ່າງດຽວ​ກັບ​ທີ່​ພວກເຮົາ​ທົນທຸກ​ຢູ່.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:6
13 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ອາທິດ​ໜຶ່ງ​ສິ້ນສຸດ​ລົງ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຕໍ່, ຄົນ​ທີ່​ເຊື່ອ​ທຸກຄົນ​ພ້ອມ​ທັງ​ເມຍ ແລະ​ລູກໆ​ຂອງ​ພວກເຂົາ​ກໍໄດ້​ອອກ​ເມືອງ​ໄປ​ສົ່ງ​ພວກເຮົາ​ທີ່​ນອກເມືອງ ແລ້ວ​ໃນ​ທີ່ນັ້ນ ທຸກຄົນ​ໄດ້​ຄຸເຂົ່າ​ລົງ​ພາວັນນາ​ອະທິຖານ​ຮ່ວມກັນ​ທີ່​ຫາດຊາຍ.


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ພຣະອົງ​ຜູ້​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ຄວາມ​ທຸກ​ລຳບາກ​ທຸກຢ່າງ ຊຶ່ງ​ພວກເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ, ພວກເຮົາ​ຈະ​ສາມາດ​ເລົ້າໂລມ​ໃຈ​ຄົນອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ທຸກຢ່າງ​ໄດ້ ໂດຍ​ຄວາມ​ເລົ້າໂລມ​ໃຈ​ຢ່າງ​ດຽວກັນ ຊຶ່ງ​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ​ນັ້ນ.


ເຮົາ​ຍິນດີ​ທີ່​ຈະ​ສະຫລະ​ຊັບ ແລະ​ເຫື່ອແຮງ​ທັງໝົດ​ເພື່ອ​ຊ່ວຍເຫລືອ​ພວກເຈົ້າ ເມື່ອ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຂຶ້ນ​ເຖິງ​ພຽງ​ນີ້ ພວກເຈົ້າ​ຈະ​ກັບ​ຮັກ​ເຮົາ​ໜ້ອຍ​ລົງ​ຊັ້ນບໍ?


ແມ່ນ​ພຣະເຈົ້າ​ເອງ​ທີ່​ໄດ້​ເປັນ​ຜູ້​ຈັດຕຽມ​ພວກເຮົາ​ສຳລັບ​ການ​ປ່ຽນແປງ​ນີ້ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ເພື່ອ​ເປັນ​ເຄື່ອງ​ມັດຈຳ​ໄວ້​ກັບ​ພວກເຮົາ.


ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.


ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.


ເພາະສະນັ້ນ ເຮົາ​ຈຶ່ງ​ສູ້ທົນ​ທຸກສິ່ງ ເພາະ​ເຫັນ​ແກ່​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມ​ພົ້ນ ຊຶ່ງ​ມາ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈະ​ຖືກ​ນຳ​ໄປ​ສູ່​ສະຫງ່າຣາສີ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka