2 ໂກຣິນໂທ 1:3 - ພຣະຄຳພີສັກສິ3 ຈົ່ງໃຫ້ພວກເຮົາຍ້ອງຍໍສັນລະເສີນພຣະເຈົ້າ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ພຣະບິດາເຈົ້າອົງຊົງເມດຕາ ຄືພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ສັນລະເສີນພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ພຣະບິດາເຈົ້າແຫ່ງຄວາມເມດຕາ ແລະ ພຣະເຈົ້າແຫ່ງການເລົ້າໂລມໃຈທັງປວງ, Uka jalj uñjjattʼäta |
ແລ້ວກໍມີການຮຽກຮ້ອງປະຊາຊົນໃຫ້ນະມັດສະການພຣະເຈົ້າ ໂດຍຊາວເລວີ ມີດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະເປທາຮີຢາ. ພວກເຂົາໄດ້ເວົ້າວ່າ, “ຈົ່ງລຸກຢືນຂຶ້ນ ແລະສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຈົ່ງສັນລະເສີນພຣະອົງສືບໄປຊົ່ວນິຣັນດອນ ຈົ່ງໃຫ້ທຸກຄົນຍົກຍໍພຣະນາມອັນຮຸ່ງເຮືອງຍິ່ງໃຫຍ່ ເຖິງແມ່ນວ່າມະນຸດນັ້ນໃຫ້ຄຳຍົກຍໍ ບໍ່ຍິ່ງໃຫຍ່ພໍສຳລັບພຣະອົງກໍຕາມ.”
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”