Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:12 - ພຣະຄຳພີສັກສິ

12 ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:12
40 Jak'a apnaqawi uñst'ayäwi  

ສ່ວນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ຂ້ານ້ອຍ​ກໍ​ເຊື່ອຟັງ ທັງ​ບໍ່ໄດ້​ຫັນ​ໜີ​ຈາກ​ພຣະເຈົ້າ​ຈັກເທື່ອ.


ຂ້ອຍ​ສິ້ນຫວັງ​ແລ້ວ ເປັນຫຍັງ​ພຣະເຈົ້າ​ບໍ່​ຂ້າ​ຂ້ອຍ​ສາ? ຂ້ອຍ​ກຳລັງ​ຖະແຫລງ​ຄະດີ​ຂອງຂ້ອຍ​ຕໍ່​ພຣະອົງ.


“ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລະນຶກເຖິງ​ດ້ວຍວ່າ ຂ້ານ້ອຍ​ໄດ້​ຮັບໃຊ້​ພຣະອົງ​ດ້ວຍ​ຄວາມສັດຊື່ ແລະ​ດ້ວຍ​ຄວາມ​ຈົງຮັກ​ພັກດີ ແລະ​ຂ້ານ້ອຍ​ກໍ​ບຳເພັນ​ຕົນ​ກະທຳ​ແຕ່​ສິ່ງ​ທີ່​ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ກະທຳ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ.


ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”


ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ


ພຣະຄຣິດ​ບໍ່ໄດ້​ໃຊ້​ເຮົາ​ໄປ ເພື່ອ​ໃຫ້​ເຮັດ​ພິທີ​ຮັບ​ບັບຕິສະມາ, ແຕ່​ພຣະອົງ​ໃຊ້​ເຮົາ​ໄປ​ເພື່ອ​ໃຫ້​ປະກາດ​ຂ່າວປະເສີດ ແລະ​ບໍ່ແມ່ນ​ໃຊ້​ຄຳເວົ້າ​ແຫ່ງ​ສະຕິປັນຍາ​ມະນຸດ ເພື່ອ​ວ່າ​ໄມ້ກາງແຂນ​ພຣະຄຣິດ​ນັ້ນ​ຈະ​ບໍ່​ເສຍ​ປະໂຫຍດ.


ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ບໍ່​ກ່າວ​ດ້ວຍ​ຖ້ອຍຄຳ ຊຶ່ງ​ປັນຍາ​ຂອງ​ມະນຸດ​ໄດ້​ສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ ຊຶ່ງ​ພຣະວິນຍານ​ໄດ້​ຊົງ​ສັ່ງສອນ ຄື​ພວກເຮົາ​ໄດ້​ອະທິບາຍ​ຄວາມຈິງ​ຝ່າຍ​ຈິດວິນຍານ ໃຫ້​ແກ່​ຄົນ​ທີ່​ມີ​ພຣະວິນຍານ​ຟັງ.


ເພາະ​ເຮົາ​ບໍ່​ຮູ້​ວ່າ ເຮົາ​ເຮັດ​ຜິດ​ອັນ​ໃດ ເຖິງ​ປານ​ນັ້ນ​ກໍ​ບໍ່​ພົ້ນ​ຈາກ​ການ​ພິພາກສາ​ຕັດສິນ ຜູ້​ທີ່​ຈະ​ພິພາກສາ​ຕົວ​ເຮົາ​ນັ້ນ ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ.


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


ເມື່ອ​ເຮົາ​ຕັ້ງໃຈ​ເຊັ່ນນີ້ ເຮົາ​ໄດ້​ປິ້ນ​ຄວາມ​ບໍ? ຫລື​ແຜນການ​ຂອງເຮົາ​ນັ້ນ ເຮັດ​ຕາມ​ແບບ​ຢ່າງ​ຊາວ​ໂລກ​ເຮັດ​ບໍ? ໂດຍ​ກ່າວ​ຄຳ​ວ່າ, “ເຈົ້າໆ” ແລະ ຄຳ​ວ່າ, “ບໍ່ໆ” ໃນ​ເວລາ​ດຽວກັນ.


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ພວກເຮົາ​ໄດ້​ປະຖິ້ມ​ສິ່ງ​ທີ່​ໜ້າ​ອັບອາຍ​ທຸກຢ່າງ​ທີ່​ເຮັດ​ໃນ​ທີ່​ລັບລີ້ ພວກເຮົາ​ບໍ່ໄດ້​ເຮັດ​ໂດຍ​ໃຊ້​ກົນອຸບາຍ ທັງ​ບໍ່ໄດ້​ປອມແປງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ດ້ວຍ, ແຕ່​ໄດ້​ສະແດງ​ໃຫ້​ຮູ້​ຄວາມຈິງ​ຢ່າງ​ຈະແຈ້ງ ພວກເຮົາ​ພະຍາຍາມ​ເຮັດ​ໃຫ້​ຕົນເອງ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ທຸກຄົນ ຊ້ອງໜ້າ​ພຣະເຈົ້າ.


ເຮົາ​ກ່າວ​ດັ່ງນີ້​ບໍ່ແມ່ນ​ຄຳ​ບັນຊາ, ແຕ່​ໄດ້​ນຳ​ເລື່ອງ​ຄວາມ​ກະຕື​ລືລົ້ນ​ຂອງ​ຄົນອື່ນ ມາ​ທຽບ​ທົດລອງ​ກັບ​ຄວາມຮັກ​ຂອງ​ເຈົ້າ​ທັງຫລາຍ​ນັ້ນ ເບິ່ງ​ວ່າ​ເປັນ​ຂອງ​ແທ້​ຫລື​ບໍ່.


ແຕ່ລະຄົນ​ຄວນ​ສຳຫລວດ​ເບິ່ງ​ການງານ​ຂອງ​ຕົນເອງ ຖ້າ​ການງານ​ດີ ກໍ​ຈົ່ງ​ພູມໃຈ​ໃນ​ການງານ​ນັ້ນ ໂດຍ​ບໍ່​ຕ້ອງ​ປຽບທຽບ​ໃສ່​ກັບ​ການງານ​ຂອງ​ຄົນອື່ນ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ຢຶດໝັ້ນ​ເອົາ​ຄວາມຈິງ​ຄາດແອວ​ໄວ້ ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ປ້ອງກັນ​ເອິກ​ໄວ້​


ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.


ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ​ກັນ​ວ່າ, ຄວາມ​ປະພຶດ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ຝ່າຍ​ເຈົ້າ​ນັ້ນ ຈົ່ງ​ເປັນ​ແບບຢ່າງ​ໃນ​ການ​ກະທຳ​ດີ​ທຸກ​ປະການ ຈົ່ງ​ເປັນ​ຄົນ​ຈິງໃຈ ແລະ​ໜັກແໜ້ນ​ໃນ​ຄຳສັ່ງສອນ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ແຕ່​ຈົ່ງ​ຕອບ​ດ້ວຍ​ໃຈ​ສຸພາບ​ແລະ​ຢຳເກງ ແລະ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ປະໝາດ​ນິນທາ ຄົນ​ທີ່​ກ່າວ​ຫຍາບຊ້າ ຕໍ່​ທຳນຽມ​ຄຣິສຕຽນ​ອັນ​ດີ​ຂອງ​ພວກເຈົ້າ​ນັ້ນ ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ.


ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka