Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:11 - ພຣະຄຳພີສັກສິ

11 ຂໍ​ໃຫ້​ພວກເຈົ້າ​ຮ່ວມ​ກັນ​ຊ່ວຍ​ໃນ​ການ​ພາວັນນາ​ອະທິຖານ​ສຳລັບ​ເຮົາ​ດ້ວຍ ເພື່ອ​ວ່າ​ຄົນ​ຈຳນວນ​ຫລາຍ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ເຮົາ. ເນື່ອງ​ຈາກ​ພຣະພອນ​ທີ່​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ ອັນ​ເປັນ​ການ​ຕອບສະໜອງ​ຄົນ​ຈຳນວນ​ຫລາຍ​ທີ່​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເຊັ່ນ​ດຽວ​ກັບ​ທີ່​ພວກເຈົ້າ​ຊ່ວຍ​ພວກເຮົາ​ໂດຍ​ຄຳອະທິຖານ​ຂອງ​ພວກເຈົ້າ. ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ເພາະ​ພວກເຮົາ​ສຳລັບ​ຄວາມກະລຸນາ​ທີ່​ພວກເຮົາ​ໄດ້​ຮັບ ເຊິ່ງ​ເປັນ​ການ​ຕອບ​ຄຳອະທິຖານ​ຂອງ​ຄົນ​ທັງຫລາຍ.

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:11
15 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້ຍິນ​ຄຳ​ໝິ່ນປະໝາດ​ເຫຼົ່ານີ້ ແລະ​ລົງໂທດ​ພວກ​ທີ່​ເວົ້າ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ພຣະເຈົ້າ​ສຳລັບ​ປະຊາຊົນ​ຂອງ​ພວກເຮົາ ໃຫ້​ມີ​ຊີວິດ​ລອດ​ຢູ່​ດ້ວຍ​ເຖີດ.”


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ ແຕ່​ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ເພື່ອ​ເປໂຕ​ດ້ວຍ​ໃຈ​ຮ້ອນຮົນ.


ເພາະວ່າ​ສິ່ງສາລະພັດ​ນັ້ນ ເປັນ​ໄປ​ເພື່ອ​ປະໂຫຍດ​ຂອງ​ເຈົ້າ​ທັງຫລາຍ ເພື່ອ​ວ່າ ເມື່ອ​ພຣະຄຸນ​ມາ​ເຖິງ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ ກໍ​ຈະ​ມີ​ການ​ໂມທະນາ​ຂອບພຣະຄຸນ​ຫລາຍ​ຂຶ້ນ​ເໝືອນກັນ ຈຶ່ງ​ເປັນ​ການ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ.


ຝ່າຍ​ພວກເຂົາ​ກໍ​ຈະ​ຮັກແພງ ແລະ​ພາວັນນາ​ອະທິຖານ​ເພື່ອ​ເຈົ້າ​ທັງຫລາຍ ເພາະ​ເຫດ​ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ສະຖິດ​ຢູ່​ໃນ​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ເພາະ​ເຮົາ​ຮູ້​ວ່າ ຍ້ອນ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ແລະ​ຄວາມ​ຊ່ວຍຊູ​ທີ່​ໄດ້​ຮັບ​ຈາກ​ພຣະວິນຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສິ່ງ​ເຫຼົ່ານັ້ນ​ຈະ​ປົດປ່ອຍ​ເຮົາ​ໃຫ້​ເປັນ​ອິດສະຫລະ.


ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ດ້ວຍ. ເພື່ອ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໄດ້​ແຜ່​ຂະຫຍາຍ​ໄປ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ ດັ່ງ​ທີ່​ໄດ້​ເປັນ​ໄປ​ແລ້ວ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ.


ນອກ​ນັ້ນ ຈົ່ງ​ຈັດຕຽມ​ຫ້ອງ​ພັກ​ໄວ້​ສຳລັບ​ເຮົາ ເພາະ​ເຮົາ​ຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ມາ​ຫາ​ເຈົ້າ ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ ເພາະ​ເຮົາ​ເຊື່ອ​ແນ່​ວ່າ ພວກເຮົາ​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ດີ​ຢູ່​ແລ້ວ ແລະ​ປາຖະໜາ​ທີ່​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງດີ​ໃນ​ທຸກສິ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka