Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂກຣິນໂທ 1:10 - ພຣະຄຳພີສັກສິ

10 ພຣະອົງ​ນັ້ນ​ໄດ້​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ຈາກ​ມໍລະນະໄພ ແລະ​ຈະ​ຊົງ​ໂຜດ​ເຮົາ​ອີກ ເຮົາ​ໄວ້​ໃຈ​ໃນ​ພຣະອົງ​ວ່າ ຍັງ​ຈະ​ຊົງ​ໂຜດ​ໃຫ້​ເຮົາ​ພົ້ນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະອົງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ເຖິງ​ແກ່​ຄວາມຕາຍ​ເຊັ່ນນີ້ ແລະ ພຣະອົງ​ຈະ​ປົດປ່ອຍ​ພວກເຮົາ​ອີກ. ພວກເຮົາ​ໄດ້​ຕັ້ງ​ຄວາມຫວັງ​ໄວ້​ໃນ​ພຣະອົງ​ວ່າ ພຣະອົງ​ຈະ​ສືບຕໍ່​ປົດປ່ອຍ​ພວກເຮົາ,

Uka jalj uñjjattʼäta Copia luraña




2 ໂກຣິນໂທ 1:10
14 Jak'a apnaqawi uñst'ayäwi  

ຄົນ​ຊອບທຳ​ທົນທຸກ​ຕໍ່​ຄວາມ​ລຳບາກ​ນາໆ​ຊະນິດ ແຕ່​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານີ້.


ຈົ່ງ​ຟັງ​ເຮົາ​ເທີ້ນ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຄື​ປະຊາຊົນ​ທັງໝົດ​ຂອງເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ນັ້ນ. ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ແຕ່​ໃດໆ​ມາ ຄື​ຕອນ​ທີ່​ພວກເຈົ້າ​ເກີດ​ມາ​ແຕ່​ທ້ອງ​ແມ່.


ຖ້າ​ພຣະເຈົ້າ​ອົງ​ທີ່​ພວກ​ຂ້ານ້ອຍ​ຮັບໃຊ້​ຢູ່​ສາມາດ​ຊ່ວຍ​ພວກ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເຕົາໄຟ ແລະ​ຈາກ​ອຳນາດ​ຂອງທ່ານ​ໄດ້ ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍ.


ດັ່ງນັ້ນ ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ໃຫ້​ໂຍນ​ດານີເອນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ. ເພິ່ນ​ກ່າວ​ຕໍ່​ດານີເອນ​ວ່າ, “ຂໍ​ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ເຈົ້າ​ບົວລະບັດ​ຮັບໃຊ້​ດ້ວຍ​ຄວາມ​ຈົງຮັກ​ພັກດີ​ນັ້ນ ຊ່ວຍກູ້​ເອົາ​ເຈົ້າ​ເຖີດ.”


ດ້ວຍ​ເຫດຜົນ​ດັ່ງ​ກ່າວ​ມາ​ນີ້​ແຫຼະ, ທີ່​ພວກ​ຢິວ​ໄດ້​ຈັບກຸມ​ຂ້ານ້ອຍ ໃນ​ຂະນະທີ່​ຂ້ານ້ອຍ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແລະ​ພວກເຂົາ​ພະຍາຍາມ​ທີ່​ຈະ​ສັງຫານ​ຂ້ານ້ອຍ​ເສຍ.


ຈົ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ເຮົາ​ພົ້ນ​ຈາກ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ແຂວງ​ຢູດາຍ ແລະ​ເພື່ອ​ການ​ບົວລະບັດ​ຮັບໃຊ້​ຂອງເຮົາ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ເປັນ​ທີ່​ພໍໃຈ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ທີ່ນັ້ນ.


ຕາມ​ທີ່​ຈິງ ພວກເຮົາ​ຄິດ​ວ່າ ໂທດ​ເຖິງ​ຕາຍ​ໄດ້​ຕົກ​ຖືກ​ພວກເຮົາ​ແລ້ວ ເຖິງ​ປານ​ນັ້ນ​ກໍຕາມ ເຫດການ​ນີ້​ໄດ້​ເກີດຂຶ້ນ ເພື່ອ​ບໍ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ຕົວ​ເອງ ແຕ່​ໃຫ້​ພວກເຮົາ​ເຊື່ອໝັ້ນ​ໃນ​ພຣະເຈົ້າ ອົງ​ທີ່​ບັນດານ​ໃຫ້​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ.


ເປັນ​ຄົນ​ທີ່​ບໍ່ມີ​ຜູ້ໃດ​ຮູ້ຈັກ, ແຕ່​ຍັງ​ເປັນ​ທີ່​ຮູ້ຈັກ​ດີ; ພວກເຮົາ​ເປັນ​ຄົນ​ທີ່​ກຳລັງ​ຈະ​ຕາຍ, ແຕ່​ເບິ່ງແມ! ພວກເຮົາ​ກໍ​ຍັງ​ມີ​ຊີວິດ​ຢູ່ ພວກເຮົາ​ຖືກ​ລົງໂທດ, ແຕ່​ກໍ​ຍັງ​ບໍ່​ເຖິງ​ຂັ້ນ​ຖືກ​ປະຫານ,


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ສະຖິດ​ຢູ່​ກັບ​ເຮົາ ແລະ​ຊູ​ກຳລັງ​ເຮົາ​ຂຶ້ນ ເພື່ອ​ໃຫ້​ເຮົາ​ສາມາດ​ປະກາດ​ຂ່າວປະເສີດ​ອັນ​ຄົບຖ້ວນ ແກ່​ຄົນຕ່າງຊາດ​ທຸກຄົນ ແລະ​ເຮົາ​ກໍໄດ້​ຖືກ​ຊ່ວຍກູ້​ເອົາ​ໃຫ້​ພົ້ນ​ຈາກ​ປາກ​ຂອງ​ສິງໂຕ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.


ພຣະເຈົ້າຢາເວ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ໂຕສິງ​ກັບ​ໂຕໝີ​ມາ​ແລ້ວ​ຢ່າງໃດ; ພຣະອົງ​ກໍ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີລິດສະຕິນ​ຄົນນີ້​ໄດ້​ເໝືອນກັນ​ຢ່າງນັ້ນ.” ກະສັດ​ໂຊນ​ຕອບ​ວ່າ, “ດີແລ້ວ ຈົ່ງ​ໄປ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka