Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:6 - ພຣະຄຳພີສັກສິ

6 ຈິງ​ຢູ່ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ໄດ້​ກຳໄລ​ອັນ​ມະຫາສານ​ແກ່​ຜູ້​ທີ່​ມີ​ຄວາມ​ພໍໃຈ​ກັບ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ທາງ​ຂອງ​ພຣະເຈົ້າ​ກັບ​ຄວາມພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ກໍ​ເປັນ​ກຳໄລ​ອັນ​ໃຫຍ່ຫລວງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:6
23 Jak'a apnaqawi uñst'ayäwi  

ຈົ່ງ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ຕັດ​ໄມ້​ທີ່​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ສ້າງ​ບ່ອນ​ຢູ່​ອາໄສ​ໃໝ່.” ເພິ່ນ​ຕອບ​ວ່າ, “ຈົ່ງ​ໄປ​ສາ.”


ສິ່ງ​ເລັກນ້ອຍ​ທີ່​ຄົນ​ຊອບທຳ​ມີ ກໍ​ມີ​ຄຸນຄ່າ​ຫລາຍກວ່າ ຊັບສິນ​ຂອງ​ຄົນຊົ່ວຮ້າຍ​ທັງຫລາຍ


ພຣະເຈົ້າຢາເວ ພຣະເຈົ້າ​ເປັນ​ຕາເວັນ​ແລະ​ເປັນ​ໂລ້ກຳບັງ ຊົງ​ປະທານ​ພຣະຄຸນ​ແລະ​ສະຫງ່າຣາສີ. ດ້ວຍ​ຄວາມ​ເມດຕາ​ແລະ​ກຽດສັກສີ ພຣະເຈົ້າຢາເວ​ໃຫ້​ຂອງ​ດີ ແກ່​ຜູ້​ທີ່​ເດີນ​ຕາມ​ທາງ​ອັນ​ຊອບທຳ​ຢ່າງ​ບໍ່​ອັ້ນ.


ໂມເຊ​ໄດ້​ຕັດສິນໃຈ​ຢູ່​ທີ່​ມີດີອານ ແລະ​ເຢທະໂຣ​ຈຶ່ງ​ໄດ້​ຍົກ​ນາງ​ຊິບໂປຣາ ລູກສາວ​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ.


ເປັນ​ຄົນທຸກ​ຢຳເກງ​ພຣະເຈົ້າຢາເວ ກໍ​ດີກວ່າ​ເປັນ​ຄົນ​ຮັ່ງມີ​ທີ່​ເດືອດຮ້ອນ.


ມີ​ລາຍໄດ້​ໜ້ອຍ​ທີ່​ໄດ້​ມາ​ດ້ວຍ​ຄວາມສັດຊື່ ກໍ​ດີກວ່າ​ມີ​ລາຍໄດ້​ຫລາຍ​ທີ່​ໄດ້​ມາ​ດ້ວຍ​ການ​ສໍ້ໂກງ.


ຄົນ​ເຫັນແກ່ຕົວ ສ້າງ​ແຕ່​ຄວາມ​ເດືອດຮ້ອນ ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຈະ​ຈະເລີນ​ຮຸ່ງເຮືອງ.


ພວກເຮົາ​ບໍ່ໄດ້​ປຸກ​ເຮືອນ​ຢູ່​ແຕ່​ຢູ່​ໃນ​ຜ້າເຕັນ ແລະ​ພວກເຮົາ​ກໍ​ບໍ່ມີ​ສວນອະງຸ່ນ, ທົ່ງໄຮ່​ທົ່ງນາ ຫລື​ພືດຜົນ​ເປັນເມັດ​ເລີຍ. ພວກເຮົາ​ໄດ້​ຢຶດຖື​ຢ່າງ​ຄົບຖ້ວນ​ທຸກໆສິ່ງ​ທີ່​ໂຢນາດາບ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ພວກ​ທະຫານ​ກໍ​ຖາມ​ເພິ່ນ​ເໝືອນກັນ​ວ່າ, “ພວກ​ຂ້ານ້ອຍ​ເດ ຈະ​ເຮັດ​ຢ່າງ​ໃດ?” ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ຂົ່ມເຫັງ ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ, ແຕ່​ຈົ່ງ​ພໍໃຈ​ໃນ​ຄ່າຈ້າງ​ຂອງຕົນ.”


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


ເພາະວ່າ ຖ້າ​ເຮົາ​ມີ​ຊີວິດ ພຣະຄຣິດ​ເປັນ​ຊີວິດ​ນັ້ນ ຖ້າ​ເຮົາ​ຕາຍ​ກໍ​ເປັນ​ປະໂຫຍດ​ແກ່​ເຮົາ.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.


ແຕ່​ຖ້າ​ພວກເຮົາ​ມີ​ອາຫານ​ການກິນ​ກັບ​ເຄື່ອງນຸ່ງຫົ່ມ ກໍ​ຄວນ​ພໍໃຈ​ໃນ​ສິ່ງ​ເຫຼົ່ານີ້.


ຈົ່ງ​ໃຫ້​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ ເວັ້ນ​ຈາກ​ການ​ຮັກເງິນ​ຮັກຄຳ. ຈົ່ງ​ພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະເຈົ້າ​ເອງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສຍ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka