Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:3 - ພຣະຄຳພີສັກສິ

3 ຜູ້ໃດ​ກໍຕາມ​ທີ່​ສັ່ງສອນ​ຜິດ​ໄປ​ຈາກ​ນີ້ ແລະ​ທັງ​ບໍ່​ເຫັນ​ພ້ອມ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ແທ້ຈິງ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ເປັນທຳ​ກັບ​ຄວາມເຊື່ອ​ຂອງ​ພວກເຮົາ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຖ້າ​ຜູ້ໃດ​ສອນ​ຕ່າງ​ຈາກ​ນີ້ ແລະ ຂັດ​ກັບ​ຄຳສັ່ງສອນ​ອັນ​ຖືກຕ້ອງ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ຄຳສອນ​ໃນ​ທາງ​ພຣະເຈົ້າ

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:3
19 Jak'a apnaqawi uñst'ayäwi  

ລີ້ນ​ທີ່​ອ່ອນສຸພາບ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ, ແຕ່​ຄຳເວົ້າຈາ​ທີ່​ຫຍາບຄາຍ​ເຮັດ​ໃຫ້​ຈິດໃຈ​ຊອກຊໍ້າ.


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.”


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ມີ​ບາງຄົນ​ໄດ້​ຫັນ​ໜີ​ຈາກ​ສິ່ງ​ເຫຼົ່ານີ້ ແລະ​ຫລົງ​ໄປ​ຫາ​ການ​ໂຕ້ຖຽງ​ອັນ​ໂງ່ງ່າວ​ບໍ່ມີ​ປະໂຫຍດ.


ຈົ່ງ​ເຮັດ​ຕາມ​ແບບຢ່າງ​ແຫ່ງ​ຄຳສອນ​ອັນ​ມີ​ຫລັກ ທີ່​ເຈົ້າ​ໄດ້ຍິນ​ຈາກ​ເຮົາ ດ້ວຍ​ຄວາມເຊື່ອ​ແລະ​ຄວາມຮັກ ທີ່​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.


ຈາກ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ເພື່ອ​ຊ່ວຍ​ສົ່ງເສີມ​ຄວາມເຊື່ອ​ຂອງ​ໄພ່ພົນ ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ນຳ​ໄປ​ສູ່​ຄວາມຈິງ​ຕາມ​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ.


ເປັນ​ຄົນ​ຢຶດໝັ້ນ​ໃນ​ຫລັກ​ອັນ​ທ່ຽງທຳ​ທີ່​ຖືກຕ້ອງ, ຕາມ​ໂອວາດ​ຄຳສອນ, ເພື່ອ​ຈະ​ສາມາດ​ເຕືອນ​ສະຕິ​ດ້ວຍ​ຄຳສອນ​ອັນ​ມີ​ຫລັກ ແລະ​ຊີ້ແຈງ​ແກ່​ຄົນ​ທີ່​ຄັດຄ້ານ​ຄຳສອນ​ນັ້ນ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka