Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:19 - ພຣະຄຳພີສັກສິ

19 ດ້ວຍ​ວິທີ​ນີ້ ຈຶ່ງ​ຈະ​ເປັນ​ການ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນ ຊຶ່ງ​ຈະ​ເປັນ​ຮາກຖານ​ອັນ​ໝັ້ນຄົງ​ເພື່ອ​ອະນາຄົດ. ດັ່ງນັ້ນ ເຂົາ​ຈຶ່ງ​ຈະ​ສາມາດ​ຢຶດເອົາ​ຊີວິດ​ອັນ​ແທ້ຈິງ​ໄວ້​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ການ​ເຮັດ​ເຊັ່ນ​ນີ້​ພວກເຂົາ​ຈະ​ສະສົມ​ຊັບສົມບັດ​ໄວ້​ໃຫ້​ຕົນເອງ ເຊິ່ງ​ເປັນ​ຮາກຖານ​ໝັ້ນຄົງ​ສຳລັບ​ຍຸກໜ້າ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຢຶດ​ເອົາ​ຊີວິດ​ທີ່​ເປັນ​ຊີວິດ​ແທ້ຈິງ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:19
23 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ຄົນ​ເຫຼົ່ານີ້ ຄື​ຈາກ​ມະນຸດ​ທີ່​ເຫັນແກ່ໄດ້ ໃນ​ຊີວິດ​ນີ້​ພວກເຂົາ​ເອົາ​ໄດ້​ທຸກສິ່ງ​ທີ່​ພວກເຂົາ​ຕ້ອງການ. ໂຜດ​ລົງໂທດ​ພວກເຂົາ​ໃຫ້​ທົນທຸກ​ໂດຍ​ໂທດກຳ ທີ່​ພວກເຂົາ​ໄດ້​ສະສົມ​ໄວ້​ນັ້ນ. ຂໍ​ໃຫ້​ພວກ​ລູກຫລານ​ຂອງ​ເຂົາເຈົ້າ ໄດ້​ຮັບ​ໂທດກຳ​ນັ້ນ​ຈົນ​ທົນ​ບໍ່​ໄຫວ ທັງ​ປະ​ໄວ້​ໃຫ້​ຫລານ​ເຫຼັນ​ຫລ້ອນ ຂອງ​ພວກເຂົາ​ເຊັ່ນ​ຕໍ່ໆ​ໄປ​ອີກ​ດ້ວຍ.


ເມື່ອ​ລົມພະຍຸ​ພັດ​ຜ່ານ ຄົນຊົ່ວຮ້າຍ​ກໍ​ຖືກ​ພັດ​ໄປ, ແຕ່​ຄົນ​ສັດຊື່​ປອດໄພ​ຢູ່​ເລື້ອຍໆ.


ນາງ​ເປັນ​ຍິງ​ທີ່​ແຂງແຮງ​ແລະ​ໜ້າເຄົາຣົບ​ນັບຖື ແລະ​ບໍ່​ຢ້ານກົວ​ຕໍ່​ອະນາຄົດ.


ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ດີ​ຄົບຖ້ວນ ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ແຈກທານ​ໃຫ້​ແກ່​ຄົນ​ຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”


ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.


ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ ຈົ່ງ​ລະນຶກເຖິງ​ຄາວ​ເມື່ອ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ຂອງ​ດີ​ສຳລັບ​ຕົນ ສ່ວນ​ລາຊາໂຣ​ແລ້ວ ໄດ້​ຮັບ​ແຕ່​ຂອງ​ບໍ່​ດີ ຢ່າງ​ດຽວກັນ​ນັ້ນ​ແຫຼະ, ແຕ່​ບັດນີ້ ລາຊາໂຣ​ໄດ້​ຮັບ​ຄວາມສຸກ​ສະບາຍ​ຢູ່​ທີ່​ນີ້ ສ່ວນ​ເຈົ້າ​ແລ້ວ​ກຳລັງ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ.


ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.


ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ເມືອງ​ໜຶ່ງ​ຍັງ​ມີ​ຕຸລາການ​ຜູ້ໜຶ່ງ ທີ່​ບໍ່​ຢຳເກງ​ພຣະເຈົ້າ ແລະ​ບໍ່​ສົນໃຈ​ກັບ​ເພື່ອນ​ມະນຸດ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ ຄື​ຈົ່ງ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ທຸກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ຫລື​ວ່າ​ເຖິງ​ທີ່​ສຳເລັດ​ແລ້ວ, ແຕ່​ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ເອົາ​ເປັນ​ຂອງຕົນ ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ເຢຊູ​ໄດ້​ຊົງ​ຮັບ​ເຮົາ​ໄວ້​ເປັນ​ຂອງ​ພຣະອົງ​ແລ້ວ.


ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ​ສູ່​ຫລັກໄຊ ເພື່ອ​ຈະ​ໄດ້​ຮັບ​ລາງວັນ​ຄື​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໃຫ້​ໄປ​ຮັບ​ຢູ່​ເບື້ອງ​ເທິງ.


ຈົ່ງ​ອົດທົນ​ຕໍ່ສູ້​ຈົນ​ສຸດ​ກຳລັງ​ແຫ່ງ​ຄວາມເຊື່ອ ແລະ​ຢຶດເອົາ​ຊີວິດ​ນິຣັນດອນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ເອີ້ນ​ເອົາ​ເຈົ້າ​ໃຫ້​ມາ​ເຖິງ​ຊີວິດ​ນີ້ ເມື່ອ​ເຈົ້າ​ໄດ້​ປະກາດ​ຕົນ​ຮັບ​ເຊື່ອ​ຢ່າງ​ໜັກແໜ້ນ ຕໍ່ໜ້າ​ພະຍານ​ຫລາຍ​ຄົນ.


ຈາກ ໂປໂລ ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ​ທີ່​ຊົງ​ປະທານ​ຊີວິດ ຊຶ່ງ​ພວກເຮົາ​ມີ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka