Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:18 - ພຣະຄຳພີສັກສິ

18 ຈົ່ງ​ສັ່ງ​ເຂົາ​ໃຫ້​ເຮັດ​ແຕ່​ຄຸນງາມ​ຄວາມດີ ເປັນ​ຄົນ​ຮັ່ງມີ​ໃນ​ການ​ກະທຳ​ດີ ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ​ພ້ອມ​ທີ່​ຈະ​ແບ່ງປັນ​ໃຫ້​ຄົນອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຈົ່ງ​ສັ່ງ​ພວກເຂົາ​ເຫລົ່ານັ້ນ​ໃຫ້​ເຮັດຄວາມດີ, ຮັ່ງມີ​ໃນ​ການ​ເຮັດຄວາມດີ ແລະ ໃຫ້​ມີ​ໃຈ​ເອື້ອເຟື້ອ​ເພື່ອແຜ່ ແລະ ເຕັມໃຈ​ທີ່​ຈະ​ແບ່ງປັນ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:18
38 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຝັງສົບ​ເພິ່ນ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ເພື່ອ​ລະນຶກເຖິງ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ປະຊາຊົນ​ອິດສະຣາເອນ, ສຳລັບ​ພຣະເຈົ້າ ແລະ​ສຳລັບ​ວິຫານ​ຂອງ​ພຣະອົງ.


ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ຈົ່ງ​ປູກຝັງ​ໃນ​ຕອນເຊົ້າ​ແລະ​ໃນ​ຕອນແລງ​ດ້ວຍ. ເຈົ້າ​ບໍ່​ຮູ້​ດອກ​ວ່າ​ມັນ​ຈະ​ງອກງາມ​ໝົດ ຫລື​ຕົ້ນໜຶ່ງ​ຈະ​ດີກວ່າ​ຕົ້ນອື່ນ​ອີກ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ມະນຸດ​ພໍ​ກະທຳ​ໄດ້​ນັ້ນ ແມ່ນ​ເຮັດ​ໃຫ້​ຈິດໃຈ​ເປັນ​ສຸກ ແລະ​ເຮັດ​ດີທີ່ສຸດ​ເທົ່າທີ່ຈະ​ເຮັດ​ໄດ້ ເມື່ອ​ຕົນ​ຍັງ​ມີ​ຊີວິດ​ຢູ່.


ແຕ່​ຄົນ​ທີ່​ມີ​ກຽດ​ກະທຳ​ຢ່າງ​ສັດຊື່ ແລະ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ຖືກຕ້ອງ.


ຈົ່ງ​ແບ່ງປັນ​ອາຫານ​ໃຫ້​ແກ່​ຜູ້​ທີ່​ອຶດຫິວ ແລະ​ໃຫ້​ທີ່ພັກ​ແກ່​ຜູ້​ທີ່​ຍາກຈົນ​ຂາດ​ບ່ອນ​ພັກພາ​ອາໄສ. ຈົ່ງ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ແກ່​ຜູ້​ທີ່​ບໍ່ມີ ແລະ​ຢ່າ​ລະເລີຍ​ໃນ​ການ​ຊ່ວຍເຫລືອ​ເພື່ອນມະນຸດ.


ເມື່ອ​ຜູ້ໃດ​ຂໍ​ສິ່ງໃດ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຂໍ​ຢືມ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ​ຢືມ.”


ຄົນ​ທີ່​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ ແລະ​ບໍ່​ຮັ່ງມີ​ຕໍ່​ພຣະເຈົ້າ​ກໍ​ເປັນ​ດັ່ງນີ້ແຫລະ.”


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ມີ​ເສື້ອ​ສອງ​ໂຕ ຈົ່ງ​ແບ່ງປັນ​ໂຕໜຶ່ງ​ໃຫ້​ຜູ້​ທີ່​ບໍ່ມີ ແລະ​ຜູ້ໃດ​ທີ່​ມີ​ອາຫານ ຈົ່ງ​ປັນ​ແກ່​ຜູ້​ທີ່​ບໍ່ມີ​ເໝືອນກັນ.”


ພວກທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ຜູ້​ທີ່​ພຣະເຈົ້າ​ໄດ້​ຫົດສົງ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຣິດເດດ, ພຣະອົງ​ໄດ້​ໄປ​ທຸກຫົນ​ທຸກແຫ່ງ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊົງ​ໂຜດ​ຮັກສາ​ທຸກຄົນ​ທີ່​ຖືກ​ອຳນາດ​ຂອງ​ມານຮ້າຍ​ບຽດບຽນ ເພາະວ່າ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ພຣະອົງ.


ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ຈົ່ງ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ ເມື່ອ​ພວກເຂົາ​ຂັດສົນ ຈົ່ງ​ຍິນດີ​ຕ້ອນຮັບ​ແຂກ​ດ້ວຍ​ໃຈ​ເຫຼື້ອມໃສ.


ຖ້າ​ເປັນ​ການ​ໜູນໃຈ ກໍ​ຈົ່ງ​ໜູນໃຈ ຖ້າ​ເປັນ​ການ​ບໍລິຈາກ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ສັດທາ​ເພື່ອ​ແຜ່ ຜູ້​ມີ​ສິດ​ອຳນາດ ກໍ​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເອົາໃຈໃສ່ ຜູ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນອື່ນ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈ​ຍິນດີ.


ທຸກໆ​ວັນ​ຕົ້ນ​ອາທິດ​ໃດ ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ​ຈັດ​ຊັບ​ໄວ້​ຕ່າງຫາກ ຕາມ​ຊັດສ່ວນ​ທີ່​ພວກເຈົ້າ​ຫາ​ມາ​ໄດ້ ແລະ​ສະສົມ​ໄວ້​ນັ້ນ ເພື່ອ​ວ່າ ເມື່ອ​ເຮົາ​ມາ​ເຖິງ​ຈະ​ບໍ່​ຕ້ອງ​ມີ​ການ​ແຜ່​ເກັບ​ເອົາ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ແລະ​ມີ​ຊື່ສຽງ​ໃນ​ການ​ສ້າງ​ຄຸນງາມ​ຄວາມດີ ເປັນ​ຕົ້ນ: ເປັນ​ຍິງ​ທີ່​ຝຶກແອບ​ລ້ຽງດູ​ລູກໆ​ຂອງຕົນ​ເປັນ​ຢ່າງດີ ມີ​ນໍ້າໃຈ​ຕ້ອນຮັບ​ແຂກ ເຮັດ​ໜ້າທີ່​ດ້ວຍ​ຄວາມ​ຖ່ອມຕົວ​ສຳລັບ​ພີ່ນ້ອງ​ຄຣິສຕຽນ ຊ່ວຍເຫຼືອ​ຄົນ​ທີ່​ຢູ່​ໃນ​ຄວາມ​ຂັດສົນ ແລະ​ຖວາຍ​ຕົນເອງ​ເຂົ້າ​ໃນ​ການ​ຮັບໃຊ້​ໃຫ້​ດີ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຟັງ​ເທີ້ນ ພຣະເຈົ້າ​ໄດ້​ເລືອກ​ເອົາ​ຄົນ​ທຸກຈົນ​ໃນ​ໂລກນີ້ ໃຫ້​ເປັນ​ຄົນ​ຮັ່ງມີ​ຝ່າຍ​ຄວາມເຊື່ອ ແລະ​ໃຫ້​ເປັນ​ຜູ້​ຮັບ​ແຜ່ນດິນ​ຂອງ​ພຣະອົງ ທີ່​ພຣະອົງ​ຊົງ​ສັນຍາ​ໄວ້​ສຳລັບ​ຄົນ​ທີ່​ຮັກ​ພຣະອົງ.


ຈົ່ງ​ໃຫ້​ຜູ້ນັ້ນ​ເວັ້ນ​ໜີ​ຈາກ​ການ​ຊົ່ວ ແລະ​ເຮັດ​ການ​ດີ ຈົ່ງ​ໃຫ້​ຜູ້ນັ້ນ​ສະແຫວງ​ຫາ​ສັນຕິສຸກ ແລະ​ພະຍາຍາມ​ຕິດຕາມ​ໄປ.”


ແຕ່​ຖ້າ​ຜູ້ໃດ​ມີ​ຊັບສົມບັດ​ໃນ​ໂລກນີ້ ແລະ​ເຫັນ​ພີ່ນ້ອງ​ຂອງຕົນ​ຂັດສົນ ແລ້ວ​ຍັງ​ບໍ່​ຍອມ​ມີ​ໃຈ​ເມດຕາ​ຊ່ວຍເຫລືອ​ຜູ້ນັ້ນ ຄວາມຮັກ​ຕໍ່​ພຣະເຈົ້າ​ຈະ​ດຳລົງ​ຢູ່​ໃນ​ຕົນ​ໄດ້​ຢ່າງ​ໃດ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka