Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຕີໂມທຽວ 6:17 - ພຣະຄຳພີສັກສິ

17 ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




1 ຕີໂມທຽວ 6:17
62 Jak'a apnaqawi uñst'ayäwi  

ອັບຣາມ​ເປັນ​ຄົນ​ຮັ່ງມີ; ເພິ່ນ​ມີ​ຝູງແກະ, ຝູງແບ້ ແລະ​ຝູງງົວ ພ້ອມ​ທັງ​ເງິນຄຳ​ຢ່າງ​ຫລວງຫລາຍ.


ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ພວກມັນ​ກິນ​ອາຫານ​ທີ່​ພຣະອົງ​ເປັນ​ຜູ້​ຈັດຫາ ແມ່ນ​ພຣະອົງ​ທີ່​ໃຫ້​ອາຫານ​ກິນ​ອີ່ມທ້ອງ.


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.


ຜູ້​ທີ່​ເພິ່ງ​ໃນ​ຊັບສົມບັດ​ຂອງຕົນ​ນັ້ນ ຈະ​ຖືກ​ທຳລາຍ​ດັ່ງ​ໃບໄມ້​ຫລົ່ນ​ໃນ​ລະດູຮ້ອນ ແຕ່​ຜູ້​ທີ່​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ດັ່ງ​ໃບໄມ້​ຂຽວ​ອຸ່ມຊຸ່ມ.


ເພາະວ່າ​ເງິນ​ຂອງ​ເຈົ້າ​ອາດ​ສູນເສຍ​ໄປ​ໃນ​ພັບຕາ​ດຽວ​ກໍໄດ້ ເໝືອນ​ກັບ​ວ່າ​ມັນ​ມີ​ປີກ​ບິນ​ໄປ​ສູ່​ຟ້າ​ອາກາດ​ໄດ້​ດັ່ງ​ນົກອິນຊີ.


ເພາະ​ຊັບສົມບັດ​ເປັນ​ຂອງ​ອະນິຈັງ ແມ່ນແຕ່​ບັນລັງ​ກໍ​ບໍ່ແມ່ນ​ສືບທອດ​ໃຫ້ກັນ​ຕະຫລອດໄປ​ໄດ້.


ຖ້າ​ຂ້ານ້ອຍ​ມີຫລາຍ​ເກີນໄປ ຂ້ານ້ອຍ​ອາດ​ເວົ້າ​ວ່າ​ຂ້ານ້ອຍ​ບໍ່​ຕ້ອງການ​ພຣະເຈົ້າຢາເວ​ກໍໄດ້, ແຕ່​ຖ້າ​ຂ້ານ້ອຍ​ທຸກໂພດ ຂ້ານ້ອຍ​ອາດ​ເປັນ​ຄົນ​ຂີ້ລັກ​ແລະ​ກະບົດ ຊຶ່ງ​ຈະ​ນຳ​ຄວາມ​ເສຍຫາຍ​ມາ​ສູ່​ພຣະນາມ​ພຣະເຈົ້າ​ຂອງ​ຂ້ານ້ອຍ.


ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ເປັນຫຍັງ​ປະຊາຊົນ​ທີ່​ບໍ່​ສັດຊື່​ດັ່ງ​ພວກເຈົ້າ​ຈຶ່ງ​ເວົ້າ​ຄຸຍ? ກຳລັງ​ຂອງ​ພວກເຈົ້າ​ນັ້ນ​ໝົດ​ສາ​ແລ້ວ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝັ້ນໃຈ​ໃນ​ກຳລັງ​ຂອງ​ພວກເຈົ້າ ແລະ​ເວົ້າ​ວ່າ, ‘ບໍ່ມີ​ຜູ້ໃດ​ກ້າ​ໂຈມຕີ​ພວກເຮົາ​ດອກ?”’


ໃນ​ຄາວ​ທີ່​ເຈົ້າ​ອວດອົ່ງ​ທະນົງ​ຕົວ ແລະ​ກ່ອນ​ຄວາມຊົ່ວ​ທີ່​ເຈົ້າ​ໄດ້​ເຮັດ​ຖືກ​ເປີດເຜີຍ​ນັ້ນ


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ແຕ່​ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ພວກເຈົ້າ​ໄດ້​ກິນ​ອີ່ມໜຳ​ສຳລານ ແລ້ວ​ພວກເຈົ້າ​ກໍ​ຈອງຫອງ ແລະ​ລືມໄລ​ເຮົາ.


ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”


ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໃນ​ອານາຈັກ​ສະຫວັນ​ກໍ​ຍາກ​ແທ້.


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ຫ້າ​ຕະລັນຕົນ ກໍ​ໄປ​ລົງ​ທຶນ​ທັນທີ ແລະ​ໄດ້​ກຳໄລ​ເທົ່າ​ຕົວ.


ເມື່ອ​ເຖິງ​ຕອນ​ຄໍ່າ ຊາຍ​ຮັ່ງມີ​ຄົນ​ໜຶ່ງ​ຈາກ​ບ້ານ​ອາຣີມາທາຍ​ກໍ​ມາ​ເຖິງ ລາວ​ຊື່​ວ່າ​ໂຢເຊັບ ແລະ​ເປັນ​ສາວົກ​ຄົນ​ໜຶ່ງ​ຂອງ​ພຣະເຢຊູເຈົ້າ​ເໝືອນກັນ.


ສິ່ງ​ທັງໝົດ​ເຫຼົ່ານີ້​ແຫຼະ ທີ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຊອກ​ຫາ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້​ແລ້ວ.


ພວກ​ສາວົກ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ລູກ​ທັງຫລາຍ​ເອີຍ, ທີ່​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້


ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ຊັກຂ່າຍ ລາວ​ເປັນ​ນາຍ​ດ່ານ​ພາສີ ແລະ​ເປັນ​ຄົນ​ຮັ່ງມີ.


ໂຢຮັນ​ຕອບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ມີ​ເສື້ອ​ສອງ​ໂຕ ຈົ່ງ​ແບ່ງປັນ​ໂຕໜຶ່ງ​ໃຫ້​ຜູ້​ທີ່​ບໍ່ມີ ແລະ​ຜູ້ໃດ​ທີ່​ມີ​ອາຫານ ຈົ່ງ​ປັນ​ແກ່​ຜູ້​ທີ່​ບໍ່ມີ​ເໝືອນກັນ.”


ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ພຣະອົງ​ບໍ່​ຈຳເປັນ​ໃຫ້​ມະນຸດ​ຈັດ​ຫາ​ສິ່ງໃດສິ່ງໜຶ່ງ​ໃຫ້​ແກ່​ພຣະອົງ ເພາະວ່າ​ແມ່ນ​ພຣະອົງ​ເອງ​ທີ່​ເປັນ​ຜູ້​ໂຜດ​ປະທານ​ຊີວິດ, ລົມຫາຍໃຈ ແລະ​ສັບພະທຸກສິ່ງ​ແກ່​ມະນຸດ​ທຸກ​ຊາດ​ທຸກ​ພາສາ.


ຖືກຕ້ອງ​ແລ້ວ ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອ ຈຶ່ງ​ຖືກ​ຫັກ​ອອກ, ແຕ່​ທີ່​ເຈົ້າ​ຢູ່​ໄດ້​ນັ້ນ ກໍ​ຍ້ອນ​ຄວາມເຊື່ອ​ຂອງ​ເຈົ້າ​ເທົ່ານັ້ນ. ດັ່ງນັ້ນ ເຈົ້າ​ຢ່າ​ສູ່​ເປັນ​ຜູ້​ຈອງຫອງ, ແຕ່​ຈົ່ງ​ເປັນ​ຜູ້​ທີ່​ຢຳເກງ.


ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.


ຂໍ​ພູເຂົາ​ແຕ່​ກ່ອນກີ້​ມີ​ໝາກໄມ້​ຫລາຍ ມີ​ໝາກໄມ້​ທຸກ​ຊະນິດ​ທີ່​ເລືອກ​ກິນ​ຕາມໃຈມັກ.


ເຫດສະນັ້ນ ພວກເຈົ້າ​ບໍ່​ຕ້ອງ​ຄິດ​ວ່າ​ພວກເຈົ້າ​ຮັ່ງມີ​ເປັນດີ ດ້ວຍ​ກຳລັງ​ແລະ​ເຫື່ອແຮງ​ຂອງ​ພວກເຈົ້າ​ເອງ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ເມື່ອ​ເຮົາ​ກຳລັງ​ເດີນທາງ​ໄປ​ທີ່​ແຂວງ​ມາເກໂດເນຍ ເຮົາ​ຂໍຮ້ອງ​ໃຫ້​ເຈົ້າ​ຢູ່​ໃນ​ເມືອງ​ເອເຟໂຊ ເພື່ອ​ຈະ​ໄດ້​ສັ່ງ​ຫ້າມ​ບາງຄົນ ບໍ່​ໃຫ້​ພວກເຂົາ​ສອນ​ຄຳ​ໂອວາດ​ຢ່າງ​ອື່ນ.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ສ່ວນ​ຄົນ​ທີ່​ຢາກ​ລໍ້າລວຍ​ກໍ​ຕົກ​ຢູ່​ໃນ​ການ​ທົດລອງ ເຂົາ​ຈຶ່ງ​ຖືກ​ບ້ວງແຮ້ວ​ຂອງ​ບັນດາ​ກິເລດ​ຕັນຫາ​ອັນ​ໂງ່ງ່າວ ແລະ​ເຮັດ​ໃຫ້​ເຈັບປວດ ຊຶ່ງ​ຈ່ອງດຶງ​ຄົນ​ເຫຼົ່ານັ້ນ ລົງ​ສູ່​ຄວາມ​ພິນາດ​ຈິບຫາຍ.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ພຣະເຈົ້າ​ໄດ້​ຖອກ​ເທ​ພຣະວິນຍານ​ບໍຣິສຸດເຈົ້າ​ໃສ່​ພວກເຮົາ​ຢ່າງ​ລົ້ນເຫລືອ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ເປັນ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ,


ດ້ວຍ​ທາງ​ນີ້​ແຫຼະ ພຣະເຈົ້າ​ຈະ​ຊົງ​ປະທານ​ສິດ​ສົມບູນ​ແກ່​ເຈົ້າ​ທັງຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ອັນ​ນິຣັນດອນ ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka